ບາງສາເຫດທີ່ເຮັດໃຫ້ ບໍລິຄຳໄຊ ຈັດເກັບລາຍຮັບປີ 2020 ຫຼຸດແຜນ 5,36%

ໃນວັນທີ 23 ກຸມພາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ພະແນກການເງິນ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳສົກປີ 2020 ແລະ ທິດທາງແຜນການ 2021 ຂຶ້ນ ເຂົ້າຮ່ວມໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ມີບັນດາພະແນກການອ້ອມຂ້າງແຂວງ, ເມືອງ, ຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ປະຈຳປີ 2020 ສາມາດປະຕິບັດໄດ້ທັງໝົດ 563,28 ຕື້ກີບ ເທົ່າກັບ 94,64% ຂອງແຜນການດັດແກ້ ຫຼຸດແຜນການປີ 5,36% ເປັນເງິນ 31,89 ຕື້ກີບ, ໃນນັ້ນລາຍຮັບພູດສູນກາງ ປະຕິບັດໄດ້ 403,69 ຕື້ກີບ ເທົ່າກັບ 91,90% ຂອງແຜນການດັດແກ້ປີ ຫຼຸດແຜນ 8,10% ແລະ ລາຍຮັບພູດທ້ອງຖິ່ນ ປະຕິບັດໄດ້ 159,58 ຕື້ກີບ ເທົ່າກັບ 102,35% ຂອງແຜນການດັດແກ້ປີ, ລື່ນແຜນການປີ 1,23%. ຜານການຈັດຕັ້ງປະຕິບັດຕົວຈິງ ມີບາງຕົວເລກບໍ່ໄດ້ຕາມເປົ້າໝາຍທີກຳນົດໄວ້ ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ມີການປິດດ່ານປະເພນີ-ດ່ານສາກົນ ເຮັດໃຫ້ການນຳເຂົ້າ-ສົ່ງອອກສິນຄ້າລຸດລົງ ເປັນຕົ້ນແມ່ນນ້ຳມັນເຊື້ອໄຟ, ພາຫະນະ-ອາໄຫຼ່, ເຄື່ອງໃຊ້ໄຟຟ້າ ແລະ ອື່ນໆ.

ສຳລັບປີ 2021 ທ່ານຫົວໜ້າພະແນກການເງິນ ຍັງໄດ້ລາຍງານຕື່ມອີກວ່າ: ຄາດໝາຍສູ້ຊົນດ້ານລາຍຮັບທັງໝົດ 901,12 ຕື້ກີບ, ທຽບໃສ່ແຜນດັດແກ້ປີ 2020 ເພີ້ມຂຶ້ນ 51,40% ເປັນເງິນ 305,93 ຕື້ກີບ ໃນນັ້ນລາຍຮັບພູດສູນກາງ 700,32 ຕື້ກີບ ແລະ ພູດທ້ອງຖິ່ນ 200,80 ຕື້ກີບ.

ຫຼັງຈາກນັ້ນຜູ້ແທນກອງປະຊຸມ ກໍ່ໄດ້ມີການສະເໜີປະກອບຄຳເຫັນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫຼາຍຫົວຂໍ້ທີ່ສຳຄັນ ເພື່ອຍົກໃຫ້ເຫັນຜົນງານດ້ານດີ ແລະ ບາງຂໍ້ຄົງຄ້າງ ທີ່ຈະໄດ້ນຳໄປປັບປຸງແກ້ໄຂໃນຕໍ່ໜ້າ ເປັນຕົ້ນແມ່ນການຄຸ້ມຄອງລາຍຮັບຫັນເປັນທັນສະໄໝ ຜ່ານລະບົບ ແທັກຣິດ (TaxRIS), ການຄຸ້ມຄອງຈັດເກັບລາຍຮັບຈາກທີ່ດິນ, ຄ່າທຳນຽມທາງ, ການຄຸ້ມຄອງກິດຈະການເຊົ່າ-ສຳປະທານທີ່ດິນລັດ, ການຄຸ້ມຄອງຈັດເກັບລາຍຮັບຄ່າບໍລິການທາງດ້ານບໍລິຫານ, ການແກ້ໄຂຜົນກວດສອບ, ການຄຸ້ມຄອງລາຍຈ່າຍງົບປະມານ, ການພົວພັນລະຫວ່າງບັນດາພະແນກການ ໃນການເກັບງົບປະມານ ແລະ ວຽກງານອື່ນໆ.

About admins14