ການນຳຂັ້ນສູງ ພັກກອມມູນິດຫວຽດນາມ ຢ້ຽມຢາມແຂວງບໍລິຄຳໄຊ

ໃນຕອນເຊົ້າຂອງວັນທີ 01 ມິຖຸນາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄໍາໄຊ ສະຫາຍ ນາງ ເຈືອງທິມາຍ ກຳມະການກົມການເມືອງ, ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມແຂວງບໍລິຄຳໄຊ, ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ.

ໂອກາດນີ້ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ໄດ້ລາຍງານສະພາບການໂດຍຫຍໍ້ຂອງແຂວງບາງດ້ານ ເປັນຕົ້ນວຽກງານດ້ານເສດຖະກິດພາຍໃນແຂວງ ປີ 2021 ລວມຍອດຜະລິດຕະພັນພາຍໃນ (GPP) ໄດ້ 6.670,5 ຕື້ກີບ, ອັດຕາການຂະຫຍາຍຕົວ 4,77% ລາຍຮັບສະເລ່ຍຕໍ່ຫົວຄົນ 20,9 ລ້ານກີບ ຫຼື ເທົ່າກັບ 2.225 ໂດລາ, ທົ່ວແຂວງ ມີເສັ້ນທາງເຂົ້າເຖິງທຸກບ້ານ ໃນນັ້ນ ທຽວໄດ້ສອງລະດູ ກວມເອົາ 84%, ທຽວໄດ້ລະດູດຽວ ກວມເອົາ 16% ສາມາດຊົມໃຊ້ໄຟຟ້າຖາວອນ ກວມເອົາ 100%, ໂຄງການກໍ່ສ້າງຂົວຂ້າມແມ່ນໍ້າຂອງມິດຕະພາບລາວ – ໄທ ແຫ່ງທີ V ບໍລິຄຳໄຊ – ບຶງການ ປະຈຸບັນ ສັນຍາກໍ່ສ້າງຂົວ ປະຕິບັດໄດ້ 9,79%, ສັນຍາກໍ່ສ້າງອາຄານດ່ານ ແລະ ທາງເຊື່ອມຕໍ່ ປະຕິບັດໄດ້ 49,6 % ແລະ ຄາດໝາຍສູ້ຊົນຈະໃຫ້ສຳເລັດໃນທ້າຍປີ 2023 ແລະ ເປີດການນໍາໃຊ້.

ຄາດໝາຍພັດທະນາແບບຍືນຍົງດ້ານການສຶກສາ ສາມາດບັນລຸ 9 ຄາດໝາຍ, ປະຕິບັດໄດ້ຄົງທີ່ 1 ຄາດໝາຍ, ປະຕິບັດບັນດາຕົວຊີ້ບອກດ້ານສາທາລະນະສຸກບັນລຸ 10 ຕົວຊີ້ບອກ ແລະ ຍັງບໍ່ບັນລຸ 1 ຕົວຊີ້ບອກ.

ມາຮອດປະຈຸບັນ ໄດ້ຮັບວັກຊີນ ຕ້ານໂຄວິດ – 19 ຈາກສູນສຸກຂະພາບ ແມ່ ແລະ ເດັກ ທັງໝົດ 536.716 ໂດຣ໌ ໄດ້ສັກໃຫ້ປະຊາກອນ ເຂັມ 1 ໄດ້ 73,8%, ເຂັ້ມ 2 ໄດ້ 65,4%, ເຂັມ 3 ໄດ້ 18,8% ແລະ ເຂັ້ມ 4 ໄດ້ 1,4% ທຽບໃສ່ປະຊາກອນ. ມີຜູ້ຕິດເຊື້ອສະສົມ 5.345 ຄົນ, ປິ່ນປົວຫາຍດີ 5,305 ຄົນ, ກຳລັງປິ່ນປົວ 4 ຄົນ, ເສຍຊີວິດສະສົມ 36 ຄົນ, ທົ່ວແຂວງມີຄອບຄົວວັດທະນະທຳ 47.940 ຄອບຄົວ ເທົ່າກັບ 89,56%, ມີບ້ານວັດທະນະທໍາໄດ້ 274 ບ້ານ ເທົ່າກັບ 96,47%, ສາມາດດຶງດູດນັກທ່ອງທ່ຽວເຂົ້າມາແຂວງບໍລິຄຳໄຊໄດ້ 76.773 ເທື່ອຄົນ.

ແຂວງບໍລິຄຳໄຊ ໄດ້ເພີ່ມທະວີການພົວພັນຮ່ວມມື, ແລກປ່ຽນວຽກງານໃນແຕ່ລະດ້ານໃຫ້ເຂົ້າສູ່ລວງເລິກ ໃນຂົງເຂດຕ່າງໆ ກັບບັນດາແຂວງ ສສ ຫວຽດນາມ ໂດຍສະເພາະແຂວງຮ່າຕິ້ງ ເຊິ່ງເປັນແຂວງແຮກສ່ຽວ, ແຂວງເຫງະອານ, ແຂວງເລິມດົງ, ນະຄອນດາໜັງ ແລະ ບັນດາທ້ອງຖິ່ນອື່ນໆ.

ໄລຍະຜ່ານມາ ໄດ້ມີການຮ່ວມມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນດ້ານຕ່າງໆ ເປັນຕົ້ນແມ່ນຊ່ວຍເຫຼືອສົມທົບທຶນກໍ່ສ້າງໂຮງຮຽນ, ໂຮງໝໍ, ເຮືອນມິດຕະພາບໃຫ້ຄອບຄົວທຸກຍາກ ແລະ ໂຄງການຕ່າງໆ ນັບທັງການຊ່ວຍເຫຼືອດ້ານອຸປະກອນການແພດຕ້ານພະຍາດ ໂຄວິດ – 19 ລວມມູນຄ່າຫຼາຍກວ່າ 40 ກວ່າຕື້ດົງ, 396 ລ້ານກີບ ແລະ 50 ພັນໂດລາ, ແຂວງບໍລິຄຳໄຊ ໄດ້ມອບເງິນ 03 ຄັ້ງ ຊ່ວຍແຂວງຮ່າຕິ້ງ ໃນການສ້າງເຮືອນມິດຕະພາບໃຫ້ຄອບຄົວອະດີດ ທະຫານອາສາສະໝັກຫວຽດນາມ ທີ່ເຄີຍມາປະຕິບັດໜ້າທີ່ຢູ່ລາວ, ຊ່ວຍຜູ້ຖືກໄພພິບັດນໍ້າຖ້ວມ ແລະ ຊ່ວຍປະກອບສ່ວນຕ້ານພະຍາດ ໂຄວິດ- 19 ລວມມູນຄ່າ 30 ພັນໂດລາ, ຊ່ວຍທຶນກໍ່ສ້າງບຸກຄະລາກອນໃຫ້ ແຂວງຮ່າຕິ້ງ ແລະ ແຂວງເຫງະອານ ມາຮຽນກຽມພາສາ ແລະ ວິຊາສະເພາະ ຢູ່ມະຫາວິທະຍາໄລແຫ່ງຊາດລາວ 3 – 5 ທຶນ/ປີ.

ວຽກງານຊອກຫາ ແລະ ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ນັບແຕ່ປີ 1999 – 2022 ສາມາດຊອກຫາ ແລະ ຂຸດຄົ້ນ ໄດ້ທັງໝົດ 535 ອັດຖິ ເຊິ່ງໄດ້ສຳເລັດການຈັດພິທີມອບ – ຮັບ ແລະ ຈັດສົ່ງກັບຄືນປະເທດຢ່າງສົມກຽດ.

ພ້ອມນີ້ ສະຫາຍ ຮ່ວາງຈູງຢຸງ ກຳມະການຄະນະບໍລິຫານງານສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຮ່າຕິ້ງ ຍັງໄດ້ມອບຄອມພິວເຕີຕັ້ງໂຕະຈຳນວນ 10 ຊຸດ ໃຫ້ແຂວງບໍລິຄຳໄຊ ເພື່ອປະກອບສ່ວນເຂົ້າໃນວຽກງານ ເປັນກຽດຮັບໂດຍສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊ. ຈາກນັ້ນ ໃນເວລາຕໍ່ມາ ການນຳແຂວງບໍລິຄຳໄຊ ຍັງໄດ້ຈັດພິທີບາສີຂວັນໃຫ້ແກ່ການນໍາຂັ້ນສູງ ຂອງພັກກອມມູນິດຫວຽດນາມ ຕາມຮີດຄອງປະເພນີລາວ.

About admins16