ການນຳຂອງແຂວງ ແລະ ເມືອງຄຳເກີດ ເລັ່ງແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ບ້ານທີ່ຖືກນ້ຳຖ້ວມ

       

        ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍວັນເຮັດໃຫ້ບັນດາສາຍນໍ້າ ຫ້ວຍໜອງຄອງບຶງ ມີລະດັບເພີ່ມຂຶ້ນຢ່າງໄວວາ ແລະ ໄດ້ລົ້ນຕາຝັ່ງ ໄຫລລົງເຂດພື້ນທີດິນຕໍ່າ ເຊິງໄດ້ສົງຜົນກະທົບໂດຍກົງຕໍ່ກັບພໍ່ແມ່ປະຊາຊົນ ເປັນຕົ້ນແມ່ນ ໄຮ່ນາ-ຮົ້ວສວນ ພື້ນທີ່ທໍາການຜະລິດ ສັດລ້ຽງ ຕະຫລອດຮອດຊີວິດການເປັນຢູ່ຂອງປະຊາຊົນ.

        ຍ້ອນເຫັນໄດ້ສະພາບຄວາມຫຍຸ້ງຍາກດັ່ງກ່າວ ໃນຕອນ ເຊົ້າວັນທີ 5 ສິງ ຫາ 2023 ນີ້, ທ່ານ ພົຈວ ຈວງຈັນ ລາດສະວົງ ຄະນະປະຈໍາພັກແຂວງ ຫົວໜ້າກອງບັນຊາການທະຫານແຂວງບໍລິຄໍາໄຊ, ທ່ານ ເພັດສະໃໝ ໄຊຍະທິຈັກ ເລຂາພັກເມືອງ ເຈົ້າເມືອງຄໍາເກີດ ພ້ອມດ້ວຍຄະນະ ໄດ້ລົງຊີ້ນຳວຽກງານການຊ່ວຍເຫຼືອປະຊາຊົນ ເຊັ່ນ: ຊ່ວຍປະຊາຊົນບ້ານທີ່ຖືກນ້ຳຖ້ວມສູງບໍ່ມີທີ່ຢູ່ອາໃສ, ຊ່ວຍກອບກູ້ເອົາສັດລ້ຽງ, ເຄື່ອງຂອງທີ່ຈຳເປັນ ແລະ ມອບເຄື່ອງບັນເທົາທຸກເບື້ອງຕົ້ນໃຫ້ແກ່ປະຊາຊົນບ້ານທີ່ຖືກຜົນກະທົບເບື້ອງຕົ້ນ ເຊັ່ນ:  ນໍ້າດື່ມ, ມີ່ສໍາເລັດຮູບ, ໄຂ່  ແລະ ອື່ນໆ.

       ຕາມການລາຍງານຂອງຄະນະກຳມະການຄູ້ມຄອງໄພພິບັດຂອງເມືອງຄຳເກີດໃຫ້ຮູ້ວ່າ:  ທົ່ວເມືອງນ້ຳຖ້ວມປະມານ70% ກວມເອົາ20ບ້ານ ຂອງເມືອງ ໃນນັ້ນເສັ້ນທາງ ບ້ານໂພນໄຊ-ບ້ານໃຫຍ່ທົ່ງແສນ ປິດການສັນຈອນຍ້ອນລະດັບນ້ຳຂຶ້ນສູງ ແລະ ຖ້ວມນາ-ສວນຂອງປະຊາຊົນຈຳນວນຫລາຍ, ເສັ້ນທາງເຂດທົ່ງແຄະ, ແຕ່ບ້ານວັງກໍ່ ຫາ ບ້ານທົ່ງແຄະ ທາງຂາດດິນເຈື່ອນ, ເຂດໂພນຕານ ແຕ່ບ້ານປຸ່ງປ່າຕາວ,ບ້ານກວນຈັນ ແລະ ບ້ານນາປ່າຫວ້ານ ນ້ຳຂື້ນຖ້ວມໃນລະດັບສູງ, ເຂດຫນອງກອກ ລວມມີບ້ານແກ້ງບິດ ແລະ ບ້ານຫນອງກອກ ນ້ຳປ່າໄຫລຫລາກ ຖ້ວມບ້ານເຮືອນ ແລະ ໄຮ່ນາຮົ້ວສວນຂອງປະຊາຊົນເປັນຈຳນວນຫຼາຍ

        ສະເພາະເສັ້ນທາງເລກ 8 ແຕ່ໂພນຕານ ຫາ ປຸ່ງປ່າຕາວ ຫາ ຫ້ວຍແກ້ວ, ນາເດື່ອ ນ້ຳຍັງຖ້ວມເປັນບໍລິເວນກວ້າງ ການສັນຈອນໄປມາຫາສູກັນໃນປະຈຸບັນແມ່ນໄດ້ໃຊ້ເຮືອເປັນບາງຍ່ານ ແລະ ໃຊ້ລົດໄຖ ເຮັດໃຫ້ການສັນຈອນນັ້ນພົບຄວາມລ້ຳບາກ, ບາງເຂດບໍ່ມີໄຟຟ້າໃຊ້ ສະເພາະການແກ້ໄຂດິນເຊາະເຈື່ອນ ຕາມທາງເລກ 8 ສັນພູໄຮ ປະຈຸບັນ ທາງສູນການ, ແຂວງຄຳມ່ວນ ແລະ ບໍລິຄຳໄຊ ໄດ້ເລັ່ງເຂົ້າຊ່ວຍເຫຼືອຄົນຕົກຄ້າງ, ດິນໄຫຼທັບລົດ ແລະ ນ້ຳສຸລົງເຫວ ພ້ອມທັງແກ້ໄຂສະພາບດິນເຊາະເຈື່ອນທັບເສັ້ນທາງ ໃຫ້ສາມາດສັນຈອນໄປມາໄດ້ໂດຍໄວ.

About admin11