ເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການກວດກາວຽກງານປະກັນສັງຄົມ

ພິທີເຜີຍແຜ່ຂໍ້ຕົກລົງ ເລກທີ 4139/ຮສສ ລົງວັນທີ 2 ພະຈິກ 2021 ວ່າດ້ວຍການກວດກາວຽກງານປະກັນສັງຄົມ ໄດ້ຈັດຂຶ້ນໃນວັນທີ 7 ມີນາ 2022 ຢູ່ໂຮງແຮມສຸນັນທາ ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການເຜີຍແຜ່ຂອງທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ມີຄະນະອົງການປະກັນສັງຄົມແຫ່ງຊາດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງຫົວໜ້າພະແນກ ຮສສ – ຫົວໜ້າຫ້ອງການປະກັນສັງຄົມຈາກນະຄອນຫຼວງວຽງຈັນ, ແຂວງຄຳມ່ວນ, ຊຽງຂວາງ, ວຽງຈັນ, ໄຊສົມບູນ ແລະ ແຂວງບໍລິຄຳໄຊ ເຂົ້າຮ່ວມ.

ເພື່ອກຳນົດຫຼັກການ, ລະບຽບການ, ຮູບການ, ຂັ້ນຕອນ ແລະ ມາດຕະການກ່ຽວກັບການ ກວດກາວຽກງານປະກັນສັງຄົມ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການກ່ຽວກັບວຽກງານປະກັນສັງຄົມ ມີປະສິດທິຜົນ – ປະສິດທິພາບ, ຮັບປະກັນໃຫ້ເປົ້າໝາຍທີ່ຖືກກວດກາ ໄດ້ຮັບການປັບປຸງແກ້ໄຂຢ່າງຖືກຕ້ອງ ແລະ ທັນກຳນົດເວລາ.

ການກວດກາວຽກງານປະກັນສັງຄົມ ໝາຍເຖິງ ການກວດກາ ຕາມກົດໝາຍ ແລະ ລະບຽບການ ວ່າດ້ວຍການປະກັນສັງຄົມ ການກວດກາວຽກງານປະກັນສັງຄົມ ຕ້ອງມີຫຼັກການ ຄື: ປະຕິບັດຕາມລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ, ມີປະຊາທິປະໄຕ, ພາວະວິໄສ ແລະ ມີຄວາມໂປງໃສ, ຮັບປະກັນຄວາມຊັດເຈນ, ຍຸຕິທໍາທັນເວລາ, ເປີດເຜີຍ ຕາມກົດໝາຍ ແລະ ລະບຽບການ, ມີສ່ວນຮ່ວມຂອງພາກສ່ວນກ່ຽວຂ້ອງ.

ການກວດກາ ປະກັນສັງຄົມພາກລັດ ແມ່ນກວດກາການຮັບອຸດໜູນປະກັນສັງຄົມ ຂອງຜູ້ປະກັນຕົນ, ການກວດກາ ປະກັນສັງຄົມພາກວິສາຫະກິດ ແມ່ນກວດກາຫົວໜ່ວຍແຮງງານທີ່ຍັງບໍ່ທັນເຂົ້າ ແລະ ເຂົ້າຮ່ວມລະບົບປະກັນສັງຄົມແລ້ວ, ເພື່ອໃຫ້ຫົວໜ່ວຍແຮງງານເຂົ້າປະກັນສັງຄົມ ແລະ ແຈ້ງຂໍ້ມູນຈໍາ ນວນຜູ້ອອກແຮງງານ, ຄ່າແຮງງານ ແລະ ມອບເງິນສົມທົບ ໃຫ້ຖືກຕ້ອງຄົບຖ້ວນ ພ້ອມທັງກວດກາການຮັບເງິນອຸດໜູນປະກັນສັງຄົມ, ການກວດກາ ປະກັນສັງຄົມພາກສະໝັກໃຈ ແມ່ນກວດກາຜູ້ທີ່ຮັບອຸດໜູນປະກັນສັງຄົມໃດໜຶ່ງ ແລ້ວບໍ່ມາສືບຕໍ່ມອບເງິນສົມທົບ ຫຼື ກໍລະນີປະລະສັນຍາປະກັນຕົນສະໝັກໃຈດ້ວຍເຫດຜົນອື່ນໆ. ສຳລັບເປົ້າໝາຍການກວດກາ ແມ່ນບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາກລັດ ແລະ ພາກວິສາຫະກິດ ຫຼື ຫົວໜ່ວຍແຮງງານທີ່ດຳເນີນທຸລະກິດຢູ່ໃນ ສປປ ລາວ, ຂໍ້ຕົກລົງສະບັບນີ້ ມີທັງໝົດ 10 ໝວດ ແລະ 32 ມາດຕາ.

About admins16