ເມືອງປາກຊັນ ຜ່ານຮ່າງຂໍ້ຕົກລົງໃນການຄຸ້ມຄອງການລົງທຶນດ້ານກະສິກຳ

ໃນວັນທີ 31 ມີນາ 2022 ຢູ່ສະໂມສອນໃຫຍ່ເມືອງປາກຊັນ ພະແນກກະສິກຳ – ປ່າໄມ້ແຂວງບໍລິຄຳໄຊ ໄດ້ນຳເອົາເນື້ອໃນຮ່າງຂໍ້ຕົກລົງໃນການຄຸ້ມຄອງການລົງທຶນດ້ານກະສິກຳຕາມຮູບແບບສັນຍາ ຂອງແຂວງບໍລິຄຳໄຊ ລົງທາບທາມ ແລະ ປະກອບຄຳຄິດຄຳເຫັນເຂົ້າໃສ່ເນື້ອໃນ ໃຫ້ມີຄວາມໜັກແໜ້ນ ແລະ ແທດເໝາະກັບສະພາບ – ເງື່ອນໄຂ ຂອງແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ພັນລອນ ແກ້ວວິເສດ ຮອງຫົວໜ້າພະແນກກະສິກຳ – ປ່າໄມ້ແຂວງ, ເປັນກຽດເຂົ້າຮ່ວມໂດຍທ່ານ ສຸພາລັກ ໄຊຊະນະສີ ຮອງເຈົ້າເມືອງປາກຊັນ, ມີຫົວໜ້າຫ້ອງການ, ຮອງຫ້ອງການ, ພະນັກງານວິຊາການ ແລະ ນາຍບ້ານ ພາຍໃນເທດສະບານເມືອງປາກຊັນ ເຂົ້າຮ່ວມ.

ຮ່າງຂໍ້ຕົກລົງສະບັບນີ້ ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄູ້ມຄອງການລົງທຶນດ້ານກະສິກຳ ຕາມຮູບແບບສັນຍາ ເພື່ອເຮັດໃຫ້ການລົງທຶນຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບການ, ແນໃສ່ເຮັດໃຫ້ເນື້ອທີ່ດິນ ໄດ້ຮັບການພັດທະນາ ຮັບປະກັນການຜະລິດກະສິກຳຕາມມາດຕະຖານກະສິກຳສະອາດເປັນສິນຄ້າ ປະກອບສ່ວນເຂົ້າໃນການພັດທະນາເສດະກິດ – ສັງຄົມຂອງແຂວງບໍລິຄຳໄຊ, ຄູ້ມຄອງການລົງທຶນດ້ານກະສິກຳຕາມຮູບແບບສັນຍາຂອງລັດຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່ງປະເທດ ໂດຍການມີສ່ວນຮ່ວມຂອງເຈົ້າຂອງທີ່ດິນຕາມຮູບແບບສັນຍາ ໂດຍນຳໃຊ້ເນື້ອທີ່ດິນ ທີ່ໄດ້ຮັບສິດນຳໃຊ້ຢ່າງຖືກຕ້ອງ.

ຮ່າງຂໍ້ຕົກລົງປະກອບມີ 10 ໝວດ 59 ມາດຕາ ໂດຍໄດ້ກຳນົດບົດບັນຍັດທົ່ວໄປ, ຮູບແບບສັນຍາ, ເງື່ອນໄຂການລົງທຶນ – ຂັ້ນຕອນການພິຈາລະນາ, ການຄຸ້ມຄອງການລົງທຶນດ້ານກະສິກຳຕາມຮູບແບບສັນຍາ, ຂໍ້ຫ້າມ, ການແກ້ໄຂຂໍ້ຂັດແຍ່ງ, ສິດ ແລະ ໜ້າທີ່ຂອງຄະນະຄູ້ມຄອງການລົງທຶນດ້ານກະສິກຳຕາມຮູບແບບສັນຍາ, ການກວດກາການລົງທຶນດ້ານກະສິກຳຕາມຮູບແບບສັນຍາ, ນະໂຍບາຍຕໍ່ຜູ້ທີ່ມີຜົນງານ, ມາດຕະການຕໍ່ຜູ້ລະເມີດ ແລະ ບົດບັນຍັດທົ່ວໄປ.

About admins14