ການນຳເມືອງວຽງທອງ ມອບເຄື່ອງຊ່ວຍເຫຼືອຄອບຄົວຖືກເຄາະຮ້າຍຈາກອັກຄີໄພ

 ດ້ວຍຄວາມເປັນຫ່ວງເປັນໄຍຈາກການນໍາພັກ – ລັດ, ເພື່ອເປັນການບັນເທົາທຸກໃຫ້ແກ່ຄອບຄົວຜູ້ຖືກເຄາະຮ້າຍໄຟໄໝ້ເຮືອນ, ເຊົ້າວັນທີ 28 ເມສາ 2022 ການນຳຂອງເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ແລະ ອຳນາດການປົກຄອງບ້ານ ໄດ້ນຳເອົາເຄື່ອງອຸປະໂພກ – ບໍລິໂພກຈຳນວນໜື່ງ ຄື: ເຂົ້າສານ 50 ກິໂລ, ຊາມ, ຄຸ, ຜ້າຫົ່ມ, ມຸ້ງ, ໝໍ້, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ຄົວເຮືອນຈຳນວນໜື່ງ ລວມມູນຄ່າທັງໝົດ 2,624,000 ກີບ ມອບໃຫ້ແກ່ຄອບຄົວຜູ້ທີຖືກເຄາະຮ້າຍໄຟໄໝ້ເຮືອນປະຊາຊົນບ້ານ ນ້ຳຢ້າງ ເປັນເຮືອນຂອງ ທ່ານ ສີວ່າງ ເຊີ່ງໃນຄອບຄົວມີຈໍານວນຄົນ 5 ຄົນ ຢູ່ຮ່ວມກັນ.

ເຊີ່ງແມ່ນການຊ່ວຍເຫຼືອຈາກພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫ້ອງການ ຮສສ ເມືອງ ແລະ ການນຳຂອງເມືອງ ໂດຍໃຫ້ກຽດຕາງໜ້າການນຳຂອງເມືອງກ່າວມອບເຄື່ອງໂດຍ ທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງວຽງທອງ ແລະ ຮັບໂດຍຄອບຄົວຜູ້ທີ່ຖືກເຄາະຮ້າຍ, ຊ້ອງໜ້າບັນດາພາກສ່ວນທີ່ກ່ຽວຂ້ອງຂອງເມືອງ, ອຳນາດການປົກຄອງບ້ານ ເປັນສັກຂີພະຍານ.

 

 

About admin11