ບໍລິຄຳໄຊ ເອົາໃຈໃສ່ສົ່ງເສີມການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າທີ່ແຂວງມີທ່າແຮງ ແລະ ມີຕະຫຼາດຮັບຮອງ

ທ່ານ ພັດທະຈອນ ແກ້ວພຸດທະວົງ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊ ໄດ້ລາຍງານ ການສົ່ງເສີມການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າທີ່ແຂວງມີທ່າແຮງ ແລະ ມີຕະຫຼາດຮັບຮອງ ຕໍ່ກອງປະຊຸມວຽກງານອົງການປົກຄອງແຂວງ ປະຈຳເດືອນ 3 ເດືອນຕົ້ນປີ 2022 ທີ່ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 12 ເມສາ 2022 ຢູ່ຫ້ອງວ່າການແຂວງບໍລິຄຳໄຊ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ.

ການຜະລິດເພື່ອທົດແທນການນໍາເຂົ້າ ໄດ້ຊຸກຍູ້ສົ່ງເສີມການຜະລິດເຂົ້າ ຄາດໝາຍສູ້ຊົນ 40.492 ເຮັກຕາ, ຜົນຜະລິດ 154.575 ໂຕນ, ໃນນັ້ນ ( ນາແຊງ 1.808 ເຮັກຕາ, ຜົນຜະລິດ 8.377 ໂຕນ, ນາປີ 37.179 ເຮັກຕາ, ຜົນຜະລິດ 143.719 ໂຕນ ແລະ ເຂົ້າໄຮ່ 1.505 ເຮັກຕາ, ຜົນຜະລິດ 2.479 ໂຕນ ), ມາຮອດປະຈຸບັນ ສາມາດປະຕິບັດປູກເຂົ້ານາແຊງໄດ້ໃນເນື້ອທີ່ 1.805 ເຮັກຕາ, ເທົ່າກັບ 99,88% ທຽບໃສ່ເນື້ອທີ່ແຜນການນາແຊງ ແລະ ເທົ່າກັບ 4,46% ທຽບກັບແຜນການຜະລິດເຂົ້າໝົດປີ, ປະຕິບັດພືດລະດູແລ້ງໄດ້ແລ້ວ 6.254 ເຮັກຕາ, ເທົ່າກັບ 55,27%, ຕິດຕາມກຸ່ມປູກຜັກອິນຊີບ້ານຫົວນາ ເມືອງ ບໍລິຄັນ 7 ຄອບຄົວ, 35 ເຮືອນຮົ່ມ ໃນ 3 ເດືອນ, ສາມາດເກັບ ຜົນຜະລິດໄດ້ 1.810 ກິໂລ, ສ້າງລາຍຮັບໄດ້ ເປັນເງີນ 9.050.000 ກີບ.

ບ້ານນາຫາດ ເມືອງຄຳເກີດ 27 ຄອບຄົວ, 36 ເຮືອນຮົ່ມ ໃນ 3 ເດືອນ, ສາມາດເກັບຜົນຜະລິດໄດ້ 31.800 ກິໂລ, ສ້າງລາຍໄດ້ໄດ້ ເປັນເງິນ 159.000.000 ກີບ. ຊຸກຍູ້ສົ່ງເສີມ ການລ້ຽງສັດ ການຜະລິດ, ຊີ້ນ, ປາ ແລະ ໄຂ ບໍລິໂພກພາຍໃນແຂວງ ທັງໝົດປະມານ 4,490,808 ໂຕນ, ສະເລ່ຍການບໍລິໂພກ ຊີ້ນ ປາ ໄຂ່ ອື່ນໆ ສະເລ່ຍຕໍ່ຫົວຄົນ ພົນລະເມືອງທົ່ວແຂວງ 318.196 ຄົນ ປະຕິບັດໄດ້ 14,11 ກິໂລຕໍ່ຄົນ ເທົ່າກັບ 24,8%, ການຜະລິດເບ້ຍໄມ້ ຂະຫຍາຍເບັ້ຍໄມ້ໃຫ້ໝາກໄດ້ 7.000 ເບ້ຍ, ລົງແກ່ນໄມ້ດູ່ ໄດ້ທັງໝົດ 103,5 ກິໂລ, ບົງເບ້ຍໄມ້ ໄດ້ທັງໝົດ 26.051 ເບ້ຍ, ການຜະລິດເບ້ຍຢາງພາລາພາຍໃນແຂວງ ໃນ 3 ເດືອນຕົ້ນປີ ມີຈຳນວນ 381.625 ເບ້ຍ( ລວມທັງພາກລັດ ແລະ ເອກກະຊົນ ).

ການຜະລິດເພື່ອເປັນສິນຄ້າທີ່ແຂວງມີທ່າແຮງ ແລະ ມີຕະຫຼາດຮັບຮອງ ແຜນການປູກພືດສິນຄ້າເນື້ອທີ່ 21.803 ເຮັກຕາ, ຜົນຜະລິດ 280.358 ໂຕນ ມູນຄ່າ 546.116.100.000 ກີບ (ໃນນັ້ນພືດລະດູແລ້ງ 7.102 ເຮັກຕາ, ຜົນຜະລິດ 55,425 ໂຕນ ພືດລະດູຝົນ 14.701 ເຮັກຕາ, ຜົນຜະລິດ 224.933 ໂຕນ). ໃນລະດູແລ້ງສາມາດປະຕິບັດໄດ້ແລ້ວ 3.547 ຮຕ ເທົ່າກັບ 16,27% ທຽບແຜນການ.

About admins16