ປະກາດແຕ່ງຕັ້ງຫົວໜ້າດ່ານ ຕມ 02 ດ່ານສາກົນ ແຂວງ ບໍລິຄໍາໄຊ

  

      ວັນທີ 30 ພຶດສະພາ 2022 ຢູ່ທີ່ຫ້ອງປະຊຸມເບີ 01 ປກສ ແຂວງ ບໍລິຄໍາໄຊ ໄດ້ຈັດພິທີ ປະກາດຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຖອນ ແລະ ແຕ່ງຕັ້ງຫົວໜ້າ ຕມ ດ່ານຊາຍແດນ ສາກົນນ້ຳພ້າວ ແລະ ດ່ານຊາຍແດນສາກົນປາກຊັນ ຂື້ນ ໂດຍການໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ບຸນສົງ ເພັດຈະເລີນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ພັອ ສາຍສະໝິງ ສີວິໄລ ຄະນະພັກກົມໃຫຍ່ສັນຕິບານ ຫົວໜ້າກົມ ຕມ ກະຊວງປ້ອງກັນຄວາມສະຫງົບ, ທ່ານ ພັອ ຜາຂົງ ດອກມະນີຈັນ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ.

       ໃນພິທີ ຫົວໜ້າດ່ານ ຕມ ດ່ານຊາຍແດນສາກົນທັງ 02 ດ່ານ, ໄດ້ຜັດປ່ຽນກັນຂື້ນຜ່ານບົດສະຫຼຸບຜົນງານການນໍາພາ ແລະ ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນການຄຸ້ມຄອງ ກວດກາພາຍໃນດ່ານທີ່ຕົນຮັບຜິດຊອບໃນໄລຍະຜ່ານມາ, ໂດຍໄດ້ຮັບການຊີ້ນໍາ-ນໍາພາຮອບດ້ານຢ່າງໃກ້ຊິດຕິດແທດຈາກຄະນະພັກ, ຄະນະຊີ້ນໍາດ່ານຊາຍແດນ ສາກົນນ້ຳພ້າວ ແລະ ດ່ານຊາຍແດນສາກົນປາກຊັນ.

ຄະນະດ່ານ ຕມ ໄດ້ນໍາພາວຽກງານ ປະຈໍາການຕະຫຼອດ 24 ຊົ່ວໂມງ, ດ່ານ ຕມ ຊາຍແດນສາກົນນ້ຳພາວ ແລະ ປາກຊັນ ສາມາດສະກັດກັ້ນ ແລະ ແກ້ໄຂໄດ້ກຸ່ມຄົນທີ່ລັກລອບເຂົ້າ – ອອກເມືອງ, ຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດ ແລະ ປະກົດການຫຍໍ້ທໍ້ຕ່າງໆໄດ້ທັນເວລາ, ໃນນີ້ ດ່ານ ຕມ ຊາຍແດນສາກົນນ້້ຳພາວ ຢຶດໄດ້ໄມ້ຂະຍຸງ ຈໍານວນ 709 ທ່ອນ ນ້້ຳໜັກ 9,689 ກິໂລ, ໄມ້ດູ່ 226 ທ່ອນ ນ້ຳໜັກ 7,789 ກິໂລ, ໄມ້ຄໍາພີ 05 ໂຕ ນ້ຳໜັກ 430 ກິໂລ ແລະ ຢຶດໄດ້ເຄືອໄມ້ປະເພດເປັນຢາ ຈໍານວນ 111 ເປົາ ນ້ຳໜັກ 5.423 ກິໂລ.

ສໍາລັບດ່ານ ຕມ ຊາຍແດນສາກົນ ປາກຊັນ ໄດ້ນໍາພາພະນັກງານເຈົ້າໜ້າທີ່ປະຈໍາດ່ານອອກກວດກາລາດຕະເວນເລາະລຽບຕາມຊາຍແດນ ສາມາດຢຶດໄດ້ສີນຄ້າລັກລອບນໍາເຂົ້າປະເພດ ປາມຶກແຊ່ແຂງ ຈໍານວນ 150 ກິໂລ, ຊີ້ນສ່ວນໝູແຊ່ແຂງ 120 ກິໂລ, ສຶກສາອົບຮົມຜູ້ລັກລອບນໍາເຂົ້າ ຕາມລະບຽບຫຼັກການ.

ທ່ານພັນຕີ ສຸກສະຫວັນ ເກດສັດຖາ ຮອງຫົວໜ້າພະແນກກົງຈັກ ກົມຈັດຕັ້ງ – ພະນັກງານ ກົມໃຫຍ່ການເມືອງ ກໍ່ໄດ້ຂື້ນຜ່ານຂ້ຳຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 722/ປກສ ລົງວັນທີ 03 ພຶດສະພາ 2022 ວ່າດ້ວຍການຖອນນາຍຕໍາຫຼວດທີ່ຂື້ນກັບກົມໃຫຍ່ສັນຕິບານ ຂື້ນປະຈໍາການຢູ່ກົມໃຫຍ່ສັນຕິບານ ແລະ ຂໍ້ຕົກລົງສະບັບເລກທີ 723/ປກສ ລົງວັນທີ 03 ພຶດສະພາ 2022 ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດທີ່ຂື້ນກັບກົມໃຫຍ່ສັນຕິບານ ໂດຍຕົກລົງແຕ່ງຕັ້ງ ພັທ ແສງຈັນ ວິໄລພອນ ເປັນຫົວໜ້າດ່ານ ຕມ ດ່ານຊາຍແດນສາກົນນ້ຳພາວ ແລະ ແຕ່ງຕັ້ງ ພັຕ ວັນທະລັງສີ ປີ່ນແກ້ວປະເສີດ ເປັນຫົວໜ້າດ່ານ ຕມ ດ່ານຊາຍແດນສາກົນປາກຊັນ ແຂວງ ບໍລິຄໍາໄຊ.

About admin11