ກອງປະຊຸມໃຫຍ່ ຄັ້ງທີ III ຂອງຫນ່ວຍພັກພະແນກສັນຕິບານ

   

ໃນຕອນບ່າຍຂອງວັນທີ 8 ກຸມພາ 2021 ທີ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມໃຫຍ່ຂອງຫນ່ວຍພັກພະແນກສັນຕິບານ ຄັ້ງທີ່ 3 ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພັນໂທ ໄມໝັ້ນ ດວງມະນີ ເລຂາໜ່ວຍພັກພະແນກສັນຕິບານ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ພັນໂທ ລຳເງິນ ພະບາດໄຊ ເລຂາຄະນະພັກຮາກຖານ ປກສ ເມືອງ ຫົວຫນ້າກອງບັນຊາການ ປກສ ເມືອງຄຳເກີດ ແລະ ສະຫາຍ ເພັດສະໃໝ ໄຊຍະທິຈັກ ເລຂາພັກເມືອງ ເຈົ້າເມືອງຄໍາເກີດ, ມີຄະນະປັບປຸງການຈັດຕັ້ງ ສະມາຊິກພັກພາຍໃນໜ່ວຍ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.

ສະຫາຍ ພັນໂທ ໄມໝັ້ນ ດວງມະນີ ເລຂາໜ່ວຍພັກພະແນກສັນຕິບານ ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງທັງສອງພາກ ສະຫາຍໃຫ້ຮູ້ວ່າ: ໜ່ວຍພັກສັນຕິບານເປັນໜ່ວຍພັກໜຶ່ງທີ່ຂຶ້ນກັບຄະນະພັກຮາກຖານພັກຂອງກອງບັນຊາການ ປກສ ເມືອງຄໍາເກີດ, ການຊີ້ນໍາດ້ານວຽກງານວິຊາສະເພາະ ຂຶ້ນກັບກອງບັນຊາການ ປກສ ເມືອງ ແລະ ຫ້ອງການສັນຕິບານ ປກສ ແຂວງ ບໍລິຄໍາໄຊ ຕາມສາຍຕັ້ງ ມີພາລະບົດບາດເຮັດໜ້າທີ່ວຽກງານປ້ອງກັນຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ.

ໃນໄລຍະຜ່ານມາ ແມ່ນໄດ້ຕັ້ງໜ້າຄົ້ນຄວ້າເອົາແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ໂດຍຢຶດໝັ້ນໜ້າທີ່ຂອງການເມືອງປ້ອງກັນຄວາມສະຫງົບຄະນະພັກ, ຄະນະບັນຊາການໄດ້ເອົາໃຈໃສ່ຕາມສິດພາລະບົດບາດຂອງວິຊາສະເພາະ ໂດຍການຊີ້ນໍາຈາກສາຍຕັ້ງ ແລະ ສາຍຂວາງ.

ຜ່ານການຈັດຕັ້ງວຽງງານວິຊາສະເພາະຜ່ານມາ ມີຫລາຍວຽກທີ່ເຮັດສຳເລັດ ຄື: ສາມາດອອກບັດຜ່ານແດນ ໄດ້ 748 ຄັ້ງ, ຄຸ້ມຄອງຄົນຕ່າງປະເທດອາໃສຢູ່ເມືອງຄໍາເກີດ 627 ຄົນ, ລົງກວດກາ, ປ້ອງກັນ ສະກັດກັ້ນ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ 19 ໄດ້ 17 ຄັ້ງ, ຄະດີເກີດຂຶ້ນມີ 82 ເລື່ອງ, ກວດກາເອກະສານປະຫວັດມະຫາຊົນກ້າວໜ້າເຂົ້າພັກສໍາຮອງໄດ້ 228 ຄັ້ງ, ກວດກາຢັ້ງຢືນຜົນການອອກຫວຍ ສາຂາເມືອງຄໍາເກີດໄດ້ 100 ຄັ້ງ, ເກັບກໍາສາສະໜາໄດ້ຈໍານວນພົນທັງໝົດ 1.697 ຄົນ, ລົງເກັບກໍາສະຖິຕິບັນດາບໍລິສັດ, ໂຮງຈັກ-ໂຮງງານໄດ້ 10 ຄັ້ງ, ເຂົ້າຮ່ວມຢຶດເຄື່ອງຈັກທີ່ປະຊາຊົນລັກລອບຂຸດຄົ້ນແຮ່ຄໍາຢູ່ເຂດບ້ານນາກະດົກ ໄດ້ 26 ຄັ້ງ, ເຂົ້າຮ່ວມທໍາລາຍສວນກັນຊາ-ຢາຝິ່ນ  11 ຄັ້ງ, ເຂົ້າຮ່ວມມ້າງຄະດີຢາເສບຕິດໄດ້ 26 ຄັ້ງ ແລະ ເຂົ້າຮ່ວມຈັບກຸມເປົ້າໝາຍ ໄດ້ 9 ຄັ້ງ.

ພາຍຫລັງ ຄະນະພັກຊຸດເກົ່າ ຂຶ້ນລາໜ້າທີ່, ກອງປະຊຸມ ກໍ່ໄດ້ດຳເນີນການປ່ອນບັດ ເອົາຄະນະພັກຊຸດໃໝ່ ໂດຍມີຜູ້ສະຫມັກ 5 ສະຫາຍ ເລືອກເອົາ 3 ສະຫາຍ, ກອງປະຊົມຄັ້ງປະຖົມມະລຶກຕົກລົງເລືອກເອົາ: ສະຫາຍ ພັນໂທ ໄມໝັ້ນ ດວງມະນີ ເປັນເລຂາໜ່ວຍພັກ , ສະຫາຍ ຈັນສີ ໄຊກວາຫາ ເປັນຮອງເລຂາ , ສະຫາຍ ພັນຕີ ສົມບັດ ໄຊຍະລັງສີ ເປັນກໍາມະການກວດກາ.

About admin11