ກອງພັນປ້ອງກັນເຄື່ອນທີ່ ຝຶກຊ້ອມຍິງປຶນ ປະຈໍາປີ 2020

 

ວັນທີ 29 ມັງກອນ 2021  ຢູ່ທີ່ພູເເກບ ບ້ານບົວແວງຄໍາ ເມືອງປາກຊັນ ແຂວງບໍລິຄໍາໄຊ ກອງພັນປ້ອງກັນເຄື່ອນທີ່ ໄດ້ຈັດຝຶກຊ້ອມຫັດແອບວິຊາສະເພາະ ປະຈໍາປີ 2020 ໂດຍການເຂົ້າຮ່ວມຂອງທ່ານ ພັທ ຄໍາເເພງ ນໍາພາວັນ ຮອງກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ.

ການຈັດຝຶກຊ້ອມ ຍິງລູກປຶນແທ້ຄັ້ງນີ້ ກໍ່ເພື່ອໃຫ້ນາຍ ແລະ ພົນຕໍາຫຼວດ ໃນກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງບໍລິຄໍາໄຊ ໄດ້ທົບທວນຄືນວິຊາສະເພາະ ຮູ້ວິທີນໍາໃຊ້ ແລະ ວິທີການຍິງປືນຖືກເປົ້າໝາຍຕາມຫຼັກການວິຊາສະເພາະ ໃຫ້ມີຄວາມຊໍານິຊໍານານຄ່ອງແຄ່ວວ່ອງໄວ, ຮັບປະກັນໃນການເຂົ້າແກ້ໄຂສະຖານະການທີ່ຈະເກີດຂຶ້ນໃນຕໍ່ໜ້າ, ກຽມຄວາມພ້ອມໃນການປ້ອງກັນການນໍາລະດັບສູງ, ປ້ອງກັນຊີວິດ ແລະ ຊັບສິນຂອງປະຊາຊົນບັນດາເຜົ່າໃຫ້ມີຄວາມປອດໄພ, ເປັນກໍາລັງຕໍ່ສູ້ປະຈັນບານກັບສັດຕູ ແລະ ກຸ່ມຄົນບໍ່ຫວັງດີ.

ການຝຶກຊ້ອມຍິງປືນໃນຄັ້ງນີ້ ຍັງເປັນການເຊື່ອມຊືມກໍາແໜ້ນເນື້ອໃນທິດສະດີຫຼັກການຫັດແອັບຈັງວະການນອນຍິງ, ໃຫ້ມີຄວາມເເນ່ນອນ ແມ່ນຢຳ ຖືກເປົ້າໝາຍ, ຮັບໃຊ້ການເເກ້ໄຂສະພາບການຕ່າງໆ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າໃຫ້ໄດ້ຮັບໄຊຊະນະ ແລະ ຮັບປະກັນຄວາມປອດໄພຮ້ອຍສ່ວນຮ້ອຍ ເຊິ່ງໄດ້ຈັດອອກເປັນສາມລາຍການ ຄື: ປະເພດປືນ SBD,ປືນAK ແລະ ປືນ T97.

About admin11