ຜົນກະທົບດ້ານອຸທົກກະໄພຢູ່ເມືອງວຽງທອງ

             ຕາມການລາຍງານຂອງຄະນະກໍາມະການຕ້ານໄພພິບັດຂັ້ນເມືອງວຽງທອງ ແຂວງບໍລິຄຳໄຊ, ​ໃນວັນທີ 4 ສີງຫາ 2023 ​ທີມງານໄດ້ລົງຕິດຕາມສະພາບຜົນກະທົບເບື້ອງຕົ້ນ ເນື່ອງຈາກຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດສະພາບດີນເຊາະເຈື່ອນ, ​ເສົາໄຟຟ້າລົ້ມແລະນ້ຳລົ້ນຝັ່ງຂື້ນຖ້ວມເນື້ອທີນາ,​ ມັນຕົ້ນ,​ ສວນໝາກສາລີ ມີຜົນກະທົບຢູ່ຫຼາຍກຸ່ມບ້ານຂອງເມືອງເຊັ່ນ: ເສັ້ນທາງແຕ່ເທດສະບານເມືອງຫາກຸ່ມທອງມີໄຊ ຖືກຕັດຂາດຍ້ອນດີນເຊາະເຈື່ອນຖົມທາງ,​ ຂົວເປ່ເພ,​

            ກຸ່ມຈອມທອງ ເສັ້ນທາງລະຫວ່າງຈອມທອງຫານໍ້າຢ່າງ ເຂດພູນົກກົກມີດິນສະໄລ້ລົງໃສ່ຂ້າງທາງ 4 ຈຸດ, ​ພູຫຼັກພັນ ດິນສະໄລລົງໃສ່ຂ້າງທາງ 2 ຈຸດ ປະຈຸບັນ ຄະນະສະເພາະກິດເມືອງວຽງທອງ ໄດ້ປະສານຫາພາກສ່ວນກ່ຽວຂ້ອງແກ້ໄຂໄດ້ແລ້ວ ແລະ ສາມາດສັນຈອນໄປມາໄດ້ປົກກະຕິ,

        ​ກຸ່ມຈວນ ແລະ ກຸ່ມ ນາເມືອງ ລະບົບເສັ້ນທາງບໍ່ສາມາດໄປມາໄດ້ເນື່ອງຈາກເສັ້ນທາງເປ້ເພ ລະບົບໄຟຟ້າຖືກຕັດຂາດເນື່ອງຈາກເສົາໄຟຫັກບາງຈຸດ ລວມມີ 8 ບ້ານ. ກຸ່ມຜາທອງ ບ້ານທີ່ໄດ້ຮັບຜົນກະທົບມີບ້ານນໍ້າຢ້າງ ແລະ ບ້ານທ່າແພ ໄດ້ຍົກຍ້າຍປະຊາຊົນ ແລະ ສັດລ້ຽງທີ່ຢູ່ເຂດນໍ້າຖ້ວມອອກມາໄວ້ເຂດທີ່ປອດໄພແລ້ວ.​

       ກຸ່ມນາຊວງ ໄດ້ຮັບຜົນກະທົບທົບຫຼາຍບ້ານລຽບແຄມສາຍນໍ້າກ້າງ ນໍ້າຊວງເຊັ່ນບ້ານ ນາວັງໄຄ້, ນໍ້າກ້າງ,ນາຊວງ,ຫີນໂງ່ນ ແລະ ນາດີ ເຊີ່ງນໍ້າໄດ້ຖ້ວມສວນສາລີ, ສວນມັນຕົ້ນ, ທົ່ງນາພໍ່ແມ່ປະຊາຊົນທີ່ລຽບແຄມນໍ້າ ສ່ວນມູນຄ່າການເສຍຫາຍເບື້ອງຕົ້ນຍັງບໍ່ສາມາດປະເມີນໄດ້.​

About admin11