ດິນເຈື່ອນທັບປະຊາຊົນ ບ້ານເມືອງມ່ວນ ເສຍຊີວິດ 2 ຄົນ

ຕາມການລາຍງານຂອງອຳນາດການປົກຄອງບ້ານເມືອງມ່ວນ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ໃຫ້ຮູ້ວ່າ: ໃນ​ວັນ​ທີ 4 ສິງ​ຫາ 2023 ມີ​ປະ​ຊາ​ຊົນ ຈຳ​ນວນ 2 ຄົນ ຊື່ ທ້າວ​ ພອນ ແລະ ທ້າວຕຸ້ຍ ທັງສອງ ອາຍຸປະມານ 25-30 ປີ ກ່ອນເກີດເຫດທັງສອງໄດ້​ຊວນກັນໄປນອນປ່າ​ຊອກຫາ​ກິນ​ຢູ່​ພູ​ນ້ຳ​ກູ້ ແຕ່ໂຊກບໍ່ດີ ໃນເວລາກາງຄືນມີຝົນຕົກລົງມາຢ່າງແຮງ ແລະ ບໍ່ຂາດສາຍ  ຈື່ງເປັນເຫດເຮັດໃຫ້ດິນນັ້ນເຈື່ອນລົງມາແຕ່ເທີງພູລົງມາທັບຜູ້ກ່ຽວທັງສອງຄົນເສຍຊີວິດ, ຕາມການບອກເລົ່າຂອງຄອບຄົວ​ ພໍ​ຮອດ ວັນ​ທີ 5 ສິງ​ຫາ 2023 ຄອບຄົວຜູູ້ກ່ຽວຢູ່ບ້ານບໍ່​ເຫັນກັບມາເຮືອນ ແລ້ວເກີດມີຄວາມສົງໃສວ່າຈະມີເຫດຮ້າຍເກີດຂື້ນ​.

ດັ່ງນັ້ນ, ຄອບ​ຄົວ​ຈື່ງ​ອອກ​ໄປ​ຊອກ​ຫາ ຈຸດ​ທີ່​ເຂົາ​ເຈົ້າ​ເຄີຍ​ໄປ ຈື່ງ​ຍ່າງ​​ຊອກ​ຄົ້ນຫາເລີຍ​ເຫັນ​ດິນ​ເຈື່ອນ ແລ້ວຕັ້ງໃຈຄົ້ນຫາ ແລ້ວໄປເຫັນ​ແຂນ​ພົ້ນອອກມາ ແຕ່ວ່າໄດ້ເສຍຊີວິດແລ້ວ ສະ​ນັ້ນ​ຜູ້​ພົບ​ເຫັນ​ຈື່ງ​ໄດ້​ກັບ​ມາ​ບ້ານ​ຂໍ​ຄວາມ​ຊ່ວຍ​ເຫຼືອຈາກອຳນາດການປົກຄອງ ແລະ ຊາວບ້ານ ເພື່ອໄປ​​ຂຸດ​ເອົາຮ່າງຜູ້ທີ່ເສຍຊີວິດຜູ້ທີ່ໜື່ງອອກມາ  ແລະ ນໍ​າສົບ​ຜູ້​ກ່ຽວ​ມາ​ບ້ານ.​ ສ່ວນ​ອີກຜູ້​ 1 ຍັງບໍ່ທັນເຫັນ,​ ແລະ ໄດ້ລາຍງານໃຫ້ທ່ານເຈົ້າເມືອງວຽງທອງຮັບຊາບ ມາວັນທີ 6 ສີງຫາ 202 ທ່ານເຈົ້າເມືອງ​ໄດ້ສົ່ງ​ກຳ​ລັງ ທະຫານ ແລະ ພາກ​ສ່ວນ​ທີ່​ກ່​ຽວ​ຂ້ອງ​ລົງ ​ສົມ​ທົບກັບອຳນາດການປົກຄອງບ້ານເມືອງມ່ວນ ເພື່ອຄົ້ນ​ຫາ ຈົນ​ມາ​ຮອດ​ເວ​ລາ 10 ໂມງ​ຈື່ງ​ໄດ້​ພົບ​ເຫັນຊາກ​ສົບ​ຂອງ​ຜູ້​ທີ 2 ຢູ່ໃຕ້ກອງດິນທີ່ເຊາະເຈື່ອນລົງມາ ຈື່ງໄດ້ນຳຮ່າງຜູ້ເສຍຊີວິດກັບມາບ້ານ ແລະ ເພື່ອເຮັດພິທີສົ່ງສະການ​ຕາມ​ຮີດ​ຄອງ​ປະ​ເພ​ນີ​.

About admin11