ເມືອງວຽງທອງ ຈັດກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ

ໃນລະຫວ່າງວັນທີ 29-30 ມີນາ 2021 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ໂດຍເປັນກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ພັອ ຄໍາແພນ ວິລືທໍາ ເຈົ້າເມືອງວຽງທອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ ແລະ ບັນດາຄະນະພັກບ້ານໃຫຍ່ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານບົດສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຢູ່ເມືອງວຽງທອງໂດຍຫຍໍ້ ວ່າ: ທົ່ວເມືອງວຽງທອງ ມີພະນັກງານທັງໝົດ 718 ສະຫາຍ, ຍິງ 285 ສະຫາຍ, ຜ່ານການຈັດຕັ້ງປະຕິບັດຜ່ານມາເຫັນວ່າ ຕໍາແໜ່ງ ເລຂາ, ຮອງເລຂາພັກເມືອງ ແມ່ນຍັງບໍ່ທັນບັນລຸໄດ້ຕາມແຜນທີກໍານົດໄວ້, ຕໍາແໜ່ງຮອງເຈົ້າເມືອງເຫັນວ່າບັນລຸໄດ້ 1 ສະຫາຍ ກວມເອົາ 50%, ຕໍາແໜ່ງຄະນະປະຈໍາພັກເມືອງ ບັນລຸໄດ້ 2 ສະຫາຍ ກວມເອົາ 28,57 %, ຕໍາແໜ່ງກໍາມະການພັກເມືອງ ບັນລຸໄດ້ 5 ສະຫາຍ ກວມເອົາ 35,71%.

ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການເຊື່ອມຊືມ ມະຕິຂອງກົມການເມືອງສູນກາງພັກ ເລກທີ 032/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ບົດແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 292/ຄຈສພ, ລົງວັນທີ 26 ເມສາ 2018 ວ່າດ້ວຍການຈັດຕັ້ງປະຕິບັດມະຕິ ເລກທີ 032/ກມສພ, ຜ່ານແຈ້ງການແນະນໍາຂອງຄະນະຈັດຕັ້ງແຂວງບໍລິຄໍາໄຊ ເລກທີ 1088/ຄຈ.ຂບຊ ລົງວັນທີ 16 ພະຈິກ 2020 ກ່ຽວກັບການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ມະຕິຂອງຄະນະປະຈໍາພັກແຂວງບໍລິຄໍາໄຊ ເລກທີ 824/ຄຈ.ຂບຊ, ລົງວັນທີ 23 ກໍລະກົດ 2018 ວ່າດ້ວຍການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ມະຕິຂອງກົມການເມືອງສູນກາງພັກ ເລກທີ 030/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍມາດຕະຖານ ພະນັກງານນໍາພາ-ຄຸ້ມຄອງ.

ຈາກນັ້ນ ກໍ່ໄດ້ມີການອະທິບາຍວິທີການທາບທາມ ພ້ອມທັງຢາຍບັດທາບທາມ ແລະ ດໍາເນີນການທາບທາມເພື່ອລົງຄະແນນກໍານົດເອົາພະນັກງານນໍາພາ-ຄຸ້ມຄອງໃນຕໍ່ໜ້າ.

ໃນໂອກາດນີ້ ໄດ້ມີການມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ບັນດາຮາກຖານພັກຫ້ອງການ, ກົມກອງ, ໂຮງຮຽນ ທີ່ປະຕິບັດໄດ້ຕາມມາດຖານເງື່ອນໄຂໄລຍະຜ່ານມາ.

About admin11