ສະຫະພັນແມ່ຍິງ ມອບເງິນຊຸກຍູ້ຊ່ວຍເຫຼືອຄອບຄົວບໍ່ທັນພົ້ນທຸກ ຢູ່ເມືອງທ່າພະບາດ

ເພື່ອເປັນການແກ້ໄຂຄວາມທຸກຍາກຂອງພໍ່ແມ່ປະຊາຊົນ ໃຫ້ຫຼຸດພົ້ນອອກຈາກຄອບຄົວທີ່ທຸກຍາກ ໃນວັນທີ 20 ທັນວາ 2022 ຢູ່ຫ້ອງວ່າການເມືອງ ທ່ານ ນາງ ຄຳປິວ ສີສົມບັດ ປະທານສະຫະພັນແມ່ຍິງແຂວງ ພ້ອມດ້ວຍຄະນະ ໄດ້ນຳເງິນ ມາມອບໃຫ້ເມືອງ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ.

ເງິນທີ່ນຳມາມອບແມ່ນ ສະຫະພັນແມ່ຍິງແຂວງ ແລະ ສະຫະພັນແມ່ຍິງເມືອງ ໄດ້ຈາກການລະດົມນຳເອື້ອຍນ້ອງສະມາຊິກແມ່ຍິງ ເຊິ່ງເປັນເງິນທັງໝົດ 29.825.000 ກີບ ເພື່ອໃຫ້ເມືອງນຳເງິນໄປຊ່ວຍເຫຼືອຄອບຄົວທີ່ທຸກຍາກຢູ່ພາຍໃນເມືອງ, ໃຫ້ກຽດມອບເງິນໂດຍ ທ່ານ ນາງ ຄຳປິວ ສີສົມບັດ ປະທານສະຫະພັນແມ່ຍິງແຂວງ ແລະ ກ່າວຮັບໂດຍ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ.

ໂອກາດນີ້ ທ່ານເຈົ້າເມືອງທ່າພະບາດ ໄດ້ກ່າວຄຳຂອບໃຈ ແລະ ມອບໃບຍ້ອງຍໍໃຫ້ແກ່ ປະທານສະຫະພັນແຂວງ ແລະ ເມືອງ ໃນການຊອກເອົາທຶນຮອນມາຊຸກຍູ້ຊ່ວຍເຫຼືອໃຫ້ແກ່ສັງຄົມ ກໍ່ຄືຄອບຄົວຜູ້ທຸກຍາກໃນເມືອງທ່າພະບາດ.

About admins14