ການຜະລິດເຂົ້ານາປີ ຢູ່ແຂວງບໍລິຄຳໄຊ ປີ 2022 ປະຕິບັດໄດ້ເກືອບ 100%

ທ່ານ ດາລາພອນ ພົນສະຫັວດດີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ໃຫ້ສຳພາດ ຜ່ານສື່ມວນຊົນຂອງແຂວງບໍລິຄຳໄຊ ໃນວັນທີ 18 ສິງຫາ 2022 ວ່າ: ຄວາມຄືບໜ້າຂອງຂະບວນການຜະລິດລະດູຝົນ ຂອງຊາວກະສິກອນໃນທົ່ວແຂວງປີນີ້ ແລະ ແຜນການປູກເຂົ້ານາປີ ມີເນື້ອທີ່ທັງໝົດ 37.179 ເຮັກຕາ, ຜະລິດຕະພາບ 3,87 ໂຕນຕໍ່ເຮັກຕາ ສະເລ່ຍຜົນຜະລິດ 143.719 ໂຕນ ເຊີ່ງມາຮອດປັດຈຸບັນ ປັກດຳສຳແລ້ວ 100%, ເນື້ອທີ່ນາດຳ 29.258 ເຮັກຕາ, ເນື້ອທີ່ນາຫວ່ານ 7.496 ເຮັດຕາ, ນາສັກ 20 ເຮັກຕາ, ລວມເນື້ອທີ່ປະຕິບັດໄດ້ 36.902 ເຮັກຕາ ເທົ່າກັບ 99,25%, ການຜະລິດເຂົ້າໄຮ່ ເນື້ອທີ່ແຜນການ 1.505 ເຮັກຕາ ຜະລິດຕະພາບ 1,65 ໂຕນຕໍ່ເຮັກຕາ ຜົນຜະລິດ 2.479 ໂຕນ ປະຕິບັດໄດ້ແລ້ວ 1.628,42 ເຮັກຕາ ເທົ່າກັບ 108,10% ຂອງແຜນການ.

ການຜະລິດພືດລະດູຝົນ ເນື້ອທີ່ແຜນການ 17.100 ເຮັກຕາ ຜະລິດຕະພາບ 14,10 ໂຕນຕໍ່ເຮັກຕາ ຜົນຜະລິດ 240.526 ໂຕນ ມາຮອດປະຈຸບັນ ປະຕິບັດໄດ້ 25.230,70 ເຮັກຕາ ເທົ່າກັບ 147,55% ຂອງແຜນການ ເຊັ່ນ: ສາລີຫວານ 284 ເຮັກຕາ, ສາລີແຂງ 178 ເຮັກຕາ, ເຜືອກ  –  ມັນ 136 ເຮັກຕາ, ໄມ້ໃຫ້ໝາກ 54,30 ເຮັກຕາ, ພືດຜັກ 482,30 ເຮັກຕາ, ອ້ອຍ 125 ເຮັກຕາ, ກ້ວຍ 287 ເຮັກຕາ, ມັນຕົ້ນ 22.171 ເຮັກຕາ, ໝາກນັດ 435 ເຮັກຕາ, ໝາກຫຸ່ງ 58,50 ເຮັກຕາ, ຂີງດຳ 63 ເຮັກຕາ ແລະ ໝາກເດືອຍ 57 ເຮັກຕາ.

ທ່ານຍັງກ່າວຕື່ມອີກວ່າ ໃນການຜະລິດລະດູຝົນ ປີ 2022 ນີ້ ຍັງມີຄວາມສ່ຽງທີ່ອາດຈະເກີດການລະບາດຂອງສັດຕູພືດຕ່າງໆ ເຊັ່ນ: ແມງບົ່ວ, ພະຍາດຂອບໃບແຫ້ງ, ພະຍາດສີແສດ ແລະ ອື່ນໆ ເຊິ່ງທາງພະແນກກະສິກຳ ແລະ ປ່າໄມ້ແຂວງ ຈະໄດ້ປະສານສົມທົບກັບຫ້ອງການກະສິກຳເມືອງ ໃນການເຝົ້າລະວັງ ແລະ ຕິດຕາມເພື່ອປ້ອງກັນ ແລະ ກຳຈັດການລະບາດຂອງສັດຕູພືດ ໃຫ້ທັນກັບສະພາບການ ແລະ ຊາວກະສິກອນກໍ່ຕ້ອງມີຄວາມເປັນເຈົ້າການໃນການອະນາໄມຫຍ້າ – ຄັນນາ ເພື່ອບໍ່ໃຫ້ເປັນບ່ອນລີ້ຊ່ອນຂອງສັດຕູພືດ ແລະ ຖ້າເກີດມີການລະບາດຂອງສັດຕູພືດກໍ່ຕ້ອງໄດ້ລາຍງານຕໍ່ພາກສ່ວນກ່ຽວຂ້ອງ ເພື່ອຈະໄດ້ຫາວິທີປ້ອງກັນ ແລະ ກຳຈັດສັດຕູພືດໃຫ້ທັນເວລາ.

About admins16