ທ່າພະບາດ ສ້າງຂະບວນການ ຈັດກິດຈະກໍາ ຮ່ວມບໍລິຈາກເລືອດແບບສະໝັກໃຈ

ໃນວັນທີ 10 – 11 ສິງຫາ 2021 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດກິດຈະກຳ ບໍລິຈາກເລືອດ ແບບສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ, ໂດຍມີທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ແລະ ທ່ານ ນາງ ວັນເພັງ ໄຊສົງຄາມ ຫົວໜ້າອົງການກາແດງແຂວງ ເຂົ້າຮ່ວມຊີ້ນຳ, ມີບັນດາຫົວໜ້າຫ້ອງການ, ຮອງຫ້ອງການ ຕະຫຼອດຮອດພະນັກງານວິຊາການ ແລະ ບັນດາຜູ້ບໍລິຈາກເລືອດ ເຂົ້າຮ່ວມ.

ກິດຈະກຳບໍລິຈາກເລືອດແບບສະໝັກໃຈ ໂດຍບໍ່ຮຽກຮ້ອງສີ່ງຕອບແທນ ໃນຄັ້ງນີ້ ມີຜູ້ສະໝັກບໍລິຈາກເລືອດ 35 ຄົນ ຍິງ 14 ຄົນ ແລະ ໄດ້ຮັບເລຶອດ ທັງໜົດ 35 ຖົງ, ໃນນີ້ ຮັບຈາກ ພາກສ່ວນປົກຄອງເມືອງ 7 ຄົນ, ຍິງ 4 ຄົນ,  ກອງພັນ 902 9 ຄົນ ຍິງ 7 ຄົນ, ກອງບັນຊາການທະຫານເມືອງ 15 ຄົນ ຍິງ 3 ຄົນ ແລະ ກອງບັນຊາການ ປກສ ເມືອງ 4 ຄົນ.

ໃນການຈັດກິດຈະກຳ ບໍລິຈາກເລຶອດແບບສະໝັກໃຈໃນຄັ້ງນີ້ ກໍ່ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕອນວັນສຳຄັນຕ່າງໆຂອງພັກ-ຂອງຊາດ ໂດຍສະເພາະແມ່ນ ຂ່ຳນັບຮັບຕ້ອນ ວັນສ້າງຕັ້ງລັດຖະທຳມະນູນ , ທັງເປັນການກຽມພ້ອມໃນການຕອບສະໜອງເລຶອດ ເພື່ອຊ່ວຍເຫຼືອກອບກູ້ ເອົາຊິວິດຂອງຄົນເຈັບ ທີ່ຕ້ອງການເລືອດ.

About admin11