1 ປີຜ່ານມາ ສື່ມວນຊົນແຂວງ ມີຫຼາຍວຽກງານພົ້ນເດັ່ນ

ທ່ານ ຈັນດາ ທຳມະວົງສາ ຫົວໜ້າຂະແໜງຖະແຫຼງຂ່າວ ຂຶ້ນປະກອບຄຳເຫັນຕໍ່ກອງປະຊຸມສະຫຼຸບວຽກງານປະຈຳປີ 2020 ແລະ ທິດທາງແຜນການ 2021 ຂອງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ທີ່ໄດ້ຈັດຂຶ້ນໃນວັນທີ 09 ກຸມພາ 2021 ຢູ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ອຸດອນ ສອນສຸລິນ ກຳມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງ.

ໃນໄລຍະ 1 ປີຜ່ານມາ ໄດ້ມີການເຄື່ອນໄຫວ ປັບປຸງຢ່າງຕັ້ງໜ້າ, ເປັນກະບອກສຽງ ໃນການໂຄສະນາເຜີຍແຜ່ແນວທາງຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຂໍ້ມູນຂ່າວສານລົງສູ່ທ້ອງຖິ່ນຮາກຖານຢ່າງທົ່ວເຖິງ ເຊັ່ນ: ວິທະຍຸ-ໂທລະພາບ ລົງເກັບກຳຂ່າວ ແລະ ຂຽນຂ່າວໄດ້ 1,013 ຂ່າວ ເທົ່າກັບ 105,52 % ທຽບໃສ່ແຜນການປີ, ນອກນັ້ນ ຍັງມີຂ່າວຈາກບັນດາເມືອງ ແລະ ພະແນກການອ້ອມຂ້າງສົ່ງໃຫ້ 456 ຂ່າວ, ລາຍງານຂ່າວ ແລະ ແຟ໋ກຂ່າວໃຫ້ວິທະຍຸກະຈາຍສຽງແຫ່ງຊາດໄດ້ 506 ຂ່າວ, ສົ່ງຂ່າວທາງອິນເຕີເນັດໃຫ້ໂທລະພາບແຫ່ງຊາດໄດ້ 1,171 ຂ່າວ, ສົ່ງຂ່າວອອກລາຍການໂທລະພາບ ລາວສະຕຣາເຊີແນວ 140 ຂ່າວ, ຕັດຕໍ່ຂ່າວອອກໂທລະພາບແຂວງ 1,376 ຂ່າວ, ອ່ານຂ່າວອອກວິທະຍຸໄດ້ 1,430 ຂ່າວ, ຂ່າວໜັງສືພິມ 360 ຂ່າວ, ຂ່າວຕ່າງປະເທດ 1,080 ຂ່າວ, ສົ່ງຂ່າວອອກທາງເຟຣດບຸກໄດ້ 1,323 ຂ່າວ.

ກອງວິຊາການເວບໄຊ ແລະ ສຳເນົາຟີ່ມ ສາມາດອັບເດດຂ່າວປະຈຳວັນ ໄດ້ 721 ຂ່າວ, ໄດ້ຮັບຈາກພະແນກການອື່ນ ແລະ ເມືອງສົ່ງໃຫ້ 456 ຂ່າວ, ກາບກອນ-ກະວິ ໄດ້ 92 ກອນ, ບົດເສດຖະກິດ-ສັງຄົມ 63 ບົດ ແລະ ບົດວິຖີຊາວບ້ານ ໄດ້ 69 ບົດ, ສຳເລັດການຖ່າຍທຳສາລະຄະດີຜົນງານການເຄື່ອນໄຫວຂອງອົງຄະນະພັກເມືອງປາກຊັນ ຊຸດທີ 6, ບັນທຶກກອງປະຊຸມສະໄໝສາມັນເທື່ອທີ 8 ທີ 9 ຂອງສະພາປະຊາຊົນແຂວງ ໄດ້ 2 ຄັ້ງ, ບັນທຶກກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ 7 ຕົວເມືອງ, ຕັດຕໍ່ຟີ່ມຜົນງານການເຄື່ອນໄຫວຂອງຄະນະບໍລິຫານງານຊາວໜຸ່ມແຂວງໄລຍະ 5 ປີ ແຕ່ປີ 2015 – 2020 ແລະ ຜົນງານການເຄື່ອນໄຫວຂອງອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VI.

ຈັດພີມໜັງສືພີມໄດ້ 20,800 ສະບັບ, ຈໍາໜ່າຍໄດ້ 14,872 ສະບັບ, ສົ່ງຂ່າວໃຫ້ໜັງສືພີມສູນກາງໄດ້ 660 ຂ່າວ.

ນອກນັ້ນ ຍັງມີວິທະຍຸຂອງເມືອງ ແລະ ໂທລະໂຄ່ງຂອງບ້ານ ທີ່ໄດ້ເອົາໃຈໃສ່ເຄື່ອນໄຫວເປັນປະຈໍາ ເພື່ອໂຄສະນາຮັບໃຊ້ວຽກງານຕ່າງໆ ເຊັ່ນ: ກອງປະຊຸມໃຫຍ່ອົງຄະນະພັກເມືອງ, ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ, ກອງປະຊຸມສະພາປະຊາຊົນແຂວງ, ວຽກງານປ້ອງກັນເຊື້ອພະຍາດຈຸລະໂລກສາຍພັນໃໝ່ໂຄວິດ-19 ແລະ ຜົນງານຕ່າງໆ ເຮັດໃຫ້ປະຊາຊົນໄດ້ຮັບຂໍ້ມູນຂ່າວສານຢ່າງທົ່ວເຖິງ ກວມເອົາຜູ້ຟັງ 85% ພາຍໃນແຂວງ, ເອົາໃຈໃສ່ຄຸ້ມຄອງ, ຕິດຕາມກວດກາ ແລະ ຊຸກຍູ້ການເຄື່ອນໄຫວດ້ານຖະແຫຼງຂ່າວ-ສື່ມວນຊົນພາຍໃນແຂວງໃຫ້ຫຼາຍຂື້ນ ແລະ ຖືກຕ້ອງຕາມລະບຽບກົດໝາຍ ເພື່ອຮັບປະກັນໃຫ້ແກ່ການໂຄສະນາເຜີຍແຜ່ແນວທາງຂອງພັກ, ນະໂຍບາຍຂອງລັດໃຫ້ກ້ວາງຂວາງວ່ອງໄວ ແລະ ທ່ວງທັນກັບເວລາ.

ແຜນປີ 2021 ຈະສູ້ຊົນພັດທະນາວຽກງານຖະແຫຼງຂ່າວ-ສື່ມວນຊົນ ດັ່ງນີ້: ເອົາໃຈໃສ່ສ້າງນິຕິກໍາຕ່າງໆດ້ານຖະແຫຼງຂ່າວ-ສື່ມວນຊົນໃຫ້ຫຼາຍຂື້ນ ແລະ ໃຫ້ສອດຄ່ອງກັບແຕ່ລະໄລຍະ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວຂອງວຽກຖະແຫຼງຂ່າວ-ສື່ມວນຊົນ, ຈັດກອງປະຊຸມຂັ້ນແຂວງ ເພື່ອຄົ້ນຄວ້າການພັດທະນາວຽກງານຖະແຫຼງຂ່າວ-ສື່ມວນຊົນຂອງແຂວງ, ສ້າງບຸກຄະລາກອນດ້ວຍການໄປຍົກລະດັບດ້ານວິຊາສະເພາະ ແລະ ທິດສະດີການເມືອງໃນໄລຍະສັ້ນ ແລະ ໄລຍະຍາວ, ຖືເອົາການຝຶກອົບຮົມວິຊາການດ້ານເຕັກນິກ ແລະ ວິຊາການອື່ນໆ ໂດຍສະເພາະເຕັກນິກວິທະຍຸ, ເຕັກນິກໂທລະໂຄ່ງໃຫ້ຫຼາຍຂື້ນ, ສືບຕໍ່ເປັນກະບອກສຽງທີ່ແຫຼມຄົມຂອງພັກ ເພື່ອຜັນຂະຫຍາຍມະຕິ 11 ຂອງພັກ, ມະຕິ 7 ຂອງອົງຄະນະພັກແຂວງ ກະຈາຍອອກຫຼາຍຊ່ອງທາງໃຫ້ທົ່ວເຖິງ, ເອົາໃຈໃສ່ຂະຫຍາຍສະຖານີວິທະຍຸ FM ຢູ່ເມືອງປາກກະດິງໃຫ້ໄດ້ 1 ແຫ່ງ ແລະ ຂະຫຍາຍກໍາລັງສົ່ງວິທະຍຸເມືອງໄຊຈໍາພອນຈາກ 100 W ໃນປະຈຸບັນ ເປັນ 1.000 W ໃນຕໍ່ໜ້າ.

About admins16