ຝຶກອົບຮົມເຕັກນິກ ແລະ ຂັ້ນຕອນການປູກຜັກອິນຊີ

ຕາມແຜນພັດທະນາເສດຖະກິດ ຂອງລັດຖະບານວາງອອກ ໃນການສ້າງສາພັດທະນາເສດຖະກິດຄອບຄົວ ໃຫ້ດີຂື້ນເທື່ອລະກ້າວ ໃນວັນທີ 9 ກຸມພາ 2021 ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຄຳເກີດ ຈັດຝືກອົບຮົມເຕັກນິກ ແລະ ຂັ້ນຕອນການປູກຜັກອີນຊີ ໃຫ້ແກ່ປະຊາຊົນກຸ່ມປູກຜັກ ບ້ານນາຫາດ ຈຳນວນ 42 ຄອບຄົວ ຂອງກຸ່ມພັດທະນາໜອງອໍ້-ນາແປ່ ເຊີ່ງໃຫ້ກຽດເປັນປະທານໂດຍ ທ່ານ ສົມໃຈ ແກ້ວສຸວັນ ຮອງເຈົ້າເມືອງຄຳເກີດ, ມີບັນດາຫົວໜ້າຫ້ອງການ, ພະນັກງານ ແລະ ປະຊາຊົນ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານ ສົມໃຈ ແກ້ວສຸວັນ ຮອງເຈົ້າເມືອງຄຳເກີດ ໃຫ້ຮູ້ວ່າ ການປູກຜັກໃຫ້ສະອາດ ປອດໄພ ຕໍ່ກັບຜູ້ຜະລິດ, ຜູ້ບໍລິໂພກ ແລະ ເປັນມິດກັບສີ່ງແວດລ້ອມ ເຮົາຕ້ອງມີເຕັກນິກ ແລະ ຂັ້ນຕອນໃນການປູກ ເພື່ອເຮັດໃຫ້ໄດ້ຮັບຜົນຜະລິດທີ່ສູງ, ການຝືກອົບຮົມ ແມ່ນໄດ້ເລີ່ມຕົ້ນຈາກການຮຽນຮູ້ ທາງດ້ານປະສົບການຕົວຈີງ ຫຼື ວ່າເປັນການແລກປ່ຽນບົດຮຽນທາງດ້ານວິຊາການ ເພື່ອພັດທະນາວຽກງານປູກຝັງ ໃຫ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ການປູກຜັກໃຫ້ມີຄວາມສະອາດ, ປອດໄພ ແລະ ເປັນມິດກັບສີ່ງແວດລ້ອມ, ເປັນການຮັກສາລະບົບນິເວດ, ຈຸລິນຊີໃນດີນໃຫ້ມີຄວາມຍືນຍົງ ແລະ ໜັ້ນຄົງ, ຕາມແນວທາງແຜນການຂອງລັດຖະບານ ຫັນເອົາວຽກງານຊຸກຍູ້ສົ່ງເສີມກະສິກຳສີຂຽວ ເປັນການສ້າງຕະຫລາດຂາຍຜັກອີນຊີໃນອານາຄົດ, ເພື່ອສ້າງມູນຄ່າເພີ່ມໃນການຜະລິດ ໃຫ້ກາຍເປັນມິດຕໍ່ກັບທຳມະຊາດ ແລະ ສີ່ງແວດລ້ອມ.

ທ່ານຍັງໄດ້ຮຽກຮ້ອງມາຍັງນັກສຳມະນາກອນທຸກທ່ານ ຈົ່ງພ້ອມກັນເອົາໃຈໃສ່ການຝືກອົບຮົມໃນຄັ້ງນີ້ ເພື່ອນຳເອົາຄວາມຮູ້, ຄວາມສາມາດ ມາພັດທະນາໃນການປູກພືດໃຫ້ຫຼາຍ ແລະ ໄດ້ຮັບຜົນຜະລິດທີ່ສູງ ເພື່ອສົ່ງອອກປ້ອນຕະຫລາດທັງພາຍໃນ ແລະ ຕ່າງແຂວງ, ເພື່ອພັດທະນາເສດຖະກິດຄອບຄົວໃຫ້ດີຂື້ນເທື່ອລະກ້າວ ການຝືກອົບຮົມເຕັກນິກ ແລະ ຂັ້ນຕອນການປູກຜັກອີນຊີໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກແຜນງານ 030 ແລະ ເຊີ່ງຈະໄດ້ດຳເນີນໄປເປັນເວລາ 5 ວັນ ຈື່ງສຳເລັດ.

About admin11