ການເງິນແຂວງ ຫວນຄືນມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 112 ປີ

ຮາກຖານແມ່ຍິງຂົງເຂດການເງິນແຂວງ ໄດ້ຈັດພິທີຫວນຄືນປະຫວັດການກຳເນີດວັນແມ່ຍິງສາກົນ ຄົບຮອບ 112 ປີ ( 8 ມີນາ 1910 –8 ມີນາ 2022 ) ຂຶ້ນ ໃນວັນທີ 7 ມີນາ 2022 ຢູ່ຫ້ອງປະຊຸມຂອງຕົນ ເປັນກຽດເຂົ້າຮ່ວມ ແລະ ເລົ່າມຸນເຊື້ອຂອງ ທ່ານ ບົວວັນ ແກ້ວອັດສະວົງ ຄະນະພັກຮາກຖານພະແນກການເງິນ ຫົວໜ້າຄັງເງິນແຫ່ງຊາດ ປະຈຳແຂວງບໍລິຄຳໄຊ, ມີຄະນະປະທານຮາກຖານແມ່ຍິງຂົງເຂດການເງິນ, ສະມາຊິກແມ່ຍິງພາຍໃນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ວັນແມ່ຍິງສາກົນໄດ້ກຳເນີດເກີດຂຶ້ນ ໃນທ່າມກາງສະພາບການຂະຫຍາຍຕົວເສດຖະກິດ ຂອງພວກສັກດີນາ ແລະ ພວກນາຍທຶນຂະຫຍາຍຕົວ ແຕ່ແມ່ຍິງຍີ່ງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ດ້ວຍສະພາບການດັ່ງກ່າວ ໃນວັນທີ 8 ມີນາ 1908 ແມ່ຍິງຈຳນວນ 15.000 ຄົນ ໄດ້ເດີນຂະບວນຢູ່ເມືອງນິວຢອກ ສະຫະລັດອາເມລິກາ ເພື່ອທວງໃຫ້ນາຍທຶນຫຼຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາໃນການຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງມີສິດໃນການອອກສຽງ ການເດີນຂະບວນຄັ້ງນີ້ພາຍໃຕ້ຄຳຂວັນ ເຂົ້າຈີ່ ແລະ ດອກກຸຫຼາບ.

ມາເຖິງປີ 1910 ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງຄັ້ງທຳອິດ ໄດ້ຈັດຂຶ້ນຢູ່ໂກເປນຮາກ ນະຄອນຫຼວງປະເທດເດນມາກ, ມີຜູ້ແທນ 100 ກວ່າຄົນ ຈາກ 17 ປະເທດເຂົ້າຮ່ວມ ກອງປະຊຸມໄດ້ຮັບຮອງ ແລະ ຕົກລົງເອົາ ວັນທີ 8 ມີນາ ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບປະຊາທິປະໄຕຄືກັນກັບຜູ້ຊາຍ, ທວງໃຫ້ແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄຳຂວັນ: ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປັກປັກຮັກສາສັນຕິພາບໂລກ. ນັບແຕ່ນັ້ນມາ ວັນທີ 8 ມີນາ ຈຶ່ງກາຍເປັນວັນແມ່ຍິງສາກົນ.

ໃນກອງປະຊຸມຍັງໄດ້ຮັບຟັງ ການສະຫຼຸບບາງຜົນງານ ທີ່ຮາກຖານແມ່ຍິງຂົງເຂດການເງິນແຂວງຍາດມາໄດ້ໃນ 1 ປີຜ່ານມາ ເຊິ່ງເຫັນວ່າມີຫຼາຍວຽກງານໄດ້ຮັບຄວາມເອົາໃຈໃສ່ ແລະ ຍາດໄດ້ຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ເປັນຕົ້ນແມ່ນໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ, ປັບປຸງ ແລະ ຂະຫຍາຍການຈັດຕັ້ງຮາກຖານແມ່ຍິງ, ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ແລະ ວຽກງານອື່ນໆ.

About admins14