ກອງປະຊຸມ ຜູ້ບໍລິຫານການສຶກສາ ທົ່ວເມືອງທ່າພະບາດ

ກອງປະຊຸມຜູ້ບໍລິຫານການສຶກສາທົ່ວເມືອງທ່າພະບາດ ແຂວງບໍລິຄຳໄຊ ປະຈໍາປີ 2021 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 8 – 9 ກຸມພາ 2022 ຢູ່ທີ່ຫ້ອງປະຊຸມຫ້ອງການສຶກສາທິການ ແລະ ກິລາເມືອງ ພາຍໃຕ້ການເປັນປະທານຂອງ ທ່ານ ສົມພູ ສົງຄາມຮັກ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ກອງປະຊຸມເປັນກຽດຕ້ອນຮັບ ທ່ານ ຄໍາປຸ່ນ ສີຫາລາດ ຮອງເຈົ້າເມືອງທ່າພະບາດ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ ແລະ ທ່ານ ຄໍາເພັດ ໄຊປັນຍາ ຮອງພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ ອໍານວຍການໂຮງຮຽນທຸກຂັ້ນພາຍໃນເມືອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ສົກຮຽນ 2020 – 2021 ພ້ອມທັງເປັນການຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ 5 ປີ ຄັ້ງທີ IX (2021 – 2025).

1 ປີຜ່ານມາ ຜ່ານການຈັດຕັ້ງປະຕິບັດ ໂດຍລວມແລ້ວ ທຸກຂັ້ນໄດ້ເອົາໃຈໃສ່ປັບປຸງພັດທະນາດີຂຶ້ນ, ການຮຽນ – ການສອນແມ່ນຢູ່ໃນລະດັບທີ່ໜ້າພໍໃຈ, ຄູສອນຈໍານວນໜຶ່ງໄດ້ຮັບການຝຶກອົບຮົມ, ສັງຄົມໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຮັດໃຫ້ຄຸນະພາບໃນວຽກງານດັ່ງກ່າວຂະຫາຍໄປໃນທິດທາງທີ່ດີຂຶ້ນເທື່ອລະກ້າວ.

ຜົນງານທີ່ພົ້ນເດັ່ນ ໄດ້ສະແດງເຫັນບາງດ້ານ ຄື: ສາມາດບັນລຸຕາມແຜນໄດ້ 11 ຄາດໝາຍ ແລະ ບໍ່ສາມາດບັນລຸໄດ້ 4 ຄາດໝາຍຂອງຫ້ອງການສຶກສາທິການ ແລະ ກິລາເມືອງກໍານົດໄວ້, ອັດຕາການເຂົ້າຮຽນຂອງເດັກ 2 ປີ ເພີ່ມຂຶ້ນ 3,2% ເປັນ 4,01%, ອັດຕາເຂົ້າຮຽນຂອງເດັກ 5 ປີ ເພີ່ມຈາກ 77,8% ເປັນ 86,03 %, ອັດຕາການປະລະການຮຽນຊັ້ນປະຖົມ ແລະ ມັດທະຍົມ ໄດ້ລື່ນຄາດໝາຍ 1,5% ແລະ 8,19%, ສອບເສັງຄັດເລືອກນັກຮຽນເກັ່ງຂັ້ນ ປ5 ໄດ້ອັນດັບທີ 1 ແລະ ທີ 2 ຂັ້ນແຂວງ ວິຊາພາສາລາວ, ຊຸມຊົນປະກອບສ່ວນເຂົ້າໃນການກໍ່ສ້າງ ແລະ ສ້ອມແປງໂຮງຮຽນມີມູນຄ່າ 576.600.000 ກີບ.

        ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງ​ລາຍ​ງານ​ກ່ຽວກັບການຈັດຕັ້ງມະຕິກອງປະຊຸມຜູ້ບໍລິຫານການສຶກສາທົ່ວເມືອງ ປະຈໍາປີ 2020 ແລະ ຜູ້ເຂົ້າຮ່ວມກອງປະຊຸມປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນໃນຫຼາຍດ້ານເປັນຕົ້ນແມ່ນ ການສະກັດກັ້ນ ວິທີແກ້ໄຂປາກົດການຫຍໍ້ທໍ້ ແລະ ການສ້າງໂຮງຮຽນໃນຮູບແບບຕ່າງໆ.

About admin11