ບໍລິສັດ ສາຄອນພັດທະນາກະສິກຳ ແລະ ທ່ອງທ່ຽວຄົບວົງຈອນ ຈະພັດທະນາກະສິກຳ ຕິດພັນກັບການທ່ອງທ່ຽວດ້ານວັດທະນະທຳ ຂອງຊົນເຜົ່າເມືອງຄຳເກີດ

ພິທີເຊັນສັນຍາສຳປະທານ ໂຄງການລົງທຶນ ພັດທະນາກະສິກຳ ຕິດພັນກັບການທ່ອງທ່ຽວ ດ້ານວັດທະນະທຳ ຂອງຊົນເຜົ່າເມືອງຄຳເກີດ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 06 ເມສາ 2022 ຢູ່ຫ້ອງປະຊຸມ ພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າໃຫ້ແກ່ອໍານາດການປົກຄອງແຂວງບໍລິຄຳໄຊ ເຊັນໂດຍ ທ່ານ ພັນແສງ ວິພາວັນ ຮອງຫົວໜ້າແຜນການ ແລະ ການລົງທຶນ, ຕາງໜ້າບໍລິສັດຜູ້ລົງທຶນສຳປະທານ ເຊັນໂດຍ ທ່ານ ສາຄອນ ແກ້ວສຸວັນ ອຳນວຍການບໍລິສັດ ສາຄອນພັດທະນາກະສິກຳ ແລະ ທ່ອງທ່ຽວຄົບວົງຈອນ ຈຳກັດຜູ້ດຽວ ຊ້ອງໜ້າໂດຍທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄໍາໄຊ, ມີຫົວໜ້າພະແນກການ, ເຈົ້າເມືອງ ແລະ ພະນັກງານວິຊາການ ທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ບໍລິສັດ ສາຄອນພັດທະນາກະສິກຳ ແລະ ທ່ອງທ່ຽວຄົບວົງຈອນ ຈຳກັດຜູ້ດຽວ ແມ່ນມີ ຄວາມຕ້ອງການຢາກລົງທຶນພັດທະນາກະສິກຳ ຕິດພັນກັບການທ່ອງທ່ຽວ ດ້ານວັດທະນະທຳ ຢູ່ເຂດ ບ້ານນາເດື່ອ ເມືອງຄຳເກີດ ແຂວງບໍລິຄຳໄຊ ໃນດ້ານກະສິກຳ ລ້ຽງງົວ, ລ້ຽງໝູ, ລ້ຽງປາ, ປູກໄມ້ໃຫ້ໝາກ, ປູກຜັກ, ດ້ານວັດທະນະທຳ ກໍ່ສ້າງເຮືອນຊົນເຜົ່າ ແລະ ບໍລິສັດ ກໍ່ມີຄວາມພ້ອມຈະຈັດຕັ້ງປະຕິບັດໂຄງການໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ ໂດຍສະເພາະແມ່ນປະຕິບັດຕາມເນື້ອ ໃນຂອງສັນຍາສຳປະທານສະບັບນີ້.

ເຊິ່ງມີເນື້ອທີ່ທັງໝົດ 150 ເຮັກຕາ, ມູນຄ່າການລົງທຶນ 57.876.258.624 ກີບ ແລະ ມີອາຍຸສຳປະທານ 50 ປີ, ຈຸດປະສົງ ກໍ່ເພື່ອເປັນການສ້າງລາຍຮັບໃຫ້ແກ່ປະຊາຊົນຢູ່ເຂດດັ່ງກ່າວ ກໍ່ຄືສ້າງຊີວິດການເປັນຢູ່ຂອງປະຊາຊົນ ແຂວງບໍລິຄໍາໄຊ ໃຫ້ມີລາຍຮັບ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ.

About admins16