ກອງປະຊຸມ ປະເມີນຜົນການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງຮາກຖານ ການເມືອງພັດທະນາ ຈຸດສຸມເຂດໃຈກາງ 03 ບ້ານ

ວັນທີ 10 ມີນາ 2022  ຢູ່ທີ່ຫ້ອງປະຊຸມ ກອງບັນຊາການ ປກສ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມປະເມີນຜົນ ການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງຮາກຖານການເມືອງພັດທະນາ    ຈຸດສຸມໃຈກາງ ຢູ່ 03 ບ້ານ ຄື: ບ້ານ ຜາເມືອງ, ບ້ານບໍ່ ແລະ ບ້ານ ພູຄໍາ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ພັນເອກ  ສາຍສະໜອນ ພາລາມີໄຊ  ຄະນະປະຈໍາພັກກົມໃຫ່ຍ  ຮອງຫົວໜ້າກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ, ທັງເປັນກອງເສນາ 025 ຂັ້ນສູນກາງ, ມີທ່ານ ພັນເອກ ຜາຂົງ ດອກມະນີຈັນ, ຮອງເລຂາຄະນະພັກ      ຮອງຫົວໜ້າກອງບັນຊາການ ປກສ ແຂວງ,  ທ່ານ ວັນເລີນ ປຸ້ຍໄມນີ  ກຳມະການພັກແຂວງ  ເລຂາພັກເມືອງ – ເຈົ້າເມືອງບໍລິຄັນ, ມີຄະນະຫ້ອງວ່າການປົກຄອງແຂວງ, ຄະນະຮັບຜິດຊອບກອງກໍ່ສ້າງຮາກຖານ, ຫົວໜ້າ ປກສ ກຸ່ມ 03 ກຸ່ມບ້ານ, ຕະຫຼອດຮອດ ເລຂາພັກບ້ານ 03 ບ້ານ      ເຂົ້າຮ່ວມ.

ທ່ານ ບຸນທັນ ສີສົງຄາມ  ຮອງເລຂາພັກບ້ານ – ຮອງນາຍບ້ານພູຄຳ  ໄດ້ຂື້ນຜ່ານບົດສະຫຼຸບວຽກງານປະເມີນຜົນການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຈຸດສຸມເຂດໃຈກາງ ບ້ານບໍ່, ບ້ານຜາເມືອງ ແລະ ບ້ານພູຄຳ ປະຈຳ 06 ເດືອນຕົ້ນປີ 2022 ແລະ ທິດທາງ 06 ເດືອນທ້າຍປີ 2022,  ເຊີ່ງທ່ານໄດ້ຍົກໃຫ້ເຫັນ ການຈັດຕັ້ງປະຕິບັດວຽກງານໃນໄລຍະ ຜ່ານມາ ສາມາດແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂື້ນ ເຊັ່ນ:  ບ້ານພູຄຳ ຕິດຕາມຄຸ້ມຄອງ  ລວມມີ 07 ກໍລະນີ, ມີ 244 ເປົ້າໝາຍ, ຄອບຄົວບໍ່ມີຄວາມສະຫງົບມີ 02 ຄອບຄົວ, ຍົກຍ້າຍຖີ່ນຖານບໍ່ຖືກຕ້ອງມີ 01 ຄອບຄົວ, ພົວພັນຢາເສບຕິດມີ 43 ເປົ້າໝາຍ, ຍິງ 01, ຄ້າຂາຍຢາເສບຕິດມີ 12 ຄົນ, ຍິງ 01 ຄົນ,  ເສບຢາເສບຕິດ 31 ຄົນ, ຕັ້ງສະນຳເຂດຫວງຫ້າມ 24 ຄອບຄົວ, ຂັດແຍ່ງທີ່ດິນ 28 ຄອບຄົວ, ສາມາດແກ້ໄຂໄດ້ 03 ກໍລະນີ, ມີ 04 ເປົ້າໝາຍ, ເປົ້າໝາຍທີ່ຍັງຄ້າງຄາ 04 ກໍລະນີ, ມີ 240 ເປົ້າໝາຍ.

ບ້ານຜາເມືອງ ມີ 04 ກໍລະນີ, ພົວພັນຢາເສບຕິດ 65 ຄົນ, ຄ້າຂາຍຢາເສບຕິດ 06  ເປົ້າໝາຍ, ຍິງ 01 ຄົນ, ເສບຢາເສບຕິດ 57 ເປົ້າໝາຍ, ຍົກຍ້າຍຖີ່ນຖານບໍ່ຖືກຕ້ອງ 52 ຄອບຄົວ, ຕັ້ງສະນຳເຂດຫວງຫ້າມ 17 ຄອບຄົວ, ແກ້ໄຂ 02 ກໍລະນີມີ  23 ເປົ້າໝາຍ, ຍັງຄ້າງ 04 ກໍລະນີ, ມີ 171 ເປົ້າໝາຍ.

ບ້ານບໍ່ ມີ 05 ກໍລະນີ, ບໍ່ຟັງການຈັດຕັ້ງ 03 ເປົ້າໝາຍ, ມີອາວຸດເຖື່ອນ, ໝໍ້ຊ໋ອດ, ຈັກສະຕີ໋ນ, ປືນແກ໊ບມີ  05 ເປົ້າໝາຍ, ເສບຢາເສບຕິດ 12 ເປົ້າໝາຍ,  ຕັ້ງສະນຳເຂດຫວງຫ້າມ 143 ຄອບຄົວ, ແກ້ໄຂໄດ້ 02 ກໍລະນີ, ມີ 08 ເປົ້າໝາຍ,   ຍັງຄ້າງ 02 ກໍລະນີ, ມີ 158 ເປົ້າໝາຍ.

ກອງປະຊຸມ ໄດ້ຜ່ານບົດວິໃຈສັງລວມຄືນການຈັດຕັ້ງປະຕິບັດວຽກງານໃນໄລຍະ 06 ເດືອນຕົ້ນປີ 2022 ທີ່ຜ່ານມາສາມາດເຫັນໄດ້ວ່າ: ອຳນາດການປົກຄອງບ້ານ, ຢູໃນແຕ່ລະບ້ານເຂົ້າໃຈ ແລະ ມີສ່ວນຮ່ວມປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ, ເວົ້າລວມ, ເວົ້າສະເພາະ ຢູ່ໃນ 03 ບ້ານຫຼໍ່ແຫຼມ ທີ່ຂື້ນກັບເມືອງບໍລິຄັນ, ທີ່ປະຊຸມ ຍັງໄດ້ຜ່ານຜົນການປະເມີນ ແລະ ປະກາດ ບ້ານບໍ່ ອອກຈາກບ້ານຫຼໍ່ແຫຼມ.

 

About admin11