ກອງບັນຊາການ ປກສ ເມືອງຄໍາເກີດ ກຽມຄວາມພ້ອມໃນການປ້ອງກັນ ການເລືອກຕັ້ງ ສສຊ ແລະ ສສຂ

 

ເພື່ອເຮັດໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດ ທີ II ໃຫ້ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ກອງບັນຊາການ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມ ວາງແຜນ ເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ ຂື້ນໃນຕອນເຊົ້າຂອງວັນທີ 2 ກຸມພາ 2021 ທີ່ຫ້ອງປະຊຸມ ຫ້ອງວ່າການເມືອງຄໍາເກີດ, ໂດຍການເປັນປະທານຂອງທ່ານ ພັນໂທ ລໍາເງິນ ພະບາດໄຊ ຫົວໜ້າກອງບັນຊາການ ປກສ ເມືອງຄໍາເກີດ.

ໃນກອງປະຊຸມ ທ່ານ ພັນຕີ ບຸນເນົາ ພົມມະຈັນ ຫົວໜ້າພະແນກຫ້ອງການ ປກສ ເມືອງຄໍາເກີດ ໄດ້ຂື້ນຜ່ານ ແຜນປ້ອງກັນ ຂອງກອງບັນຊາການ ປກສ ເມືອງຄໍາເກີດ ສະບັບເລກທີ 0080/ປກສ.ມ, ລົງວັນທີ 8 ມັງກອນ 2021 ແລະ ຂໍ້ຕົກລົງ ສະບັບເລກທີ 0036/ປກສ.ມ, ລົງວັນທີ 11 ມັງກອນ 2021 ເພື່ອກະກຽມຄວາມພ້ອມ, ໃນນີ້ ໄດ້ກໍານົດພື້ນທີ່, ການຈັດວາງກໍາລັງ, ແບ່ງຄວາມຮັບຜິດຊອບ ຕິດຕາມເປົ້າໝາຍຕ່າງໆ, ກຽມພ້ອມສະກັດກັ້ນ ຕ້ານທຸກເລ່ຫລ່ຽມ, ກົນອຸບາຍຂອງສັດຕູ ແລະ ກຸ່ມຄົນທີ່ບໍ່ຫວັງດີ ທີ່ອາດຈະກໍ່ຄວາມບໍ່ສະຫງົບ ໃນຮູບແບບຕ່າງໆ ໃນໄລຍະການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ II ຮັບປະກັນໃຫ້ມີຄວາມສະຫງົບປອດໄພ 100%.

ຕອນທ້າຍກອງປະຊຸມ ທ່ານ ພັນໂທ ລໍາເງິນ ພະບາດໄຊ ປະທານກອງປະຊຸມ ໄດ້ເນັ້ນໜັກໃຫ້ພະນັກງານ-ນັກຮົບ ທຸກສະຫາຍ ຍົກສູງຄວາມເປັນເຈົ້າການ, ມີຄວາມຮັບຜິດຊອບສູງ ປະຕິບັດຕາມແຜນປ້ອງກັນ, ຕາມການມອບໝາຍ ແບ່ງຄວາມຮັບຜິດຊອບຂອງແຕ່ລະສະຫາຍ ເພື່ອເຮັດໃຫ້ບັ້ນປ່ອນບັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ II ໃຫ້ດໍາເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພ 100%.

About admin11