ທ່າພະບາດ ສ້າງຂະບວນການແຂ່ງຂັນກິລາ – ສິລະປະນັກຮຽນ ຊັ້ນສາມັນສຶກສາ ເພື່ອສະເຫຼີມສະຫລອງວັນແມ່ຍິງສາກົນ ຄົບຮອບ 112 ປີ

ຂະບວນການແຂ່ງຂັນກິລາ – ສິລະປະນັກຮຽນຊັ້ນປະຖົມ, ມັດທະຍົມຕອນຕົ້ນ, ຕອນປາຍ ທົ່ວເມືອງ ທ່າພະບາດ ແຂວງບໍລິຄຳໄຊ ເພື່ອສະເຫຼີມສະຫຼອງວັນແມ່ຍິງ ສາກົນ ( 8 ມີນາ ຄົບຮອບ 112 ປີ ) ໄດ້ຈັດຂຶ້ນໃນວັນທີ 10 – 11 ມີນາ 2022 ຢູ່ເດີ່ນກິລາຫ້ອງການສຶກສາທິການ ແລະ ກິລາ ເມືອງທ່າພະບາດ, ໃຫ້ກຽດເຂົ້າຮ່ວມພິທີເປີດໂດຍ ທ່ານ ຄໍາປຸ່ນ ສີຫາລາດ ຮອງເຈົ້າເມືອງທ່າພະບາດ, ທ່ານ ສົມພູ ສົງຄາມຮັກ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີບັນດາທ່ານແຂກຖືກເຊີນ, ນັກກິລາ, ຄູຝຶກ ພ້ອມດ້ວຍຄູ – ອາຈານ ແຕ່ລະໂຮງຮຽນພາຍໃນເມືອງ ແລະ ພໍ່-ແມ່ ນ້ອງນ້ອຍນັກກິລາ ເຂົ້າຮ່ວມຮັບຊົມ.

ຂະບວນການແຂ່ງຂັນກິລາ- ສິລະປະຄັ້ງນີ້ ມີປະເພດກິລາ ຄື: ກິລາເຕະກະຕໍ້, ກິລາບານສົ່ງ ແລະ ສໍາລັບສິລະປະ ມີປະກວດຟ້ອນ, ຮ້ອງເພງ ເຊິ່ງບັນຍາກາດການແຂ່ງຂັນ ເຕັມໄປດ້ວຍຄວາມຟົດຟື້ນ ດ້ວຍກອງເຊຍຕາມຂອບສະໜາມ ຢ່າງມ່ວນຊືນ.

ຜົນການແຂ່ງຂັນກິລາ ປະເພດກະຕໍ້(ຊາຍ) ທີມຊະນະເລີດອັນດັບທີ 1 ທີມ ໂຮງຮຽນ ມຕ ນາໄຊ, ອັນດັບທີ 2 ໂຮງຮຽນ ມຕ ສີສົມໄຊ, ອັນດັບທີ 3 ຮ່ວມ ໂຮງຮຽນ ມສ ທ່າພະບາດ + ໂຮງຮຽນ ມຕ ນາຄໍາ, ປະເພດ ກະຕໍ້(ຍິງ) ທີມຊະນະເລີດ ອັນທີ 1 ທີມໂຮງຮຽນ ມຕ ສີສົມໄຊ, ອັນດັບທີ 2 ໂຮງຮຽນ ມສ ປາກທວາຍ, ອັນດັບທີ 3 ຮ່ວມ ໂຮງຮຽນ ມຕ ນາໄຊ + ໂຮງຮຽນ ມຕ ຫ້ວຍເລິກ.

ປະເພດບານສົ່ງ (ຊາຍ) ອັນດັບຊະນະເລີດ ທີ 1 ທີມ ໂຮງຮຽນ ມສ ທ່າພະບາດ, ອັນດັບທີ 2 ໂຮງຮຽນ ມປາຍ ສົມສະອາດ, ອັນດັບທີ 3 ໂຮງຮຽນ ມສ ປາກທວາຍ, ບານສົ່ງ (ຍິງ) ຊະນະເລີດທີ 1 ທີມໂຮງຮຽນ ມສ ທ່າພະບາດ, ອັນດັບທີ 2 ໂຮງຮຽນ ມສ ປາກທວາຍ, ອັນດັບທີ 3 ມ.ປາຍ ສົມສະອາດ.

ສິລະປະການຟ້ອນ ແລະ ຮ້ອງເພງ: ຊັ້ນປະຖົມ ອັນດັບທີ 1 ໂຮງຮຽນ ປະຖົມພະບາດ, ອັນດັບທີ 2 ໂຮງຮຽນປະຖົມ ບ້ານທວາຍ ແລະ ອັນດັບທີ 3 ໂຮງຮຽນ ປາກທວາຍ, ຊັ້ນ ມໍຕົ້ນ ອັນດັບທີ 1 ໂຮງຮຽນ ມໍຕົ້ນ ສີສົມໄຊ, ອັນດັບທີ 2 ໂຮງຮຽນ ມສ ປາກທວາຍ ແລະ ອັນດັບທີ 3 ໂຮງຮຽນ ມໍຕົ້ນ ຫ້ວຍເລິກ, ຊັ້ນ ມ.ປ ອັນດັບທີ 1 ມສ ປາກທວາຍ, ອັນດັບທີ 2 ມສ ທ່າພະບາດ ແລະ ອັນດັບທີ 3 ມໍປາຍ ສົມສະອາດ.

ແຕ່ລະທິມທີ່ໄດ້ອັບດັບ 1, 2 ແລະ 3 ໄດ້ຮັບຂັນລາງວັນ ທີ່ສວາຍງາມ ແລະ ເງິນລາງວັນ ຕາມຄວາມເໝາະສົມ.

ພາບ-ຂ່າວ: ອ່ອນຄໍາ

Tel: 0309808233

About admin11