ບໍລິຄຳໄຊ ຫວນຄືນມູນເຊື້ອ 47 ປີ ແຫ່ງໄຊຊະນະ ແລະ ຄວາມເປັນເອກະລາດ ຂອງປວງຊົນລາວທັງຊາດ

ເພື່ອລະນຶກເຖີງຄຸນງາມຄວາມດີ ຂອງນັກຮົບປະຕິວັດ, ຜູ້ນຳທີ່ແສນເຄົາລົບຮັກ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ອຸທິດຊີວິດ, ເລືອດເນື້ອ, ເຫື່ອແຮງ, ກາຍ ແລະ ໃຈ ເພື່ອພາລະກິດປົດປ່ອຍຊາດ ໃນຕອນເຊົ້າຂອງວັນທີ 1 ທັນວາ 2022 ການນໍາຂອງແຂວງ ນໍາພາໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ໄດ້ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ ຢູ່ອານຸສາວະລີນັກຮົບນິລະນາມ, ອານຸສອນສະຖານ ທ່ານປະທານ ໄກສອນ ພົມວິຫານ ແລະ ທ່ານ ສີສົມພອນ ລໍວັນໄຊ, ຫຼັງຈາກນັ້ນ ຢູ່ສະໂມສອນໃຫຍ່ຂອງແຂວງ ກໍ່ໄດ້ຈັດພິທີປາຖະກະຖາລະນຶກເຖິງວັນຊາດ ຄົບຮອບ 47 ປີ ( 2 ທັນວາ 1975 – 2 ທັນວາ 2022) ໃຫ້ກຽດປາຖະກະຖາໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄຳໄຊ.

ໂດຍສືບທອດມູນເຊື້ອອັນອົງອາດ, ກ້າແກ່ນບໍ່ຍອມຈຳນົນ, ນ້ຳໃຈຄຽດແຄ້ນອັນສູງສົ່ງຂອງປະຊາຊົນລາວບັນດາເຜົ່າ, ນັບແຕ່ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955, ພັກໄດ້ນຳພາປະຊາຊົນບັນດາເຜົ່າ ສາມັກຄີຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານ ແລະ ການຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນໄດ້ຮັບໄຊຊະນະສົມບູນ ແລະ ສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ເປັນລັດປະຊາທິປະໄຕ ປະຊາຊົນ, ລັດແຫ່ງອຳນາດຂອງປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ.

ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍ ສະພາບທາງດ້ານການເມືອງ, ເສດຖະກິດ ກໍ່ໄດ້ຮັບການພັດທະນາໃຫ້ດີຂຶ້ນເປັນກ້າວໆ, GDP ສະເລ່ຍຕໍ່ຫົວຄົນກໍ່ເພີ່ມຂຶ້ນ ໃນປີ 1985 ບັນລຸໄດ້ 114 ໂດລາສະຫະລັດ, ປີ 1995 ບັນລຸໄດ້ 380 ໂດລາ, ປີ 2015 ບັນລຸໄດ້ 1.970 ໂດລາ, ປີ 2020 ບັນລຸໄດ້ 2.742 ໂດລາສະຫະລັດ ແລະ ປີ 2022 ໄດ້ 1.841 ໂດລາສະຫະລັດ, ຮອດປີ 2021 ບ້ານທຸກຍາກຍັງເຫຼືອພຽງ 1.736 ບ້ານ ເທົ່າກັບ 20,50% ແລະ ເມືອງທຸກຍາກຍັງເຫຼືອ 23 ເມືອງ ເທົ່ກັບ 15,54%.

ວຽກງານພັດທະນາຊົນນະບົດ ແລະ ການສ້າງບ້ານພັດທະນາ, ສ້າງບ້ານໃຫ່ຍການເປັນຕົວເມືອງນ້ອຍ ໃນຊົນນະບົດຕາມທິດ 3 ສ້າງ, ວຽກງານວັດທະນະທຳ-ສັງຄົມ ແລະ ວຽກງານອື່ນໆ ກໍ່ໄດ້ຮັບການເອົາໃຈໃສ່, ປັບປຸງແກ້ໄຂ ແລະ ພັດທະນາໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.

ພ້ອມນັ້ນທ່ານຍັງຍົກໃຫ້ເຫັນເຖິງ ຜົນສໍາເລັດໃນການປົກປັກຮັກສາ ແລະ ພັດທະນາແຂວງບໍລິຄຳໄຊ 1 ປີຜ່ານມາ ເຫັນວ່າຫຼາຍວຽກງານໄດ້ຮັບຄວາມເອົາໃຈໃສ່ ແລະ ຖືກຈັດຕັ້ງປະຕິບັດ ດ້ວຍຜົນສຳເລັດສູງ, ໄດ້ລະດົມທຶນ ແລະ ນໍາໃຊ້ທຸກກໍາລັງແຮງທົ່ວສັງຄົມ ມີສ່ວນຮ່ວມແກ້ໄຂຄວາມທຸກຍາກຂອງປະຊາຊົນຕາມດໍາລັດ 348/ນຍ, ໄດ້ສໍາເລັດໂຄງການປຸກເຮືອນໃຫ້ຄອບຄົວທຸກຍາກ ແລະ ຄອບຄົວອານາຖາ 74 ຫຼັງ, ປັດຈຸບັນທົ່ວແຂວງມີຄອບຄົວພົ້ນທຸກແລ້ວ ກວມ 90,06%.

ນອກນັ້ນ ໃນພິທີໄດ້ຮັບຟັງການຫວນຄືນຊີວິດ ແລະ ການປະຕິວັດ ຂອງທ່ານປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ໂດຍຕະຫຼອດເວລາທ່ານໄດ້ກ້າວເດີນບົນເສັ້ນທາງອັນສະຫວ່າງສະໄຫວຂອງການປະຕິວັດຕາມລັດທິມາກ-ເລນິນ ດ້ວຍຄວາມເຊື່ອໝັ້ນອັນໜັກແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ສິ່ງທ້າທາຍທົດສອບໃດໆ ແລະ ບໍ່ທໍ້ຖອຍ, ບໍ່ຍອມຈຳນົນຕໍ່ຄວາມຫຍຸ້ງຍາກ ແລະ ໄພຂົ່ມຂູ່ໃດໆທັງສິ້ນ. ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ I-V ຂອງພັກ ປະທານ ໄກສອນ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຈົນຕະຫຼອດຊີວິດຂອງເພິ່ນ ແລະ ໃນເດືອນ ສິງຫາ ປີ 1991 ໄດ້ຮັບເລືອກຕັ້ງເປັນ ປະທານປະເທດແຫ່ງ ສ.ປ.ປ ລາວ.

About admins14