ກອງປະຊຸມໃຫຍ່ ຄັ້ງທີ VII ແມ່ຍິງໜ່ວຍຮາກຖານຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ

ໃນຕອນບ່າຍຂອງວັນທີ 04 ມີນາ 2022 ຢູ່ທີ່ຫ້ອງປະຊຸມຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ VII ສະຫະພັນແມ່ຍິງ ຂອງຄະນະຊາວໜຸ່ມແຂວງ ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ຄໍາຜົງ ສີສຸວັນທອງ ປະທານສະຫະພັນແມ່ຍິງຄະນະຊາວໜຸ່ມແຂວງ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ຄໍາປິວ ສີສົມບັດ ກໍາມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ, ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ເລຂາໜ່ວຍພັກຄະນະບໍລິຫານງານຊາວໜຸ່ມແຂວງ, ມີແຂກຖືກເຊີນ, ພ້ອມດ້ວຍສະມາຊິກແມ່ຍິງພາຍໃນເຂົ້າຮ່ວມ.

ກອງປະຊຸມ ສະຫາຍ ນາງ ບຸນລອດ ດວງວັນນະວົງ ຮອງປະທານແມ່ຍິງຊາວໜຸ່ມແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຊາວໜຸ່ມໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ ບົດສະຫຼຸບໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວໃນໄລຍະຜ່ານມາຄື: ດ້ານການເມືອງແນວຄິດ ຄະນະໄດ້ຖືເອົາວຽກງານສຶກສາອົບຮົມການ ເມືອງ-ແນວຄິດເປັນກົກຕິດພັນກັບການປຸກລະດົມສ້າງຂະບວນການຕ່າງໆ ສ້າງເງື່ອນໄຂໃຫ້ພະນັກງານແມ່ຍິງ ໄດ້ຮໍ່າຮຽນແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ລະບຽບກົດໝາຍແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ເປັນຕົ້ນ: ກົດໝາຍວ່າດ້ວຍ ສະຫະພັນແມ່ຍິງລາວເອກະສານຂໍ້ແຂ່ງຂັນ3 ດີສະຫະພັນແມ່ຍິງໄດ້ເປັນກຳລັງແຮງທີ່ສໍາຄັນ ໃນການປະຕິບັດໜ້າທີ່ວິຊາສະເພາະ.

ປະຈຸບັນ ໜ່ວຍຮາກຖານແມ່ຍິງຄະນະຊາວໜຸ່ມແຂວງ ມີສະມາຊິກທັງໝົດ 14 ສະຫາຍ, ພາຍຫຼັງຄະນະຊຸດເກົ່າໄດ້ຜ່ານບົດສໍາຫຼວດການນໍາພາ ພ້ອມອຳລາໜ້າທີ່ ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະຮາກຖານແມ່ຍິງຊຸດໃໝ່ ໂດຍມີຜູ້ສະໝັກ 5 ສະຫາຍ, ເລືອກເອົາ 3 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກ ເຫັນດີເປັນເອກະສັນເລືອກເອົາ, ສະຫາຍ ນາງ ບຸນລອດ ດວງວັນນະວົງ ເປັນປະທານ, ສະຫາຍ ນາງ ທອງວັນ ຈັນທະວົງ ເປັນຮອງ, ສະຫາຍ ນາງ ໄພວັນ ໄຊຍະທໍາ ເປັນຄະນະ ທັງເປັນຜູ້ກວດກາ.

ຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ສະຫາຍ ນາງ ຄໍາປິວ ສີສົມບັດ ເຊິ່ງສະຫາຍ ໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ແລະ ເນັ້ນໜັກໃຫ້ ຄະນະແມ່ຍິງຊຸດໃໝ່ ຈົ່ງເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດ, ສ້າງຂະບວນການໃຫ້ຟົດຟື້ນ-ຕໍ່ເນື່ອງ, ເພີ່ມທະວີຄວາມສາມັກຄີພາຍໃນ, ພ້ອມກັນນຳເອົາມະຕິກອງປະຊຸມຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

About admins16