ກັກຕົວຜູ້ຖືກຫາ ຄະດີລັກເຫຼັກເສົາໄຟຟ້າແຮງສູງ ມູນຄ່າເສຍຫາຍ 200 ລ້ານກວ່າກີບ

ເຈົ້າໜ້າທີ່ ພະແນກຕໍາຫຼວດ ປກສ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກພົນລະເມືອງດີ ໃນຄັ້ງ ວັນທີ 13 ຕຸລາ 2022 ວ່າມີກຸ່ມຄົນບໍ່ດີໄດ້ເຄື່ອນໄຫວລັກເຫຼັກ ແລະ ນ໋ອດເສົາໄຟຟ້າແຮງສູງເຂດ ບ້ານ ໂພນສະຫວັນ ເມືອງທ່າພະບາດ ແລະ ໄດ້ຮັບແຈ້ງຄວາມຈາກ ພະແນກລະບົບສາຍສົ່ງພາກກາງ 2 ວ່າ ມີຄົນຮ້າຍມາລັກເອົາ ເຫຼັກ ແລະ ນ໋ອດ ເສົາໄຟຟ້າແຮງສູງ 115 ກິໂລວັດ ແລວທ່າບົກ – ປາກຊັນ ຕັ້ງຢູ່ເຂດບ້ານ ໂພນສະຫວັນ ເມືອງທ່າພະບາດ, ຈໍານວນ 6 ຕົ້ນ ເຫຼັກໂຕ L ຍາວ 60 cm – 196,5 cm ຈໍານວນ 60 ເສັ້ນ, ນ໋ອດ M 6.8 ຈໍານວນ 120 ໂຕ ແລະ ສະເຕັບບ໋ອດ (step bots) ຈໍານວນ 128 ໂຕ ລວມມູນຄ່າເສຍຫາຍ ຈໍານວນ 216.409.515 ກີບ.

ຈາກນັ້ນ ທາງເຈົ້າໜ້າທີ່ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ລົງເກັບກໍາຂໍ້ມູນ, ຂຶ້ນບັນຊີ ແລະ ຕິດຕາມເປົ້າໝາຍ, ມາຮອດ ວັນທີ 28 ຕຸລາ 2022 ຈຶ່ງສາມາດກັກຕົວຜູ້ຖືກຫາ ຄື: ທ້າວ ບຸນທະວີ ອິນທະວົງໄຊ, ທ້າວ ສາຄອນ ອິນທະວົງໄຊ ແລະ ທ້າວ ອ້ວນ ເຄນທອງ ພວກກ່ຽວທັງ 3 ຄົນ ແມ່ນປະຊາຊົນ ບ້ານໂພນສະຫວັນ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ມາດໍາເນີນການສືບສວນ-ສອບສວນ.

ຜ່ານການສືບສວນ-ສອບສວນ ທ້າວ ບຸນທະວີ ໄດ້ໃຫ້ການຮັບສາລະພາບວ່າ: ຕົນເອງໄດ້ເຄື່ອນໄຫວລັກເຫຼັກເສົາໄຟຟ້າ ຮ່ວມກັບທ້າວ ສາຄອນ ແລະ ອ້ວນ ເຄນທອງ ມາແລ້ວ 5 ຄັ້ງ, ໃນຈໍານວນ 5 ຄັ້ງ ຜູ້ກ່ຽວສາມາດລັກເຫຼັກເສັ້ນ ຍາວປະມານ 1-2 ແມັດ ຈໍານວນ 70 ເສັ້ນ, ແລ້ວເອົາໄປຂາຍໃຫ້ຄົນຫວຽດນາມທີ່ເລາະຊື້ເຫຼັກເສດ ໄດ້ເງິນທັງໝົດ 1.030.000 ກີບ, ສ່ວນເງິນທີ່ໄດ້ພວກກ່ຽວໄດ້ແບ່ງປັນກັນໄປຊື້ຢາບ້າມາເສບຈົນໝົດ.

ທ້າວ ສາຄອນ ອີນທະວົງ ໄດ້ໃຫ້ການຮັບສາລະພາບວ່າ: ໄດ້ເຄື່ອນໄຫວລັກເຫຼັກເສົາໄຟ ກັບ ທ້າວ ບຸນທະວີ ມາແລ້ວ 3 ຄັ້ງ, ໄດ້ເຫຼັກເສັ້ນ ຍາວປະມານ 1 – 2 ແມັດ ໄດ້ 23 ເສັ້ນ, ເອົາໄປຂາຍໄດ້ເງີນ 435.000 ກີບ ແລ້ວແບ່ງປັນກັນໄປຊື້ຢາບ້າມາເສບຈົນໝົດ ແລະ ສ່ວນທ້າວ ອ້ວນ ເຄນທອງ ໄດ້ໃຫ້ການຮັບສາລະພາບວ່າ: ຜູ້ກ່ຽວໄດ້ຮ່ວມກັບທ້າວ ບຸນທະວີ ລັກເຫຼັກເສົາໄຟຟ້າ ມາແລ້ວ 3 ຄັ້ງ, ໃນເດືອນ ມິຖຸນາ – ກໍລະກົດ 2022, ສາມາດລັກເຫຼັກເສັ້ນ ຍາວປະມານ 1 – 2 ແມັດ ໄດ້ 14 ເສັ້ນ, ເອົາໄປຂາຍໄດ້ເງີນ ຈໍານວນ 400.000 ກີບ ມາແບ່ງກັນໄປຊື້ຢາບ້າມາເສບຈົນໝົດ.

ເຈົ້າໜ້າທີ່ຍັງໃຫ້ຮູ້ຕື່ມອິກວ່າ: ຜ່ານການເກັບກໍາຂໍ້ມູນຫຼັກຖານ, ສໍານວນຄະດີ ແລະ ຄໍາໃຫ້ການຮັບສາລະພາບ ເຫັນວ່າ: ທ້າວ ບຸນທະວີ, ທ້າວ ສາຄອນ ແລະ ທ້າວ ອ້ວນ ພວກກ່ຽວທັງ 3 ແມ່ນມີເຈດຕະນາເຄື່ອນໄຫວລັກຊັບ ຂອງພົນລະເມືອງ, ຊັບຂອງລັດແບບລວມໝູ່ ເປັນການກະທໍາຜິດຕໍ່ກໍາມະສິດ ແລະ ມີຜົນເສຍຫາຍຢ່າງຫຼວງຫຼາຍ, ການກະທໍາດັ່ງກ່າວ ເຊີ່ງຜິດຕໍ່ໃນມາດຕາ 231 ປະມວນກົດໝາຍອາຍາແຫ່ງ ສປປ ລາວ, ເຫັນຄວນດໍາເນີນຄະດີຕາມລະບຽບກົດ ໝາຍ ແລະ ມອບໃຫ້ພວກກ່ຽວທັງ 3 ໃຊ້ແທນຄ່າເສຍຫາຍ ແລະ ຄ່າສີ້ນເປືອງ ຈໍານວນ 216.409.000 ກີບ ຄືນໃຫ້ພະແນກລະບົບສາຍສົ່ງພາກກາງ 2. ປະຈຸບັນຄະດີດັ່ງກ່າວ ແມ່ນຢູ່ໃນຂັ້ນຕອນດຳເນີນການສືບສວນ-ສອບສວນຂະຫຍາຍຜົນ ເພື່ອສະຫຼຸບສໍານວນຄະດີສົ່ງໃຫ້ໄອຍະການ ສັ່ງຟ້ອງສານຕັດສີນພວກກ່ຽວ ຕາມລະບຽບກົດໝາຍ ຢ່າງເຂັ້ມງວດ.

About admins14