ສະຫຼຸບການຈັດຕັ້ງປະຕິບັດ ໂຄງການພັດທະນາບ້ານແບບໃໝ່ ແຊມາອຶລອູນດົງ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການພັດທະນາບ້ານແບບໃໝ່ ແຊມາອຶລອູນດົງ ( Seamaul Undong ) ແຫ່ງ ສ.ເກົາຫຼີ ປະຈຳລາວ ປະຈຳປີ 2021 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 10 ກຸມພາ 2022 ຢູ່ສະໂມສອນບ້ານຫ້ວຍຊາຍ ເມືອງປາກຊັນ ແຂວງບໍລິຄໍາໄຊ ເປັນກຽດເຂົ້າຮ່ວມຂອງທ່ານ ບຸນເພັງ ຈັນທະວົງສຸກ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ທ່ານ ໂພຄຳ ຈັນທະສຸກ ຮອງເຈົ້າເມືອງປາກຊັນ, ທ່ານ ຫົ້ງຈອງໂອ ຄະນະປະທານໂຄງການ ພັດທະນາບ້ານແບບໃໝ່ ແຊມາອຶລອູນດົງ ສ.ເກົາຫຼີ ປະຈໍາ ສ ປປ ລາວ, ມີບັນດາຕາງໜ້າພະແນກການທີກ່ຽວຂ້ອງ ຂັ້ນແຂວງ – ເມືອງ ຄະນະຮັບຜິດຊອບຂອງໂຄງການ ພ້ອມດ້ວຍປະຊາຊົນໃນຈໍານວນ 3 ບ້ານ ຄື: ບ້ານຫາງຊີງສະຫວ່າງ, ບ້ານ ໂພນງາມ ແລະ ບ້ານ ຫ້ວຍຊາຍ ເຂົ້າຮ່ວມ.

ແຂວງບໍລິຄຳໄຊ ໄດ້ມີບົດບັນທຶກຄວາມເຂົ້າໃຈ ລະຫວ່າງພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ສູນໃຫຍ່ ພັດທະນາບ້ານແບບໃໝ່ ເປັນເວລາ 5 ປີ ແຕ່ 2020-2024 ເຊິ່ງມີບ້ານເປົ້າໝາຍ 3 ບ້ານ ຄື: ບ້ານ ຫາງຊີງສະຫວ່າງ, ບ້ານ ໂພນງາມ ແລະ ບ້ານ ຫ້ວຍຊາຍ ມູນຄ່າ 437.500 ໂດລາສະຫະລັດ ໂດຍເປົ້າໝາຍຫຼັກຂອງໂຄງການແມ່ນ ສ້າງສິ່ງອຳນວຍຄວາມສະດວກ ກໍ່ສ້າງເສັ້ນທາງຊອຍປູເບຕົງ, ບູລະນະສ້ອມແປງໂຮງຮຽນ, ກໍ່ສ້າງຫ້ອງການບ້ານ, ສະໂມສອນບ້ານ, ໄຟເຍືອງທາງ ແລະ ອຶ່ນໆ, ການເສີມສ້າງລາຍຮັບ ຄື: ປູກຜັກເຮືອນຮົ່ມ, ປູກພຶດຕ່າງໆທີ່ເປັນສິນຄ້າ, ສົ່ງເສີມລ້ຽງສັດ, ພັດທະນາຊັບພະຍາກອນມະນຸດ ເປັນຕົ້ນແມ່ນຝຶກອົບຮົມ, ທັດສະນະສຶກສາພາຍໃນ ແລະ ຕ່າງປະເທດ.

ໄລຍະ 1 ປີຜ່ານມາ ໃນຈຳນວນ 3 ບ້ານເປົ້າໝາຍ ສາມາດປະຕິບັດໄດ້ ຄື: ບ້ານ ຫາງຊີງສະຫວ່າງ ສ້າງເຮືອນຮົ່ມໄດ້ 13 ຫຼັງ ( ແຕ່ລະຫລັງ ຍາວ 20 ແມັດ ກວ້າງ 6 ແມັດ ) ລວມທັງສິ່ງອຳນວຍຄວາມສະດວກດ້ານອຶ່ນໆ ລວມມູນຄ່າ 23 ພັນ ໂດລາສະຫະລັດ.

ບ້ານ ໂພນງາມ ປູທາງເບຕົງເສີມເຫລັກ ແລະ ເຮືອນຮົ່ມ ລວມມູນຄ່າ 23 ພັນໂດລາ ເສັ້ນທາງຍາວ 250 ແມັດ, ກວ້າງ 4,5 ແມັດ, ໜາ 15 ເຊັນ, ເຮືອນຮົ່ມຈຳນວນ 6 ຫລັງ ກ້ວາງ 6 ແມັດ ຍາວ 20 ແມັດ, ພ້ອມເຄື່ອງຮັບນໍ້າ ແລະ ແນວພັນ.

ບ້ານ ຫວ້ຍຊາຍ ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ ເນື່ອງຈາກສະພາບພື້ນທີ່ຍັງບໍ່ເຫມາະສົມ, ເຊິ່ງກໍໄດ້ຫັນປ່ຽນເປັນທາງກວ້າງ 4 ແມັດ, ຍາວ 500 ແມັດ ມູນ 23 ພັນໂດລາ ໂຄງການໃຫ້ທຶນຕົວຈິງໃນປີ 2021 ແມ່ນ ຍາວ 569 ແມັດ, ກວ້າງ 4 ແມັດ, ໜາ 13 ເຊັນ.

ນອກນັ້ນ ໂຄງການຍັງຊ່ວຍເຫຼືອປູທາງເບຕົງ ທາງຊອຍບ້ານທ່າບໍ່ 300 ແມັດ ມູນຄ່າ 8 ພັນໂດລາ, ຊ່ວຍສ້ອມແປງໂຮງຮຽນ ບ້ານ ໂພນສີ ມູນຄ່າ 7 ພັນໂດລາ, ຊ່ວຍສ້າງຫ້ອງການບ້ານ ແລະ ຫົນທາງ ບ້ານ ເວີນທາງ 33 ພັນໂດລາ ແລະ ຊ່ວຍຊີມັງ 30 ໂຕນ ບ້ານສີສະຫວາດ ເມືອງບໍລິຄັນ.

ໂຄງການດັ່ງກ່າວ ຍັງໄດ້ມອບປິ່ນເຕີ ຍີ່ຫໍ້ EPSON ແລະ ໂທລະໂຄ່ງໃຫ້ແກ່ 3 ບ້ານເປົ້າໝາຍຂອງເມືອງປາກຊັນ ເປັນກຽດມອບໂດຍ ທ່ານ ຫົ້ງຈອງໂອ ແລະ ຮັບໂດຍ ນາຍບ້ານຂອງແຕ່ລະບ້ານ.

About admins16