ກະຊວງອຸດສະຫະກຳ ແລະ ການຄ້າ ລົງຊຸກຍູ້, ຕິດຕາມ, ກວດກາວຽກງານ 3 ສ້າງ ຕາມສາຍຕັ້ງຢູ່ແຂວງບໍລິຄຳໄຊ

ໃນຕອນເຊົ້າຂອງວັນທີ 21 ທັນວາ 2022 ຢູ່ຫ້ອງປະຊຸມພະແນກອຸດສະຫະກຳ ແລະ ການຄ້າ ( ອຄ) ແຂວງ ບໍລິຄຳໄຊ ກະຊວງອຸດສະຫະກຳ ແລະ ການຄ້າ ໄດ້ລົງຊຸກຍູ້, ຕິດຕາມ, ກວດກາ ການຈັດຕັ້ງຜັນຂະຫຍາຍວຽກງານຕາມສາຍຕັ້ງຢູ່ພະແນກດັ່ງກ່າວ ເຊີ່ງນຳໂດຍ ທ່ານ ນາງ ຄຳພັດ ພູນສຸກ ຮອງຫົວໜ້າຫ້ອງການກະຊວງ ອຸດສະຫະກຳ ແລະ ການຄ້າ, ມີຄະນະພະແນກ, ພະນັກງານ ແລະ ຫົວໜ້າຫ້ອງການ ອຄ ເມືອງ ປາກຊັນ ເຂົ້າຮ່ວມ.

ທ່ານ ຄອນສະຫວັນ ສຸກກະເສີມ ຮອງຫົວໜ້າພະແນກ ອຄ ແຂວງບໍລິຄຳໄຊ ໄດ້ລາຍງານສະພາບໂດຍລວມ ການຈັດຕັ້ງຜັນຂະຫຍາຍນິຕິກຳຂັ້ນເທິງ ໂດຍຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນສຳເລັດ ລວມທັງບົດຮຽນທີ່ສາມາດຖອດຖອນໄດ້, ໄດ້ລົງຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນຍຸດທະສາດ, ແຜນພັດທະນາເສດຖະກິດຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຢູ່ຂັ້ນເມືອງ, ຂັ້ນບ້ານ ຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຕາມການແບ່ງຄວາມຮັບຜິດຊອບ, ໄດ້ຄຸ້ມຄອງ, ຄົ້ນຄ້ວາຊອກຫາສິນຄ້າທີ່ມີທ່າແຮງດ້ານຕ່າງໆ ທີ່ບົ່ມຊ້ອນຕົວຢູ່ບັນດາເມືອງ 3 ສ້າງ 3 ເມືອງ ແລະ ເມືອງອື່ນໆເພື່ອຂຽນເປັນໂຄງການພັດທະນາເສດຖະກິດ-ສັງຄົມ ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຢູ່ແຕ່ລະເມືອງ ເປັນຕົ້ນ ສົ່ງເສີມການຜະລິດຕິດພັນກັບການສົ່ງອອກ ປະເພດສິນຄ້າກະສິກຳ, ຫັດຖະກຳແບບຢືນຍົງ ແລະ ຈັດງານວາງສະແດງສິນຄ້າໃນງານຕະຫຼາດນັດຕ່າງໆ.

ຖືເອົາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ເປັນວຽກງານໜື່ງທີ່ສຳຄັນ ແລະ ເປັນວຽກຫຼັກຂອງຂະແໜງ ເຊິ່ງກຳນົດລາຍການສິນຄ້າຄວບຄຸມລາຄາ ( ຕາມບັນຊີ ກ ) ມີ 8 ປະເພດ 23 ລາຍການ ແລະ ສິນຄ້າທີ່ຕ້ອງໄດ້ຕິດຕາມການເໜັງຕິງ ( ຕາມບັນຊີ ຂ ) ມີ 7 ໝວດ 199 ລາຍການ, ສຸມໃສ່ສົ່ງເສີມສ້າງ ແລະ ພັດທະນາ ວຽກງານໂອດ໋ອບ ແລະ ຂະຫຍາຍຫົວໜ່ວຍໂອດ໋ອບ ໃຫ້ໄດ້ຮັບກາໝາຍໂອດ໋ອບແຫ່ງຊາດ ໄດ້ຕາມເປົ້າໝາຍ ແລະ ບັນລຸເກີນຄາດໝາຍທີ່ວາງໄວ້.

ເພື່ອເຮັດໃຫ້ຂະແໜງອຸດສະຫະຫະກຳ ແລະ ການຄ້າມີຄວາມເຂັ້ມແຂງແຕ່ນີ້ຫາປີ 2025 ຈະຕ້ອງໄດ້ສືບຕໍ່ ສ້າງຕະຫຼາດຊຸມຊົນເມືອງໄຊຈຳພອນ, ຕະຫຼາດຊາຍແດນລາວ – ຫວຽດນາມ ( ດ່ານສາກົນນໍ້າພາວ ), ສ້າງໂຮງງານອຸດສາຫະກຳຕົວແບບ, ສ້າງການຄ້າຕົວແບບ ແລະ ທຸລະກິດທີ່ດີເດັ່ນ, ການເຂົ້າຫາແຫຼ່ງທືນດອກເບ້ຍຕໍ່າ 3% ບ້ວງ 200 ຕື້ກີບຂອງລັດຖະບານ ຈະໃຫ້ຫົວໜ່ວຍທຸລະກິດ SME ພາຍໃນແຂວງ ເຂົ້າຫາແຫຼ່ງທືນໃຫ້ໄດ້ 25 ຫົວໜ່ວຍ, ປະຈຸບັນ ໄດ້ 10 ຫົວໜ່ວຍ ສຶບຕໍ່ສົ່ງເສີມເພີ່ມໃຫ້ໄດ້ເພີ່ມອີກ 15 ຫົວໜ່ວຍ.

ນອກນັ້ນ ຍັງໄດ້ຮັບຟັງການລາຍງານວຽກງານຈາກຫ້ອງການອຸດສະຫະກຳ ແລະ ການຄ້າເມືອງປາກຊັນ ແລະ ການປຶກສາຫາລືຮ່ວມກັນ ຂອດທີ່ເປັນຂໍ້ຫຍຸ້ງຍາກ ເພື່ອຫາທາງອອກຮ່ວມກັນ ເປັນບ່ອນອິງໃນການປະຕິບັດຄາດໝາຍທີ່ວາງໄວ້ໃຫ້ມີຜົນສຳເລັດ.

About admins16