ກອງປະຊຸມ ວຽກງານອົງການປົກຄອງແຂວງບໍລິຄຳໄຊ ປະຈຳ 3 ເດືອນ ຕົ້ນປີ

ກອງປະຊຸມວຽກງານອົງການປົກຄອງແຂວງ ປະຈຳເດືອນ 1,2,3 ປີ 2021 ໄດ້ຈັດຂຶ້ນໃນວັນທີ 30 ມີນາ 2021 ຢູ່ຫ້ອງວ່າການແຂວງບໍລິຄຳໄຊ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ຫົວໜ້າພະແນກການອ້ອມຂ້າງແຂວງ, ເມືອງ 7 ຕົວເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການສະຫຼຸບຕີລາຄາ ການປະຕິບັດທິດຊີ້ນຳໃນກອງປະຊຸມວຽກງານປົກຄອງ ຄັ້ງວັນທີ 28 ທັນວາ 2020 ທີ່ຜ່ານມາ ເຫັນວ່າຫຼາຍວຽກງານໄດ້ຖືກຈັດຕັ້ງປະຕິບັດ ດ້ວຍຄວາມເອົາໃຈໃສ່ສູງ ແລະ ໄປຕາມທິດທາງທີ່ກຳນົດໄວ້ ເປັນຕົ້ນແມ່ນ ກອງບັນຊາການທະຫານແຂວງ ໄດ້ຮັບຮອງຄອບຄົວປ້ອງກັນຊາດ ໄດ້ 330 ຄອບຄົວ, ພົບການຕັ້ງສະນໍາຖາງປ່າເຮັດໄຮ່ ປະມານ 4 ຕອນ, ໄມ້ຕັບ ຈໍານວນ 09 ຕັບ, ສວນຝິ່ນ ຈໍານວນ 2 ສວນ, ຢຶດຢາບ້າ ໄດ້ຈໍານວນ 103 ເມັດ, ປະຕິບັດຕາມທິດຊີ້ນໍາ 4 ປູກ 4 ລ້ຽງ ກົມກອງສາມາດເກັບກູ້ຜົນຜະລິດໄດ້ທັງຫມົດ ເປັນເງິນ 53.270.000 ກີບ.

ເຈົ້າໜ້າທີ່ ປກສ ເມືອງຄໍາເກີດ ມ້າງລາຍຄະດີຄ້າຂາຍ ແລະ ຂົນສົ່ງຢາເສບຕິດ, ຍຶດຂອງກາງ ເຮໂຣອິນ 600 ແທ່ງ (ນໍ້າຫນັກ 231 ກິໂລ), ຢາບ້າ 4.000 ເມັດ ກັກຕົວຜູ້ຖືກຫາ 4 ຄົນ, ປະຊາຊົນລາວທີ່ໄປເຮັດວຽກຢູ່ໄທ ໄດ້ລັກຂ້າມມາລາວ ຢູ່ເຂດເມືອງທ່າພະບາດ, ເມືອງປາກຊັນ, ເມືອງປາກກະດິງ ຈໍານວນ 26 ຄົນ ແລະ ຂ້າມມາແຕ່ຫວຽດນາມ 1 ຄົນ (ເຈົ້າຫນ້າທີ່ໄດ້ນໍາຕົວໄປກັກກັນຢູ່ສູນກັກກັນຊົ່ວຄາວແລ້ວ), ຄະດີອາຍາເກີດຂຶ້ນທັງໝົດ 80 ລາຍ ມ້າງໄດ້ 28 ລາຍ ຕ້ອງຫາ 34 ຄົນ, ຄະດີຢາເສບຕິດເກີດຂຶ້ນ 47 ລາຍ ມ້າງໄດ້ 47 ລາຍ ຕ້ອງຫາ 74 ຄົນ ຍິງ 6 ຄົນ, ອຸປະຕິເຫດຕາມທ້ອງຖະໜົນເກີດຂຶ້ນ 114 ລາຍ, ອັກຄີໄພ ເກີດຂຶ້ນ 4 ຄັ້ງ ລວມ ມູນຄ່າຄວາມເສຍຫາຍປະມານ 268 ລ້ານກີບ.

ສຳເລັດການສັງລວມໂຄງການລົງທຶນຂອງລັດຂອງແຂວງບໍລິຄຳໄຊ ມີມູນຄ່າ 10 ຕື້ຂຶ້ນໄປ, ສໍາເລັດການເຊັນບົດບັນທຶກຄວາມເຂົ້າໃຈ MOU ເພື່ອສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາແຫຼ່ງທ່ອງທ່ຽວແບບທໍາມະຊາດ 2 ໂຄງການ ແລະ ນະໂຍບາຍຍົກເວັ້ນພາສີ-ອາກອນ ໂຄງການລົງທຶນພາຍໃນແຂວງ ທີ່ໄດ້ຮັບນະໂຍບາຍ ສົ່ງເສີມການລົງທຶນ 4 ບໍລິສັດ ມູນຄ່າ 2.074.566 ໂດລາ, ມູນຄ່າ 6,575 ຕື້ກີບ, ສາມາດເກັບລາຍຮັບໄດ້ທັງໝົດ 86,44 ຕື້ກີບ, ໃນນີ້ ພູດສູນກາງໄດ້ 66,58 ຕື້ກີບ, ພູດທ້ອງຖິ່ນໄດ້ 19,86 ຕື້ກີບ, ປູກເຂົ້ານາແຊງ ປະຕິບັດໄດ້ 1.953 ເຮັກຕາ ລື່ນແຜນການ 10,34%, ເສຍຫາຍຈາກໄພຫນາວ 93 ເຮັກຕາ, ການປູກພືດ ປະຕິບັດໄດ້ 2.754 ເຮັກຕາ ເທົ່າກັບ 41,64%, ການປູກ ເຂົ້າເປັນສິນຄ້າ ປະຕິບັດໄດ້ 590 ເຮັກຕາ ເທົ່າກັບ 4,55%, ລົງກວດກາ ແລະ ອອກອະນຸຍາດດຳເນີນກິດຈະການ ໂຮງງານໃໝ່ ຈຳນວນ 3 ໂຮງງານ, ຢັ້ງຢືນຜະລິດຕະພັນອອກຈາກໂຮງງານພາຍໃນແຂວງ ສົ່ງໄປຕ່າງປະເທດ ມູນຄ່າ 14 ລ້ານກວ່າ ໂດລາ, ບໍລິການແຈ້ງຂຶ້ນ ແລະ ປ່ຽນແປງເນື້ອໃນທະບຽນວິສາຫະກິດ ທົ່ວແຂວງ ໄດ້ 170 ຫົວໜ່ວຍ ມອບລາຍຮັບເຂົ້າງົບປະມານ ລັດ 58,79 ລ້ານກີບ, ຂື້ນສຳມະໂນຄົວທີ່ດິນໄດ້ 1,067 ຕອນ, ຕິດຕາມກວດກາຄຸນນະພາບນ້ຳ ໄດ້ 21 ຈຸດ, ອອກໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມຫົວໜ່ວຍໃໝ່ ຈໍານວນ 02 ຫົວ ໜ່ວຍ ແລະ ຕໍ່ໃບຢັ້ງຢືນ ຈໍານວນ 21 ຫົວໜ່ວຍ, ພະຍາດໄຂ້ຍຸງລາຍ ມີ2 ກໍລະນີ ບໍ່ມີຄົນເສຍຊີວິດ ແລະ ເປີດພິທີຂະບວນການສັກວັກຊີນກັນພະຍາດ ໂຄວິດ-19 ແຂວງບໍລິຄໍາໄຊ ຢູ່ທີ່ໂຮງຫມໍແຂວງບໍລິຄໍາໄຊ ໄດ້ຈໍານວນ 790 ຄົນ.

ກອງປະຊຸມຍັງໄດ້ຮັບຟັງການລາຍງານບັນຫາພົ້ນເດັ່ນຈາກພະແນກການ, ເມືອງ ພ້ອມທັງປຶກສາຫາ ໃນການແກ້ໄຂບັນຫາທີ່ຍັງຄົງຄ້າງ ເພື່ອຈະໄດ້ພ້ອມກັນແກ້ໄຂໃຫ້ໄດ້ຮັບຜົນສຳເລັດໃນຕໍ່ໜ້າ.

About admins16