ທ່າພະບາດ ຫວນຄືນປີສາມະຄີມິດຕະພາບ ລາວ-ຫວຽດນາມ

ເພື່ອເປັນການລະລຶກຫວນຄືນສຶບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມະຄີພິເສດ ແລະ ການຮ່ວມມຶຮອບດ້ານ ລາວ – ຫວຽດນາມ, ໃນວັນທີ 2 ສິງຫາ 2022 ການນຳເມືອງ ທ່າພະບາດ ແຂວງບໍລິຄຳໄຊ ວາງພວງມາລາ ຢູ່ອານຸສາວະລີ ນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູ່ທີ່ອານຸສາວະລີ ປະທານ ໄກສອນ ພົມວິຫານ ແລະ ໄດ້ມີພິທີປະຖະກະຖາຫວນຄືນ ວັນເຊັນສົນທິສັນຍາ ມິດຕະພາບ – ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ເປັນປະທານໂດຍ ຂອງທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ມີການນໍາຂອງແຂວງ, ຫ້ອງການ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ໃນໄລຍະການຕໍ່ສູ້ປົດປ່ອຍຊາດ ກໍຄຶພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ສ ປ ປ ລາວ ທັງເປັນການປະກອບສ່ວນຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການທ້ອນໂຮມປະເທດຊາດ ຫວຽດນາມ ໃຫ້ເປັນອັນໜຶ່ງອັນດຽວກັນໃນເມື່ອກ່ອນ ແລະ ການປົກປັກຮັກສາ, ສ້າງສາພັດທະນາປະເທດ ສສ ຫວຽດນາມ ແລະ ນັບແຕ່ມື້ສ້າງຕັ້ງພັກກອມມູນິດອິນດູຈີນໃນປີ 1930 ໂດຍແມ່ນປະທານ ໂຮ່ຈິມິນ ເປັນຜູ້ກໍ່ຕັ້ງຂື້ນ, ຄວາມເປັນພີ່ນ້ອງລະຫວ່າງສອງຊາດ ມີຄວາມເລິກເຊີງຂື້ນ.

ໃນໄລຍະກ່ວາເຄິ່ງສັດຕະວັດທີ່ຜ່ານມາ ສອງຊາດ ລາວ-ຫວຽດ ໄດ້ຄຽງບ່າຄຽງໄຫຼກັນຕໍ່ສູ້ຢ່າງພິລະອາດຫານ ປະຊາຊົນຫວຽດນາມ ແລະ ປະຊາຊົນລາວ ແມ່ນເພື່ອນບ້ານໃກ້ຄຽງ, ອ້າຍນ້ອງອັນໃກ້ສະໜິດສະໜົມ, ຄຽງບ່າຄຽງໄຫຼ່ ຮ່ວມສຸກຮ່ວມທຸກ, ຮ່ວມກັນຮົບ, ພ້ອມກັນເອົາໄຊຊະນະ, ນ້ຳໃຈສາມະຄີສູ້ຮົບ ແລະ ນ້ຳໃຈມິດຕະພາບຖານອ້າຍນ້ອງ ລະຫວ່າງ ສອງຊາດພວມເຮົາ, ສາຍພົວພັນ ແລະ ການຮ່ວມມື ລາວຫວຽດນາມ ແມ່ນຄວາມຮຽກຮ້ອງຕ້ອງການຢ່າງພາວະວິໃສ ແລະ ເປັນປັດໃຈຕັດສີນໄຊຊະນະ, ການປະຕິວັດທັງສອງປະເທດ ເຊິ່ງເປັນພື້ນຖານແຫ່ງການພົວພັນ ມິດຕະພາບສາມະຄີພິເສດ ລາວ-ຫວຽດນາມ ຈົນເຖີງປະຈຸບັນ.

ໃນຕອນທ້າຍຂອງພິທີ ຍັງໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງ ສະບັບເລກທີ 1236 /ມທບ, ລົງວັນທີ 1 ສິງຫາ 2022 ວ່າດ້ວຍການຍ້ອງຍໍ ຄະນະຮັບຜິດຊອບສະເຫຼີມສະຫຼອງປີສາມະຄີ ມິດຕະພາບ ລາວ -ຫວຽດນາມ, ປະເພດບຸຄົນ 225 ຄົນ ແລະ ບ້ານ 26 ບ້ານ.

About admins14