ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ຢ້ຽມຢາມໂຮງຮຽນ ມສ ສີທ່ານາໄຊ

ໃນຕອນເຊົ້າຂອງວັນທີ 01 ມິຖຸນາ 2022 ຢູ່ໂຮງຮຽນ ມ.ສ ສີທ່ານາໄຊ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ເປັນກຽດຕ້ອນຮັບ ສະຫາຍ ນາງ ເຈືອງທິມາຍ ກຳມະການກົມການເມືອງ, ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມແຂວງບໍລິຄຳໄຊ.

ທ່ານ ອຈ ວິໂລດ ເລືອງຕະກຸນ ອຳນວຍການໂຮງຮຽນ ມສ ສີທ່ານາໄຊ ໄດ້ລາຍງານສະພາບລວມໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານການຮຽນ – ການສອນ ຢູ່ໂຮງຮຽນ ມສ ສີທ່ານາໄຊ ວ່າ: ໂຮງຮຽນ ມສ ສີທ່ານາໄຊ ສ້າງຕັ້ງຂຶ້ນໃນປີ 1996 ເປັນໂຮງຮຽນມັດທະຍົມສຶກສາສົມບູນ ຊຶ່ງມີສາຍຕັ້ງຂຶ້ນກັບພະແນກສຶກສາທິການ ແລະ ກິລາແຂວງໂດຍກົງ, ມີເນື້ອທີ່ທັງໝົດ 31 ເຮັກຕາ ກັບ 1,048 ຕາແມັດ, ມີອາຄານທີ່ນໍາໃຊ້ເຂົ້າໃນການຮຽນ – ການສອນທັງໝົດ 12 ຫຼັງ, ມີຫ້ອງໃຊ້ຮຽນ 24 ຫ້ອງ, ປະກອບມີ 7 ຊັ້ນຮຽນ.

ນັກຮຽນໃນເຂດບໍລິການເຂົ້າຮຽນ ມີ 8 ບ້ານ, ໃນສົກຮຽນ 2021 – 2022 ມີນັກຮຽນທັງໝົດ 743 ຄົນ, ຍິງ 397 ຄົນ (ຊັ້ນ ມ. ຕົ້ນ ມີ 366 ຄົນ, ຍິງ 188 ຄົນ ແລະ ຊັ້ນ ມ.ປາຍ ມີ 377 ຄົນ, ຍິງ 209 ຄົນ), ມີ ຄູ – ອາຈານ ທັງໝົດ 45 ຄົນ, ຍິງ 28 ຄົນ, ການຈັດການຮຽນ – ການສອນ ແມ່ນໄດ້ປະຕິບັດຕາມໂຄງການຫຼັກສູດ ແລະ ປະຕິບັດຕາມ 3 ລັກສະນະ, 5 ຫຼັກມູນຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ.

ໄລຍະຜ່ານມາ ໂຮງຮຽນ ມສ ສີທານາໄຊ ແຂວງບໍລິຄຳໄຊ ໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ສສ ຫວຽດນາມ ຈຳນວນ 5 ໂຄງການ ຄື: ສົກປີ 2012-2013 ໄດ້ຮັບທຶນກໍ່ສ້າງອາຄານຮຽນ ຈາກແຂວງຮາຕິງ 1 ໂຄງການ ມູນຄ່າ 1,2 ຕື້ດົ່ງ, ປີ 2016 ແລະ 2019 ໄດ້ຮັບທຶນຊ່ວຍເຫຼືອ 3 ໂຄງການ ຄື: ຈາກແຂວງຮ່າຕິ້ງ ໃຫ້ທຶນກໍ່ສ້າງຫໍສະໝຸດຂອງແຂວງ ມູນຄ່າ 3 ຕື້ດົງ ແລະ ກໍ່ສ້າງເສັ້ນທາງເບຕົງ ມູນຄ່າ 2 ຕື້ດົງ, ພິເສດ ໃນທ້າຍປີ 2016 ແຂວງບໍລິຄຳໄຊ ໄດ້ຮັບກຽດຕ້ອນຮັບ ສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ມາຢ້ຽມຢາມ ແລະ ມອບຂອງຂວັນທຶນກໍ່ສ້າງອາຄານໂຮງຮຽນ ມສ ສີທານາໄຊ ເຊິ່ງກໍແມ່ນອາຄານ 4 ຊັ້ນ ມູນຄ່າ 30 ຕື້ດົ່ງ ເຊິ່ງໄດ້ກໍ່ສ້າງສຳເລັດ ແລະ ເປີດການນຳໃຊ້ຢ່າງເປັນທາງການ ໃນທ້າຍປີ 2019.

ສົກຮຽນ 2018 – 2019 ມີນັກຮຽນຈົບ ມໍ7 ໄປຮຽນຕໍ່ວິຊາສະເພາະຢູ່ພາຍໃ ປະເທດ 26 ຄົນ, ຍິງ 18 ຄົນ ແລະ ສສ ຫວຽດນາມ 6 ຄົນ, ຍິງ 4 ຄົນ, ສົກຮຽນ 2019 – 2020 ມີນັກຮຽນເກັ່ງລະດັບແຂວງ 2 ຄົນ, ຍິງ 1 ຄົນ, ໄປຮຽນຕໍ່ວິຊາສະເພາະຢູ່ພາຍໃນປະເທດ 29 ຄົນ, ຍິງ 11 ຄົນ ແລະ ສສ ຫວຽດນາມ 9 ຄົນ, ຍິງ 4 ຄົນ, ສົກຮຽນ 2020 – 2021 ມີນັກຮຽນໄປຮຽນຕໍ່ວິຊາສະເພາະຢູ່ພາຍໃນປະເທດ 53 ຄົນ, ຍິງ 9 ຄົນ ແລະ ສສ ຫວຽດນາມ 16 ຄົນ, ຍິງ 7 ຄົນ.

ນອກນັ້ນ ແຂວງບໍລິຄຳໄຊ ຍັງໄດ້ຮັບທຶນກໍ່ສ້າງຊັບພະຍາກອນມະນຸດ ໃນລະດັບຊັ້ນສູງ, ປະລິນຍາຕີ, ປະລິຍາໂທ ແລະ ບໍາລຸງພາສາ 10 ເດືອນ ໃນສົກປີ 2021 – 2022 ຈາກ ແຂວງຮ່າຕິ້ງ, ເຫງະອານ, ເລິມດົງ, ດາໜັງ, ຖາຍງວຽນ ແລະ ນະຄອນຫ້າຍຟ່ອງ ສສ ຫວຽດນາມ ຈຳນວນ 130 ຄົນ (ສະເພາະ ແຂວງຮ່າຕີ້ງ ເຊິ່ງເປັນແຂວງແຮກສ່ຽວຂອງພວກເຮົາ ແມ່ນ 80 ທຶນ).

ເນື່ອງໃນໂອກາດທີ່ສະຫາຍ ນາງ ເຈືອງທິມາຍ ເດີນທາງມາຢ້ຽມຢາມ ໂຮງຮຽນ ມ.ສ ສີທ່ານາໄຊ ໃນຄັ້ງນີ້ ສະຫາຍ ຍັງໄດ້ມອບເງິນຈຳນວນ 20.000 ໂດລາສະລັດ ໃນຄອບຄົວທຸກຍາກ ຈຳນວນ 200 ນ້ອງ ເພື່ອເປັນທຶນເຂົ້າໃນການສຶກສາຮ່ຳຮຽນ.

About admins16