ກອງປະຊຸຸມ ສະຫຼຸບວຽກງານຮອບດ້ານ ຖ.ວ.ທ ເມືອງຄຳເກີດ 6 ເດືອນ ຕົ້ນປີ

ໃນວັນທີ 12 ສິງຫາ 2021 ຢູ່ທີ່ສູນວັດທະນະທຳເດັກ ເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸຸມ ສະຫຼຸບວຽກງານຮອບດ້ານ ຂອງຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຄຳເກີດ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2021. ໃຫ້ກຽດເຂົ້າຮ່ວມເປັນທານໂດຍ ທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວແຂວງ.

ໃນກອງປະຊຸມ ທ່ານ ເຂັມພອນ ປັນຍານຸວົງ ຫົວໜ້າຫ້ອງການຖະແຫລງຂ່າວ- ວັດທະນະທຳ ແລະ ທ່ອງທ່ຽວເມືອງຄຳເກີດ ໄດ້ຂື້ນຜ່ານບົດສະຫຼູບ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2021 ທ່ານໃຫ້ຮູ້ວ່າ: ຫ້ອງການ ຖວທ ເມືອງຄໍາເກີດ ເປັນເສນາທິການໂດຍກົງ ໃຫ້ແກ່ອົງຄະນະພັກເມືອງຄຳເກີດ ແລະ ພະແນກ ຖວທ ແຂວງບໍລິຄຳໄຊ, ມີພະນັກງານທັງໝົດ 16 ຄົນ ຍິງ 5 ຄົນ, ປະກອບມີ 4 ໜ່ວຍງານ: ໜ່ວຍງານບໍລິຫານ, ຖະແຫ່ລງຂ່າວ-ວິທະຍຸ, ວັດທະນະທໍາ ແລະ ໜ່ວຍງານທ່ອງທ່ຽວ.

ຜ່ານມາ ຈຳໝ່າຍສັງສືພິມຂອງແຂວງ ໄດ້ 960 ສະບັບ, ມອບໂທລະໂຄງໄດ້ 1 ບ້ານ, ສ້ອມແປງໂທລະໂຄ່ງໃນເທດບານເມືອງໄດ້ 3 ຄັ້ງ, ອອກອະນຸຍາດເຄື່ອງສື່ໄດ້ 12 ຫົວໜ່ວຍ, ເກັບກຳຂ່າວ+ຂຽນຂ່າວຕ່າງໆ ໄດ້ 90% ຂອງແຜນການປີ.

ອອກໃບຢັ້ງຢືນໃຫ້ຄອບຄົວວັດທະນະທຳໄດ້ 363 ຄອບຄົວ, ລົງເກັບກຳຫົວໜ່ວຍທຸລະກິດທີ່ຂຶ້ນກັບຂັ້ນແຂວງຄຸ້ມຄອງໄດ້ 83 ຫົວໜ່ວຍ ຂັ້ນເມືອງຄຸ້ມຄອງໄດ້ 166 ຫົວໜ່ວຍ, ອອກອະນຸຍາດແລ້ວ 71 ຫົວໜ່ວຍ.

ໂຄສະນາເຜີຍແຜ່ກົດໝາຍການທ່ອງທ່ຽວໄດ້ 36 ຄັ້ງ, ລົງສ້າງບົດບັນທຶກກັບເຈົ້າຂອງຮ້ານກິນດື່ມ, ຮ້ານບັນເທິງ ໃນຊ່ວງປ້ອງກັນ ໂຄວິດ – 19 ໄດ້ 2 ຄັ້ງ, ລົງຊຸກຍູ້ປະຊາຊົນ ບ້ານ ນາປ່າຫວ້ານ ປູກພືດກະສິກຳສະອາດ, ຜະລິດເຄື່ອງຫັດຖະກຳ ເພື່ອຂາຍໃຫ້ນັກທ່ອງທ່ຽວ ໄດ້ 6 ຄັ້ງ, ລົງສຳຫລວດແຫ່ລງທ່ອງທ່ຽວ ໜອງເຮ້ຍ+ກະດູກຄົນບູຮານ 500 ກວ່າປີ ໄດ້ 1 ຄັ້ງ, ລົງສຳຫລວດແຫ່ລງທ່ອງທ່ຽວ ຕາດຖິນ ບ້ານໂພນວິໄລ ໄດ້ 1 ຄັ້ງ, ເກັບກຳສະຖິຕິນັກທ່ອງທ່ຽວມາທ່ຽວ: ຖ້ຳມັງກອນ+ວັງນ້ຳເຢັນ+ຕາດໃກ້ຈະເລີນສຸກ 6 ເດືອນ ມີທັງໝົດ: 5.733 ຄົນ, ໃນນີ້ ຄົນຕ່າງປະເທດ 83 ຄົນ.

ທ່ານ ອຸດອນ ສອນສຸລິນ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳໃຫ້ພ້ອມກັນເອົາໃຈໃສ່ເຮັດວຽກງານການສຶກສາອົບຮົມການເມືອງແນວຄິດ ໃຫ້ຫົວໜ່ວຍທຸລະກິດທີ່ຂື້ນກັບຂະແໜງຂອງຕົນຮັບຜິດຊອບ, ລົງຕິດຕາມ ແລະ ຊຸກຍູ້ບັນດາຫົວໜ່ວຍທຸລະກິດ, ພ້ອມກັນປະຕິບັດໜ້າທີ່ວຽກງານທີ່ຂັ້ນເທີງມອບໜາຍ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໜາຍທີ່ວາງໄວ້.

About admin11