ພິທີເປີດບັ້ນດໍາເນີນ ການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ບ້ານ ນາຈິກ ເມືອງປາກຊັນ ແຂວງບໍລິຄໍາໄຊ

        ພິທີເປີດບັ້ນດໍາເນີນການສ້າງຄອບຄົວຕົວແບບ ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ບ້ານ ນາຈິກ ເມືອງປາກຊັນ ແຂວງບໍລິຄໍາໄຊ, ໄດ້ຈັດຂື້ນ ໃນຕອນເຊົ້າ ວັນທີ 09 ກຸມພາ 2022 ຢູ່ທີ່ອາລາມວັດບ້ານ ນາຈິກ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ແສງອາລຸນ ແສງອາພອນ ຮອງເລຂາພັກເມືອງປາກຊັນ, ມີທ່ານ ພັນໂທ ລາຕີ ພິລາວົງ  ຫົວໜ້າກອງບັນຊາການ ປກສ ເມືອງປາກຊັນ ພ້ອມດ້ວຍຄະນະ,  ກອງບັນຊາການທະຫານເມືອງ, ປກສ ບໍລິການປະຊາຊົນກຸ່ມເທດສະບານ 1, ອໍານາດການປົກຄອງບ້ານ – ນາຍບ້ານ, ກໍາລັງປ້ອງກັນຊາດ – ປ້ອງກັນຄວາມສະຫງົບບ້ານ, ຫົວໜ້າໜ່ວຍ ຕະຫຼອດຮອດປະຊາຊົນ ພາຍໃນບ້ານ ເຂົ້າຮ່ວມ.

        ທ່ານ ບຸນເພັງ ແກ້ວບັນດິດ ເລຂາພັກບ້ານ ນາຍບ້ານນາຈິກ ໄດ້ຂື້ນຜ່ານບົດສະຫຼຸບ, ຈຸດພິເສດ, ທີ່ຕັ້ງ ສະພາບລວມຂອງ ບ້ານນາຈິກ ວ່າ: ເມືອງ ປາກຊັນ ປະກອບມີການຈັດຕັ້ງບ້ານ ນາຍບ້ານ ແລະ ຄະນະ 03 ສະຫາຍ ຍີງ 01 ສະຫາຍ, ມີອົງການຈັດຕັ້ງມະຫາຊົນ, ກໍາລັງ ປກຊ – ປກສ ບ້ານ, ລວມມີ 178 ຫຼັງຄາເຮືອນ ມີ 143 ຄອບຄົວ, ພົນລະເມືອງ 771 ຄົນ, ຍີງ 403 ຄົນ, ມີ 01 ຊົນເຜົ່າ ຖືສາສະໜາພຸດ ສ່ວນຫຼາຍແມ່ນມີອາຊີບເປັນພະນັກງານ – ລັດຖະກອນ, ເຮັດນາ ແລະ ຄ້າຂາຍ.

ເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ບ້ານມີຄວາມສະຫງົບໂດຍພື້ນຖານ ຄະນະບ້ານໄດ້ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີ ສຶກສາອົບຮົມການເມືອງແນວຄິດ ໂດຍນໍາເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ແນວທາງວຽກງານ ປກຊ – ປກສ ໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານ ໄດ້ຮັບຮູ້ເຊື່ອມຊືມເປັນປະຈໍາ ເພື່ອເຊີດຊູສະຕິລະວັງຕົວຕ່ໍກົນອຸບາຍຫັນປ່ຽນຂອງສັດຕູ ແລະ ພວກຄົນບໍ່ດີ, ຈັດຕັ້ງປະຕິບັດບັນຫາ 04 ເຖື່ອນ, ຕ້ານ, ສະກັດກັ້ນປະກົດການຫຍໍ້ທໍ້ໃຫ້ຫຼຸດໜ້ອຍຖ້ອຍລົງ.

ກໍາລັງ ປກຊ – ປກສ ບ້ານ ໄດ້ຮັບການປັບປຸງທາງດ້ານປະລິມານ ແລະ ຄຸນນະພາບດີຂື້ນເທື່ອລະກ້າວ, ພາຍໃນບ້ານມີກຳລັງກອງຫຼອນ ແລະ ກຳລັງ ປກສ ບ້ານ – ປກສ ໜ່ວຍ ເອົາໃຈໃສ່ປະຕິບັດໜ້າທີ່ຕາມພາລະບົດບາດຢ່າງເຂັມງວດ, ພໍ່ແມ່ປະຊາຊົນ ສ່ວນຫຼາຍແມ່ນປະຕິບັດລະບຽບຂອງບ້ານ ແລະ ລະບຽບກົດໝາຍຢ່າງເຂັ້ມງວດ, ເອົາໃຈໃສ່ທຳມາຫາກີນສ້າງເສດຖະກິດຄອບຄົວດ້ວຍຄວາມຖືກຕ້ອງບໍລິສຸດ, ເອົາໃຈໃສ່ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບຢ່າງແຂງແຮງ.

ໃນພິທີ ທ່ານ ພັນຕີ ສົມຈັນ ສີບົວທອງ ຫົວໜ້າ ປກສ ບໍລິການປະຊາຊົນ ກຸ່ມເທດສະບານ 01 ປກສ ເມືອງປາກຊັນ ໄດ້ຂື້ນຜ່ານບົດບັນທຶກສັນຍາຮັກສາຄວາມສະຫງົບ, ເພື່ອໃຫ້ບ້ານດັ່ງກ່າວໄດ້ພ້ອມກັນຈັດຕັ້ງປະຕິບັດຕາມບັ້ນດໍາເນີນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ຜ່ານມາໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊືມ ບັນດາເອກະສານທີ່ກ່ຽວກັບການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ໃຫ້ອໍານາດການປົກຄອງບ້ານ, ຫົວໜ່ວຍຄອບຄົວ ແລະ ປະຊາຊົນທີ່ຢູ່ອາໃສພາຍໃນບ້ານ,  ໄດ້ຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ເຂັ້ມງວດ.

ເພື່ອສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີໃຫ້ໄດ້ຕາມລະດັບຄາດໝາຍທີ່ກໍານົດໄວ້, ໃນພິທີຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 702/ປກສ ລົງວັນທີ 02 ເມສາ 2021 ວ່າດ້ວຍການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ຂໍ້ຕົກລົງຂອງພະແນກເສນາທິການທະຫານເມືອງປາກຊັນ ວ່າດ້ວຍການແຕ່ງຕັ້ງຫົວໜ້າໝວດກອງຫຼອນ ແລະ ຮອງໝວດກອງຫຼອນບ້ານນາຈິກ, ໃນນີ້ ໄດ້ຕົກລົງແຕ່ງຕັ້ງສະຫາຍ ລັດສະໝີ ສອນໄຊ ເປັນຫົວໜ້າໝວດ, ສະຫາຍ ພອນມະນີ ສີນາມົນຕີ ເປັນຮອງໝວດ, ຂໍ້ຕົກລົງແຕ່ງຕັ້ງ ປກສ ບ້ານນາຈິກ, ໃນນີ້ໄດ້ແຕ່ງຕັ້ງ ສະຫາຍ ຈັນທະພອນ ທອງສະຫວັດດີ ເປັນຫົວໜ້າ, ສະຫາຍ ປາມີ່ ໄຊອຸດົມ ເປັນຮອງ ແລະ ອີກ 03 ສະຫາຍ ເປັນຄະນະ.

 

 

About admin11