ສໍາເລັດກອງປະຊຸຸມໃຫຍ່ ຄັ້ງທີ III ຂອງຊາວໜຸ່ມຮາກຖານພະແນກ ຊສ ແຂວງ

ກອງປະຊຸຸມໃຫຍ່ ຄັ້ງທີ III ຂອງຊາວໜຸ່ມຮາກຖານພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 4 ມີນາ 2022 ຢູ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ຄຳປະເສີດ ແກ້ວມະນີ ຮອງເລຂາຊາວໜຸ່ມຮາກຖານພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ເປັນກຽດເຂົ້າຮ່ວມ ໂດຍ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ສົມສະຫງວນ ສຸວັນນະລາດ ເລຂາຄະນະພັກຮາກຖານພະແນກ ຊສ ແຂວງ, ມີຄະນະຊາວໜຸ່ມຮາກຖານ, ສະມາຊິກຊາວໜຸ່ມ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງບົດລາຍງານການເມືອງທັງສອງພາກ ທີ່ຍົກໃຫ້ເຫັນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງຊາວໜຸ່ມຮາກຖານພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ເຊິ່ງຍົກໃຫ້ເຫັນຜົນງານ ແລະ ບາງຂໍ້ຄົງຄ້າງ ທີ່ຕ້ອງໄດ້ນໍາໄປປັບປຸງແກ້ໄຂໃນຕໍ່ໜ້າ.

ຕະຫຼອດໄລຍະ 5 ປີຜ່ານມາ ຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມພາຍໃນຮາກຖານ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດດ້ວຍຫຼາຍຮູບແບບ ເຊັ່ນ: ເຂົ້າຮ່ວມເຊື່ອມຊຶມເອກະສານສໍາຄັນຕ່າງໆຂອງພັກ ຮັບຟັງການປະຖັກກະຖາ ແລະ ຮັບຟັງການໂອລົມຂອງການນໍາຂັ້ນສູງ ເຊິ່ງໄດ້ເຮັດໃຫ້ສະມາຊິກຊາວໜຸ່ມພາຍໃນຮາກຖານ ສາມາດຮັກສາໄດ້ຄວາມສາມັກຄີ ຊ່ວຍເຫຼື່ອເຊິ່ງກັນ ແລະ ກັນ, ມີຄວາມອຸ່ນອຽງທຸ່ນທ່ຽງຕໍ່ການຈັດຕັ້ງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ – ລັດ, ເຮັດໜ້າທີ່ການເມືອງ ວຽກງານວິຊາສະເພາະຂອງຕົນ ຕາມການມອບໝາຍຢ່າງມີຜົນສໍາເລັດຫຼາຍດ້ານ ແລະ ເປັນເຈົ້າການປະກອບສ່ວນຢ່າງແຂງແຮງເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຢ່າງເປັນຂະບວນການຟົດຟື້ນ.

ຈາກຜົນງານດັ່ງກ່າວ ເຮັດໃຫ້ຊາວໜຸ່ມຮາກຖານພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຮັບໃບຊົມເຊີຍຜົນງານດີເດັ່ນ ໃນຂະບວນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກ ຈາກຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ແຂວງບໍລິຄຳໄຊ 3 ຄັ້ງ, ຮັບໃບຍ້ອງຍໍ ຈາກຄະນະບໍລິຫານງານສູນກາງ ຊາວໜຸ່ມປະຊາຊົນປະຕິບັດລາວ ຈຳນວນ 68 ໃບ ແລະ ໄດ້ຮັບໃບຍ້ອງຍໍ ຈາກຄະນະບໍລິຫານງານຊາວໜຸ່ມ ແຂວງບໍລິຄຳໄຊ ຈໍານວນ 128 ໃບ.

ຫຼັງຈາກນັ້ນ ສະມາຊິກຊາວໜຸ່ມພາຍໃນຮາກຖານ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະຊາວໜຸ່ມຮາກຖານພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຊຸດໃໝ່ ແລະ ກອງປະຊຸມຄັ້ງປະຖມມະລຶກ ໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ຄຳປະເສີດ ແກ້ວມະນີ ເປັນເລຂາຊາວໜຸ່ມຮາກຖານພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ສະຫາຍ ວອນວິໄລ ສົມບັດມູນວົງ ເປັນຮອງເລຂາ, ສະຫາຍ ສາຍຂອງ ສິງຫາດວງປັນຍາ ເປັນຮອງເລຂາ ທັງເປັນຜູ້ກວດກາ, ສະຫາຍ ມີໄຊ ເພັດສະລາດ ແລະ ສະຫາຍ ນາງ ອາລີຖາ ພົງອຸດົມ ເປັນຄະນະ.

ໃນຕອນທ້າຍຂອງກອງປະຊຸມ ໄດ້ຜ່ານຂໍ້ຕົກລົງຂອງຄະນະບໍລິຫານງານຊາວໜຸ່ມແຂວງ ສະບັບເລກທີ 405/ຄຊໜ.ຂບຊ ລົງວັນທີ 9 ມິຖຸນາ 2021 ວ່າດ້ວຍການອະນຸມັດພົ້ນອາຍຸກະສຽນເປັນສະມາຊິກ ຊປປລ ຈຳນວນ 3 ສະຫາຍ ຄື: ສະຫາຍ ປອ ລົມເຢັນ ສີສຸວົງ ອາຍຸ 40 ປີ, ສະຫາຍ ໄກສອນ ໄຊຍະວົງ ອາຍຸ 42 ປີ ແລະ ສະຫາຍ ນາງ ວຽງຄຳ ຍົດບຸນເຮືອງ ອາຍຸ 41 ປີ.

ໂອກາດນີ້ ສະຫາຍ ຄຳປະເສີດ ແກ້ວມະນີ ໄດ້ເປັນກຽດມອບໃບຍ້ອງຍໍ ແລະ ຂອງຂວັນທີ່ລະນຶກຈາກ ຊາວໜຸ່ມຮາກຖານພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໃຫ້ແກ້ຜູ້ພົ້ນກະສຽນອາຍຸ.

About admins16