ບໍລິສັດແກ້ວມະນີໂຊກ ປະກອບສ່ວນ 20 ລ້ານກີບ ເຂົ້າກອງທຶນໜຶ່ງດວງໃຈ

ເພື່ອເປັນການປະກອບສ່ວນຊ່ວຍເຫຼືອສັງຄົມ ໂດຍສະເພາະແມ່ນວຽກງານສົ່ງເສີມການສຶກສາ, ສາທາລະນະສຸກ ແລະ ຊ່ວຍເຫຼືອຜູ້ດ້ອຍໂອກາດໃນສັງຄົມ, ໃນວັນທີ 20 ພຶດສະພາ 2022 ຢູ່ຫ້ອງຮັບຮອງຫ້ອງວ່າການ ແຂວງບໍລິຄຳໄຊ ທ່ານ ສຸລິຍາ ວົງສະໝໍລະພູມ ບໍລິສັດແກ້ວມະນີໂຊກ ຈໍາກັດຜູ້ດຽວ ໄດ້ນຳເງິນຈຳນວນ 20.000.000 ກີບ ມາມອບໃຫ້ກອງທຶນໜຶ່ງດວງໃຈບໍລິຄໍາໄຊຊ່ວຍເຫຼືອສັງຄົມ, ຮັບໂດຍ ທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນໜຶ່ງດວງໃຈ, ມີຄະນະກອງທຶນ, ພະນັກງານບໍລິສັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດນີ້ ທ່ານ ນາງ ແອງ ໄຊສົງຄາມ ໄດ້ສະແດງຄວາມຂອບໃຈ ພ້ອມທັງຍ້ອງຍໍຊົມເຊີຍ ຕໍ່ບໍລິສັດແກ້ວມະນີໂຊກ ຈໍາກັດຜູ້ດຽວ ທີ່ໄດ້ປະກອບສ່ວນທຶນຮອນໃນຄັ້ງນີ້ ແລະ ຈະນຳໃຊ້ເງິນຈຳນວນດັ່ງກ່າວ ເຂົ້າໃນວຽກງານຕົວຈິງ ໃຫ້ເກີດຜົນປະໂຫຍດສູງສຸດ.

ເພື່ອເປັນການຍ້ອງຍໍສັນລະເສີນຜົນງານດັ່ງກ່າວ ໄດ້ຈັດພິທີມອບໃບຍ້ອງຍໍຂອງທ່ານເຈົ້າແຂວງບໍລິຄຳໄຊ ໃຫ້ແກ່ບໍລິສັດແກ້ວມະນີໂຊກ ຈໍາກັດຜູ້ດຽວ, ມອບໂດຍ ທ່ານ ນາງ ແອງ ໄຊສົງຄາມ ແລະ ຮັບໂດຍ ທ່ານ ສຸລິຍາ ວົງສະໝໍລະພູມ.

About admins14