ບໍລິຄໍາໄຊ ຍາດໄດ້ແລ້ວ 6 ຫຼຽນຄໍາ ໃນມະຫາກຳກິລາແຫ່ງຊາດຄັ້ງທີ 11

  

ການແຂ່ງຂັນ ກິລາມວຍລາວ ໃນງານມະຫາກໍາກິລາແຫ່ງຊາດ ໃນວັນທີ 20 ທັນວາ 2022 ຢູ່ສະໜາມກິລາມວຍ ແຂວງຊຽງຂວາງ ນັກກິລາມວຍແຂວງບໍລິຄໍາໄຊ ຍັງສາມາດຍາດໄດ້ຕື່ມອີກ 1 ຫຼຽນຄໍາ 1 ຫຼຽນ ເງິນ ແລະ 4 ຫຼຽນທອງ.

ແຂວງບໍລິຄຳໄຊ ໄດ້ສົ່ງນັກກິລາມວຍເຂົ້າຮ່ວມແຂ່ງຂັນທັງໝົດ 10 ຄົນ, ຍິງ 3 ຄົນ ຜ່ານການແຂ່ງຂັນ ເປັນເວລາ 4 ວັນ ນັກສົກແຂວງບໍລິຄໍາໄຊ ລຸ່ນນໍາໜັກ 67 ກິໂລ ທ້າວ ບຸນມາ ບຸດດາລາ ສາມາດເອົາຊະນະຄູຊົກຈາກແຂວງຊຽງຂວາງເຈົ້າພາບ ສາມາດຍາດໄດ້ຫຼຽນຄໍາມາຄອງ, ລຸ່ນນໍາໜັກ 48 ກິໂລ ນາງ ມຸກດາ ທໍາມະວົງ ຍາດໄດ້ຫຼຽນເງິນ ເພາະເສຍໃຫ້ ນັກຊົກຈາກແຂວງເຊກອງ ແລະ ກິລາມວຍລາວ ຍັງສາມາດຍາດໄດ້ອີກ 4 ຫຼຽນທອງ ຈາກທ້າວ ອາເລັກ ສີຫາລາດ, ທ້າວ ລາຢຸດ ເທືອສະຫວ່າງ, ນາງ ດານຸສອນ ບຸດດີບົວສີສະຫວັດ ແລະ ນາງ ແສງເດືອນ ວົງພະໄຊ.

ສະຫຸບຫຼຽນມາຮອດວັນ 21 ທັນວາ 2022 ແຂວງບໍລິຄໍາໄຊ ຍາດໄດ້ຫຼຽນຄໍາ 6 ຫຼຽນ, 2 ຫຼຽນ ເງິນ ແລະ 12 ຫຼຽນທອງ, ລວມ 20 ຫຼຽນ ຢູ່ໃນອັນດັບທີ 13.

About admins14