ທ່າພະບາດ ເປິດຂະບວນການສັກຢາວັກຊີນກັນພະຍາດໂຄວິດ-19 ໃຫ້ເດັກກຸ່ມເປົ້າໝາຍ

ໃນວັນທີ 28 ພະຈິກ 2022 ຢູ່ໂຮງຮຽນປະຖົມສົມບູນບ້ານທ່າບົກ ໄດ້ເປິດຂະບວນການໃຫ້ວັກຊີນກັນພະຍາດໂຄວິດ-19 ໃຫ້ແກ່ກຸ່ມເປົ້າໝາຍແຕ່ອາຍຸ 5 ປີ ຫາ 11 ປີ ໃນທົ່ວເມືອງທ່າພະບາດ ໂດຍພາຍໃຕ້ການນຳພາຂອງ ທ່ານ ບຸນປອນ ຈັນທະວົງສາ ຮັກສາການຫົວໜ້າຫ້ອງການສາທາລະນະສຸກ, ມີບັນດາຫົວໜ້າຫ້ອງການ, ຮອງຫ້ອງການ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ຕະຫຼອດຮອດນາຍຄູ, ການຈັດຕັ້ງບ້ານທ່າບົກ, ແລະ ນ້ອງນ້ອຍນັກຮຽນປະຖົມສົມບູນບ້ານທ່າບົກເຂົ້າຮ່ວມ.

ການໃຫ້ວັກຊິນໃນຄັ້ງນີ້ ແມ່ນວັກຊິນປະເພດໄຟເຊີຝາສີສົ້ມສຳລັບເດັກ ເຊິ່ງເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 28 ພະຈິກ ເຖິງ ວັນທີ 9 ທັນວາ 2022, ທັງນີ້ ກໍ່ເພື່ອເຮັດໃຫ້ເດັກນ້ອຍມີສຸຂະພາບແຂງແຮງ ແລະ ຕ້ານທານກັບພະຍາດໂຄວິດ-19 ໂດຍກຸ່ມເປົ້າໝາຍຂອງບ້ານທ່າບົກແມ່ນມີທັງໝົດ 54 ຄົນ, ຍິງ 28 ຄົນ ໄດ້ຮັບວັກຊິນເປັນໂດສທຳອິດ, ນອກຈາກນີ້ ຫ້ອງການສາທາລະນະສຸກຍັງຈະໄດ້ສືບຕໍ່ລົງປະຕິບັດ ການໃຫ້ວັກຊິນແຕ່ລະບ້ານໃນທົ່ວເມືອງທ່າພະບາດ ເພື່ອເຮັດໃຫ້ເດັກນ້ອຍກຸ່ມເປົ້າໝາຍໄດ້ຮັບວັກຊິນຄົບຖ້ວນ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.

About admins14