ກອງປະຊຸມເປີດກ້ວາງ ຂອງຄະນະບໍລິຫານງານສະຫະພັນແມ່ຍິງ ເມືອງຄຳເກີດ

ວັນທີ 12 ສິງຫາ 2021 ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມຶອງ ຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງເມືອງ ຄັ້ງທີ 3 ສະໄໝທີ IX ຂຶ້ນ, ພາຍໃຕ້ການເປັນປະທານໂດຍທ່ານ ນາງ ສຸກຜາລີ ແສງສົມພູ ຄະນະບໍລິຫານງານສະຫະພັນແມ່ຍີງແຂວງ, ປະທານສະຫະພັນແມ່ຍີງເມຶອງຄຳເກີດ, ເປັນກຽດເຂົ້າຮ່ວມໂດຍທ່ານ ຄຳໝັ້ນ ໄຊຍະວົງ ຄະນະປະຈຳພັກເມຶອງ, ປະທານແນວລາວສ້າງຊາດເມຶອງຄຳເກີດ, ຜູ້ຊີ້ນຳຂົງເຂດອົງການຈັດຕັ້ງມະຫາຊົນ, ມີແຂກຖືກເຊີນ, ມີບັນດາຄະນະບໍລິຫານງານສະຫະພັນແມ່ຍີງ ແລະ ປະທານ-ຄະນະຮາກຖານ ເຂົ້າຮ່ວມ.

ທ່ານ ນາງ ສຸກຜາລີ ແສງສົມພູ ໃຫ້ຮູ້ວ່າ ໃນ 1 ປີຜ່ານມາ ຄະນະບໍລິຫານງານສະຫະພັນແມ່ຍິງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມໃຫຍ່ ຂອງສູນກາງສະຫະພັນແມ່ຍິງລາວ, ສະຫະພັນແມ່ຍິງແຂວງ, ເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ກໍ່ຄືແຜນພັດທະນາແມ່ຍິງ 5 ແຜນງານ 16 ໂຄງການ ແລະ ຜັນຂະຫຍາຍມະຕິກອງປະຊຸມຂັ້ນຕ່າງໆທີ່ກ່ຽວຂ້ອງ ໃຫ້ແກ່ບັນດາສະມາຊິກສະຫະພັນແມ່ຍີງຂັ້ນເມືອງ ແລະ ຂັ້ນບ້ານ.

ສືກສາອົບຮົມການເມືອງແນວຄິດ, ປຸກລະດົມສະມາຊິກແມ່ຍິງບັນດາເຜົ່າໃຫ້ປະຕິບັດຕາມແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ, ກົດລະບຽບຂອງສະຫະພັນແມ່ຍິງລາວ ທີ່ພົວພັນເຖີງການພັດທະນາ, ປົກປ້ອງສິດ, ຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກນ້ອຍ, ສຸມໃສ່ການສະກັດກັ້ນ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຕາມທິດຊີ້ນໍາຂອງພັກ-ລັດຂັ້ນເທີງ ຢ່າງໃກ້ສີດ, ສ້າງຄວາມສາມັກຄີ ແລະ ຄວາມຮັບຜິດຊອບຂອງຄະນະບໍລິຫານງານສະຫະພັນແມ່ຍິງແຕ່ລະຂັ້ນ ແລະ ໄດ້ຜ່ານຜ່າອຸປະສັກນາໆປະການຈົນຮັບໄດ້ຜົນສໍາເລັດ.

ທ່ານ ຄຳໝັ້ນ ໄຊຍະວົງ ໄດ້ມີຄຳເຫັນ ເຊິ່ງກ່ອນອຶ່ນ ທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ກັບຜົນງານຂອງຄະນະບໍລິຫານງານທີ່ຍາດມາໄດ້, ທ່ານໄດ້ຮຽກຮ້ອງມາຍັງສະຫະພັນແມ່ຍີງເມືອງ ແລະ ສະຫະພັນແມ່ຍີງຂັ້ນຕ່າງໆ ຈົ່ງເພີ່ມທະວີການສຶກສາອົບຮົມການເມືອງແນວຄິດ ໃຫ້ສະຫະພັນແມ່ຍີງແຕ່ລະຂັ້ນ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ຕັ້ງໜ້າປະຕິບັດຂໍ້ແຂ່ງຂັນ 3 ດີ, ເພີ່ມທະວີຄວາມສາມັກຄີກັບບັນດາໜ່ວຍຕໍ່ໜ່ວຍ, ຂັ້ນບ້ານ-ຂັ້ນເມືອງ, ເຜົ່າຕໍ່ເຜົ່າ ແລະ ສະຫະພັນແມ່ຍີງບັນດາເມືອງ, ເອົາໃຈໃສ່ເສີມຂະຫຍາຍບົດບາດຍີງ-ຊາຍໃຫ້ເທົ່າທຽບກັນ, ເອົາໃຈໃສ່ຊຸກຍູ້ແມ່ຍີງບັນດາເຜົ່າ, ສ້າງຄວາມເຂັ້ມແຂງໃຫ້ສະຫະພັນແມ່ຍີງບ້ານ, ເອົາໃຈໃສ່ຕິດຕາມກວດກາ ຄຸ້ມຄອງກອງທືນຕ່າງໆ  ແລະ ຮັກສາມູນເຊື້ອ ບົດບາດຂອງແມ່ຍີງໃຫ້ດີຂຶ້ນກ່ວາເກົ່າ.

 

About admin11