ຫ້ອງການກະສິການ-ປ່າໄມ້ເມືອງ ວຽງທອງ ມອບອຸປະກອນກິລາ ໃຫ້ຫ້ອງການສືກສາທິການ ແລະ ກິລາ ເມືອງ

  ເພື່ອເປັນການສົ່ງເສີມວຽກງານສຶກສາ ແລະ ກິລາ ໃຫ້ມີຄວາມກ່າວໜ້າ ໃນຕອນບ່າຍວັນທີ 28 ເມສາ 2022. ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງ ວຽງທອງ ແຂວງບໍລິຄໍາໄຊ  ທ່ານ ອາດ ພົມມະສານ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ວຽງທອງ ໄດ້ນຳເອົາອຸປະກອນກິລາເປັນຕົ້ນແມ່ນ: ບານເຕະຈຳນວນ 18 ໜ່ວຍ, ບານສົ່ງ 12 ໜ່ວຍ, ກະຕໍ້ 12 ໜ່ວຍ, ຕາໜາງບານສົ່ງ 12 ຊຸດ ແລະ ຕາໜາງກະຕໍ້ 12 ຊຸດ ລວມມູນຄ່າທັງໝົດ 20.160,000ກິບ ເຊີ່ງເຄື່ອງຈໍານວນດັ່ງກ່າວແມ່ນໄດ້ມາຈາກການລະດົມນັກທູລະກິດ ແລະ ສັງຄົມ ກ່າວຮັບ ແມ່ນ ທ່ານ ສົມຫວັງ ວິໄລວັນ ຫົວໜ້າຫ້ອງການສືກສາທິການ ແລະ ກິລາເມືອງ  ໂດຍ ຊ້ອງໜ້າ ທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງ ວຽງທອງ ແລະ ມີພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

About admin11