ການນໍາເມືອງທ່າພະບາດ ແຂ່ງຂັນກິລາດອກປີກໄກ່

ພິທີແຂ່ງຂັນກິລາດອກປີກໄກ່ ເພື່ອຂໍ່ານັບຮັບຕ້ອນ ປີສາມັກຄີລາວ – ຫວຽດນາມ, ວັນເຊັນສັນຍາມິດຕະພາບ – ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ – ຫວຽດນາມ ຄົບຮອບ 60 ປີ ໄດ້ຈັດຂຶ້ນໃນວັນທີ 2 ສິງຫາ 2022 ຢູ່ສະໂມສອນດອກປີກໄກ່ເມືອງ.

ການແຂ່ງຂັນກິລາດອນປີກໄກ່ໄດ້ຈັດເປັນ 2 ສາຍ ຄື: ທີມສາຍ ກໍ ແລະ ທີມສາຍ ຂໍ ໃນນັ້ນ ທີມສາຍ ກໍ ມີ 6 ທີມ, ທີມສາຍ ຂໍ ມີ 6 ທີມ.

ການແຂ່ງຂັນທີມຊະນະເລີດອັນດັບທີ 1 ສາຍ ກໍ ແມ່ນທີມ ທ່ານ ຄໍາປຸ່ນ ສີຫາລາດ+ທ່ານ ກົງທອງ ພິມສະຫວັນ, ອັນດັບທີ 2 ທີມ ທ່ານ ພູທອງ ທໍາມະວົງ + ທ່ານ ໂພໄຊ ບຸດສະບ່າ, ສາຍ ຂໍ ທີມຊະນະເລີດ ອັນດັບທີ 1 ແມ່ນ ທ່ານ ບຸນສົງ ເພັດຈະເລີນ + ທ້າວ ມ່ອນ ພົນທິລາດ, ອັນດັບທີ 2 ທີມ ທ່ານ ສົມບັດ ຈັນທະລັດ + ທ່ານ ຄໍາເບົ້າ ໄພມະນີວົງ.

ຫຼັງຈາກສໍາເລັດການແຂ່ງຂັນ ໃນພິທີຍັງໄດ້ມອບລາງວັນໃຫ້ທີມນັກກິລາຊະນະເລີດອັນດັບທີ 1 ໃຫ້ກຽດມອບໂດຍທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ໂອກາດດັ່ງກ່າວໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງທ່າພະບາດ ວ່າດ້ວຍການຍ້ອງຍໍໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນຊ່ວຍເຫຼືອ ແລະ ໃຫ້ກຽດມອບໃບຍ້ອງຍໍໂດຍ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ.

About admins14