ກອງປະຊຸມໃຫຍ່ ຄັ້ງທີ V ໜ່ວຍພັກສ່ວຍສາອາກອນ ແຂວງບໍລິຄຳໄຊ

ກອງປະຊຸມໃຫຍ່ ຄັ້ງທີ V ໜ່ວຍພັກສ່ວຍສາອາກອນ ປະຈໍາແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນວັນທີ 11 ເມສາ 2022 ຢູ່ຫ້ອງປະຊຸມຂອງຕົນ ພາຍໃຕ້ການເປັນປະທ່ານຂອງສະຫາຍ ແສງຈັນ ຄໍາປະເສີດ ເລຂາໜ່ວຍພັກສວຍສາອາກອນແຂວງ, ເຂົ້າຮ່ວມໂດຍ ສະຫາຍ ບຸນລ້ຽງ ດວງສະເພົາທອງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ພະແນກການເງິນແຂວງ, ມີຄະນະຊຸກຍູ້ຊີ້ນໍາກອງປະຊຸມຂັ້ນແຂວງ, ໜ່ວຍພັກອ້ອມຂ້າງ ແລະ ສະມາຊິກພັກພາຍໃນໜ່ວຍ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການຜ່ານບົດລາຍງານການເມືອງທັງສອງພາກ ເຊິ່ງໄດ້ຍົກໃຫ້ເຫັນຜົນງານ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລະຜ່ານມາ ໂດຍຄະນະພັກພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍ ໄດ້ມີຄວາມຕັ້ງໜ້າກໍາແໜ້ນແນວຄິດ ແລະ ເອົາໃຈໃສ່ນໍາພາ – ຊີ້ນໍາ ວຽກງານຕາມວິຊາສະເພາະຂອງຕົນ ເພຶ່ອຍົກສູງຄຸນທາດການເມືອງ ຄຸນສົມບັດສິນທໍາປະຕິວັດ ຂອງພັກ ແນໃສຮັບປະກັນຄວາມເປັນເອກະພາບ ແລະ ມີຜົນສໍາເລັດໃນການຈັດຕັ້ງປະຕິບັດແນວທາງຂອງພັກ ກໍ່ຄືໜ້າທີການເມືອງທີໄດ້ຮັບການມອບໝາຍ.

ໄດ້ເອົາໃຈໃສ່ຂຸດຄົ້ນລາຍຮັບຢ່າງແຂງແຮງ ອັນພົ້ນເດັ່ນກວ່າໝູ່ແມ່ນ ສາມາດປະຕິບັດເກັບລາຍຮັບໄດ້ລື່ນແຜນການ, ມີການຄຸ້ມຄອງ ເກັບກໍາສະຖິຕິຂອງຫົວໜ່ວພື້ນຖານທຸລະກິດເຄືອນໄຫວພາຍໃນແຂວງ, ຄຸ້ມຄອງ – ກວດກາ ໄລ່ລຽງບັນຊີແບບຄົບຊຸດປະຈໍາປີຂອງຫົວໜ່ວຍທຸລະກິດ, ຄຸ້ມຄອງການນໍາໃຊ້ໃບເກັບເງິນອາກອນທຸກປະເພດ, ລາຍຮັບ 5 ປີຜ່ານມາ ສາມາດປະຕິບັດໄດ້ 887.000 ກວ່າຕື້ກີບ, ລື່ນແຜນ 3.670 ກວ່າຕື່ກີບ.

ໃນໄລຍະ 5 ປີຜ່ານມາ ສະມາຊິກພັກ – ພະນັກງານພາຍໃນໜ່ວຍພັກ ຍັງໄດ້ຮັບໃບຍ້ອງຍໍຂັ້ນລັດຖະບານ 10 ສະຫາຍ, ໃບຍ້ອງຍໍຂັ້ນແຂວງ 46 ສະຫາຍ, ໃບກຽດຕິຄຸນຂັ້ນແຂວງ 14 ສະຫາຍ, ໃບຍ້ອງຍໍສະຫະພັນແມ່ຍິງຂັ້ນແຂວງ 20 ສະຫາຍ, ໃບຍ້ອງຍໍກໍາມະບານຂັ້ນແຂວງ 18 ສະຫາຍ, ໄດ້ຮັບນາມມະຍົດ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 5 ປີຊ້ອນ ແລະ ຮັບການຢັ້ງຢືນ ເປັນຮາກຖານແມ່ຍິງ 3 ດີ 5 ປີຊ້ອນ.

ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ແລະ ໃນກອງປະຊຸມຄັ້ງປະຖົມມະລຶກ ເປັນເອກະສັນກັນເລືອກເອົາສະຫາຍ ແສງຈັນ ຄໍາປະເສີດ ເປັນເລຂາໜ່ວຍພັກສວຍສາອາກອນປະຈໍາແຂວງບໍລິຄໍາໄຊ ຊຸດທີ V, ສະຫາຍ ມະນີກອນ ສົດທິໂສ ເປັນຮອງເລຂາ ແລະ ສະຫາຍ ຍອດ ອັກຄະວົງສາ ເປັນຄະນະໜ່ວຍພັກ ພ້ອມທັງເປັນຜູ້ກວດກາ.

About admins14