ໂຮງຫມໍຊຸມຊົນເມືອງຄໍາເກີດ ເນັ້ນການບໍລິການດ້ວຍຈັນຍາບັນ-ຈັນຍາທໍາຂອງແພດ

ໃນຕອນເຊົ້າຂອງວັນທີ 27 ເມສາ 2022 ນີ້ ທີ່ຫ້ອງປະຊຸມໂຮງຫມໍຊຸມຊົນເມືອງຄໍາເກີດ ໄດ້ຈັດຊຸດຝຶກອົບຮົມຈັນຍາບັນ-ຈັນຍາທໍາແພດ ໂດຍພາຍໃຕ້ການເປັນປະທານຂອງທ່ານ ດຣ ອ່ອນສີ ສີຈັນທະວົງ ອຳນວຍການໂຮງຫມໍຊຸມຊົນເມືອງຄໍາເກີດ ມີຮອງຜູ້ອຳນວຍການ ຫົວຫນ້າໜ່ວຍງານ 9 ຫນ່ວຍງານ ພ້ອມດ້ວຍພະນັກງານ ແພດ-ໝໍ ເຂົ້າຮ່ວມ.

ຈຸດປະສົງເພື່ອກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວ, ການຄຸ້ມຄອງ, ການຕິດຕາມ ກວດກາ ວຽກງານລັດຖະກອນແພດ ເພື່ອໃຫ້ອົງການຄຸ້ມຄອງລັດຖະກອນແພດ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ດໍາເນີນວຽກງານດັ່ງກ່າວຢ່າງຖືກຕ້ອງ, ເປັນລະບົບ, ມີຄວາມເປັນເອກະພາບ, ເຂັ້ມແຂງ ແລະ ຫັດແໜ້ນ ແນໃສ່ຮັບປະກັນໃຫ້ແກ່ການກັນພະຍາດ, ສົ່ງເສີມສຸຂະພາບ, ປິ່ນປົວ ແລະ ຟື້ນຟູໜ້າທີ່ການມີຄຸນນະພາບ, ຍຸຕິທໍາ, ວ່ອງໄວ, ທັນສະໄໝ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ລັດຖະກອນແພດມີສິດ, ໜ້າທີ ພັນທະ ແລະ ພາລະບົດບາດຫຼາຍຢ່າງເຊັ່ນ: ສິດໃນການປະຕິບັດໜ້າທີ່ທາງລັດຖະການ ໄດ້ຮັບການຕອບສະໜອງສະຖານທີ່ເຮັດວຽກ, ພາຫະນະ, ອຸປະກອນຮັບໃຊ້ ແລະ ສິ່ງອໍານວຍຄວາມສະດວກຕາມລະບຽບການ, ໄດ້ຮັບການພັດທະນາ ແລະ ຝຶກອົບຮົມດ້ານເຕັກນິກວິຊາການ ປະດິດຄິດສ້າງ, ຄວາມຊໍານານງານໃນໜ້າທີ່ຮັບຜິດຊອບ ໃຫ້ບໍລິການປະຊາຊົນບັນດາເຜົ່າດ້ວຍຄວາມຈິງໃຈ, ວ່ອງໄວ, ຍຸຕິທໍາ, ສະເໝີພາບ ແລະ ດ້ວຍຄວາມເປັນມິດ. ຄຽງຄູ່ກັນນັ້ນ ແພດຕ້ອງໄດ້ປະຕິບັດຈັນຍາບັນຂອງອາຊີບຕົນຢ່າງເຂັ້ມງວດຄື: ຕ້ອງມີຈັນຍາບັນຕໍ່ຕົນເອງ, ຈັນຍາບັນຕໍ່ວິຊາຊີບ, ມີຈັນຍາບັນຕໍ່ການຈັດຕັ້ງ ແລະ ມີຈັນຍາບັນຕໍ່ປະຊາຊົນ ແລະ ສັງຄົມ. ນອກຈາກຈັນຍາບັນຂອງລັດຖະກອນແພດແລ້ວຍັງຕ້ອງປະຕິບັດຈັນຍາບັນຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງອີກດ້ວຍ. ການຈັດຊຸດຝຶກອົບຮົມໃນຄັ້ງນີ້ແມ່ນໃຊ້ເວລາຢູ່ 2 ວັນແຕ່ວັນທີ 27-28 ເມສາ ຈິ່ງສໍາເລັດ

About admin11