ກອງປະຊຸມ ວຽກງານອົງການປົກຄອງ ແຂວງບໍລິຄຳໄຊ ປະຈຳ 3 ເດືອນຕົ້ນປີ

ກອງປະຊຸມວຽກງານອົງການປົກຄອງແຂວງ ປະຈຳເດືອນ 1, 2, 3 ປີ 2022 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 12 ເມສາ 2022 ຢູ່ຫ້ອງວ່າການແຂວງບໍລິຄຳໄຊ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ.

ກອງປະຊຸມ ໄດ້ຮັບຟັງການສະຫຼຸບຕີລາຄາ ໃນໄລຍະ 3 ເດືອນຜ່ານມາ ເຫັນວ່າ ຫຼາຍວຽກງານໄດ້ຖືກຈັດຕັ້ງປະຕິບັດ ດ້ວຍຄວາມເອົາໃຈໃສ່ສູງ ແລະ ໄປຕາມທິດທາງທີ່ກຳນົດໄວ້, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ລົງເຄື່ອນໄຫວກວດກາ ແລະ ທຳລາຍສວນຄັນຊາ 226 ສວນ, ເນື້ອທີ່ 180,5 ຮຕ ແລະ ສວນຝິ່ນ ໄດ້ 14 ສວນ, ເນື້ອທີ່ 8 ຮຕ, ປະຕິບັດໂຄງການຕ້ານການແຜ່ລະບາດຢາເສບຕິດໄດ້ 152 ບ້ານ ກວມເອົາ 53,52% ຂອງຈຳນວນບ້ານທົ່ວແຂວງ, ເປົ້າໝາຍເຂົ້າຮ່ວມ 5.086 ຄົນ, ໃນນັ້ນ ເປົ້າໝາຍຄ້າ-ຂາຍຢາເສບຕິດ 209 ຄົນ, ຍິງ 143 ຄົນ, ເປົ້າໝາຍເສບ 4.812 ຄົນ, ຍິງ 138 ຄົນ.

ອະນຸມັດການສະເໜີຖອນເງິນ ໂຄງການກໍ່ສ້າງ ຈຳນວນ 62 ໂຄງການ ມູນຄ່າ 11.194,92 ລ້ານກີບ, ສັງລວມໂຄງການລົງທຶນຂອງລັດ ເພື່ອປະເມີນເຂົ້າແຜນປີ 2022 ຈຳນວນ 170 ໂຄງການ ມູນຄ່າ 245,486.69 ລ້ານກີບ, ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ 1 ປະຕິບັດໄດ້ 97,58 %, ຕິດຕາມທຶນພັດທະນາຊຸມຊົນ ໂຄງການ ປັບປຸງ ແລະ ກໍ່ສ້າງທາງປູຢາງ ສອງຊັ້ນບ້ານພູໂຮມໄຊ ປະຕິບັດໄດ້ 9,54% ແລະ ສຳເລັດໂຄງການເຈາະນ້ຳບາດານ ບ້ານຫາດຍື້ນ ແລະ ບ້ານທ່າເຮືອ ເມືອງບໍລິຄັນ, ສົ່ງຫີນປູນອອກຕ່າງປະເທດ ໄດ້ 4.1877,42 ມ3 ເທົ່າກັບ 97,54% ແລະ ແຮ່ເຫຼັກ ໄດ້ 148.987,1 ໂຕ່ນ.

ອອກໃບຕາດິນ ໄດ້ 701 ຕອນ ເທົ່າກັບ 4,38% ຂອງແຜນ, ຂຶ້ນສໍາມະໂນທີ່ດິນໄດ້ 1.163 ຕອນ, ອອກໃບຢັ້ງຢືນສິ່ງແວດລ້ອມ ໄດ້ 8 ຫົວໜ່ວຍ ແລະ ຕໍ່ໃບຢັ້ງຢືນໄດ້ 23 ຫົວໜ່ວຍ, ຂຶ້ນໝາຍເລກທະບຽນໂທລະສັບພາຍໃນແຂວງ ຈຳນວນ 154.148 ໝາຍເລກ, ຂະຫຍາຍເຄື່ອງຮັບ – ສົ່ງສັນຍານໂທລະສັບ ( BTS ) ໄດ້ 3 ເຄື່ອງ, ຂະຫຍາຍສະຖານີຮັບ-ສົ່ງສັນຍານ ໄດ້ 1 ເຄື່ອງ.

ມາຮອດປະຈຸບັນ ສາມາດສັກວັກຊີນ ເຂັມ 1 ເທົ່າກັບ 66,3% ທຽບໃສ່ປະຊາກອນ (ເທົ່າກັບ 85,6% ທຽບໃສ່ເປົ້າໝາຍ 12 ປີ ຂຶ້ນໄປ ເທົ່າກັບ 68,8% ທຽບໃສ່ ເປົ້າໝາຍ 6-11 ປີ), ເຂັມ 2 ເທົ່າກັບ 56,3% (ເທົ່າກັບ 77,1% ທຽບໃສ່ເປົ້າໝາຍ 12 ປີ ຂຶ້ນໄປ; ເທົ່າກັບ 61,9% ທຽບໃສ່ ເປົ້າໝາຍ 12-17 ປີ) ແລະ ເຂັມ 3 ເທົ່າກັບ 12,3% ທຽບໃສ່ປະຊາກອນ (ເທົ່າກັບ 16,8% ທຽບໃສ່ເປົ້າ ໝາຍ 12 ປີ ຂຶ້ນໄປ).

ສຳເລັດການສະເໜີຂໍຄວາມຊ່ວຍເຫຼືອ ຄະນະວິຊາການໃນການກວດກູ້ລະເບີດ ທີ່ບໍ່ທັນແຕກທີ່ຕົກຄ້າງອອກຈາກເນື້ອທີ່ດິນ ບ້ານຫາດດອນຄູນ ເມືອງບໍລິຄັນ ຈຳນວນ 03 ລູກ ແລະ ບ້ານທົ່ງແປ້ ເມືອງຄຳເກີດ, ໃນນີ້ມີຊະນິດ BLU66 ຈໍານວນ 01 ໜ່ວຍ, ລູກບົ່ມຝຣັງ 10 ປອນ ຈຳນວນ 01 ລູກ.

ປະຕິບັດຄໍາຕັດສິນຂອງສານມີສຳນວນຄະດີທັງໝົດ 1.324 ເລື່ອງ, ເຂົ້າໃໝ່ 110 ເລື່ອງ, ຄ້າງ ມາ 1.218 ເລື່ອງ, ປະຕິບັດສຳເລັດ 05 ເລື່ອງ (ຄະດີອາຍາ 4 ເລື່ອງ, ຄະດີແພ່ງ 1 ເລື່ອງ), ພວມຈັດຕັ້ງປະຕິບັດ 1.302 ເລື່ອງ, ບໍ່ສາມາດຈັດຕັ້ງ 18 ເລື່ອງ, ສົ່ງໃຫ້ພາກສ່ວນອື່ນ 03 ເລື່ອງ, ຢັ້ງຢືນຄວາມຖືກຕ້ອງຂອງສັນຍາ ແລະ ເອກະສານ ໄດ້ 985 ສະບັບ.

About admins16