ບໍລິຄຳໄຊ ລະນຶກວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ

ພິທີປາຖະກະຖາ ລະນຶກວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ( 5 ເມສາ 1961 – 5 ເມສາ 2021) ໄດ້ຈັດຂຶ້ນໃນວັນທີ 31 ມີນາ 2021 ຢູ່ສະໂມສອນໃຫຍ່ຂອງກອງບັນຊາການ ປກສ ແຂວງ ໃຫ້ກຽດຫວນຄືນມູນເຊື້ອໂດຍ ທ່ານ ພັອ ຄຳໝັ້ນ ແກ້ວປະເສີດ ພະນັກງານອາວຸໂສບຳນານ ອະດີດຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ, ມີຄະນະກອງບັນຊາການ ປກສ ແຂວງ, ພະນັກງານອາວຸໂສບໍານານ ພ້ອມພະນັກງານທົ່ວກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ເພື່ອຕອບສະໜອງໃຫ້ແກ່ພາລະກິດປະຕິວັດຕໍ່ສູ້ກູ້ຊາດ ໃນເດືອນສິງຫາ 1950 ຢູ່ເຂດທີ່ໝັ້ນຂອງການປະຕິວັດ ໄດ້ເປີດກອງປະຊຸມໃຫຍ່ແນວລາວຕໍ່ຕ້ານທົ່ວປະເທດຂຶ້ນຢ່າງເປັນທາງການ ແລະ ໄດ້ຕົກລົງສ້າງຕັ້ງແນວລາວອິດສະຫຼະ, ແຕ່ງຕັ້ງລັດຖະບານລາວຕໍ່ຕ້ານຂື້ນປະກອບມີ 5 ກະຊວງ, ໃນນັ້ນ ມີກະຊວງພາຍໃນ ໂດຍແມ່ນ ທ່ານ ພູມີ ວົງວິຈິດ ເປັນລັດຖະເສນາ (ລັດຖະມົນຕີວ່າການ) ມີພາລະບົດບາດໜ້າທີໃນການຄຸ້ມຄອງ – ກໍ່ສ້າງອຳນາດການປົກຄອງທຸກຂັ້ນຂອງການປະຕິວັດ, ຮັກສາຄວາມສະຫງົບ – ຄວາມປອດໄພພາຍໃນກຳລັງ ແລະ ເຂດທີ່ໝັ້ນຂອງການປະຕິວັດ, ການສ້າງຕັ້ງກະຊວງພາຍໃນ ໄດ້ກາຍເປັນເຫດການທີ່ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງທາງປະຫວັດສາດ ຂອງກໍາລັງປ້ອງກັນຄວາມສະຫງົບ ເພາະມັນແມ່ນກົກເຄົ້າໃຫ້ແກ່ການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວໃນຕໍ່ມາ,

ມາຮອດປີ 1954 ເນື່ອງໃນໂອກາດສະເຫຼີມສະຫຼອງວັນປະກາດເອກລາດ, ໄຊຊະນະໃຫຍ່ ໃນການຕໍ່ສູ້ຕ້ານພວກລ່າເມືອງຂື້ນແບບເກົ່າ ແລະ ຊົມເຊີມຜົນສຳເລັດໃນການເຕົ້າໂຮມ 2 ແຂວງ ທ່ານ ປະທານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງ ຄະນະສັນຕິລາດສູນກາງຂຶ້ນຢ່າງເປັນທາງການ.

ປີ 1957 ສູນກາງພັກໄດ້ຕົກລົງປ່ຽນຊື່ຈາກ “ຄະນະສັນຕິລາດສູນກາງ” ມາເປັນ “ຄະນະປ້ອງກັນພາຍໃນສູນກາງ” ພາລະບົດບາດ-ໜ້າທີ່ ແມ່ນປ້ອງກັນຜູ້ນໍາພັກ, ປ້ອງກັນຄະນະລັດຖະບານລາວຕໍ່ຕ້ານ, ປ້ອງກັນຄວາມສະຫງົບ-ປອດໄພຢູ່ເຂດທີ່ໝັ້ນຂອງການປະຕິວັດ, ຕໍ່ສູ້ ແລະ ຕໍ່ຕ້ານກັບພວກຝືນປະຕິວັດ, ປຸກລະດົມຂົນຂວາຍປະຊາຊົນເຂົ້າຮ່ວມຂະບວນການປະຕິວັດ, ປ້ອງກັນອົງການສາກົນທີ່ເຂົ້າມາກວດກາການປະຕິບັດສັນຍາເຊີແນວກ່ຽວກັບລາວ, ວັນທີ 5-12 ເມສາ 1961 ຄະນະຊີ້ນໍາສູນກາງພັກປະຊາຊົນປະຕິວັດລາວ ໄດ້ເປີດກອງປະຊຸມຄົບຄະນະຂຶ້ນ ທີ່ຄັງໄຂ ແຂວງຊຽງຂວາງ ກອງປະຊຸມໄດ້ຕົກລົງຫຼາຍບັນຫາກ່ຽວກັບການປະຕິວັດຢູ່ລາວໃນສະເພາະໜ້າ ແລະ ຍາວນານ, ໃນນັ້ນ ອັນເຄັ່ງຮ້ອນ ແລະ ຮີບດ່ວນ ໄດ້ຕົກລົງປັບປຸງ-ກໍ່ສ້າງກໍາລັງປ້ອງກັນພາຍໃນສູນກາງ ໄດ້ຕົກລົງປ່ຽນຊື່ “ຄະນະປ້ອງກັນພາຍໃນສູນກາງ” ມາເປັນ “ຫ້ອງການປ້ອງກັນຄວາມສະຫງົບສູນກາງ” ຊີ້ນໍາໂດຍ ທ່ານ ສີສົມພອນ ລໍວັນໄຊ ໂດຍໄດ້ມອບໃຫ້ ທ່ານ ຊົມຊື່ນ ຄໍາພິທູນ ແລະ ທ່ານ ບຸນມາ ມີທອງ ເປັນຜູ້ນໍາພາ-ບັນຊາຕົວຈິງ.

ພາຍຫຼັງປະເທດຊາດໄດ້ຮັບການສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ໄດ້ສ້າງຕັ້ງກະຊວງພາຍໃນ ແລະ ສະຫັວດດີການສັງຄົມ-ສົງເຄາະ ເຖິງປີ 1979 ວຽກງານສະຫັວດດີການສັງຄົມ-ສົງເຄາະ ໄດ້ແຍກອອກຈາກກະຊວງພາຍໃນ ແລະ ໃນເດືອນເມສາ 2002 ໄດ້ປ່ຽນຊື່ “ກະຊວງພາຍໃນ” ມາເປັນ “ກະຊວງປ້ອງກັນຄວາມສະຫງົບ” ບົນພື້ນດັ່ງກ່າວ ລັດຖະບານໄດ້ຕົກລົງ ແລະ ອອກດໍາລັດສະບັບເລກທີ່ 277/ນຍ ລົງວັນທີ 1 ກັນຍາ 2005 ຮັບຮອງເອົາວັນທີ 5 ເມສາ ປີ 1961 ເປັນມື້ສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບຢ່າງເປັນທາງການ.

ຕອນທ້າຍຂອງພິທີ ຍັງໄດ້ມີການປະດັບຫຼຽນໄຊອິດຫຼະ ຊັ້ນ 3 ຂອງປະທານປະເທດ ໃຫ້ແກ່ກອງບັນຊາການ ປກສ ແຂວງ ແລະ ຫ້ອງ 504, ຫຼຽນໄຊແຮງງານ ຊັ້ນ 2 ຂອງປະທານປະເທດ 46 ສະຫາຍ 3 ກົມກອງ, ຫຼຽນໄຊແຮງງານ ຊັ້ນ 3 ຂອງປະທານປະເທດ 245 ສະຫາຍ 6 ກົມກອງ, ຫຼຽນກາແຮງງານຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ຈຳນວນ 351 ສະຫາຍ, 4 ກົມກອງ, ໃບຍ້ອງຍໍຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ຈຳນວນ 51 ສະຫາຍ 2 ກົມກອງ, ໃບຍ້ອງຍໍຂອງກະຊວງປ້ອງກັນຄວາມສະຫງົບ ຈຳນວນ 9.606 ສະຫາຍ ແລະ ໃບຍ້ອງຍໍຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຈຳນວນ 7.994 ສະຫາຍ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານໃນໄລຍະຜ່ານມາ, ເປັນກຽດມອບໂດຍ ທ່ານ ກົງຈັນ ໄຊປັນຍາ ກຳມະການພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງ.

About admins16