ກອງປະຊຸມແນະນຳການສ້າງແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດປະຈຳປີ 2023 ໃຫ້ບັນດາ 7 ແຂວງ 1 ນະຄອນຫຼວງ

ກອງປະຊຸມຊຸກຍູ້ແນະນຳການສ້າງແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດປະຈຳປີ 2023 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 11 ກໍລະກົດ 2022 ຢູ່ຫ້ອງປະຊຸມຂອງຫ້ອງວ່າການແຂວງບໍລິຄຳໄຊ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ, ມີຄະນະກົມ ຈາກກະຊວງແຜນການ ແລະ ການລົງທຶນ, ພະແນກແຜນການ ແລະ ການລົງທຶນແຂວງ, ພະແນກການກ່ຽວຂ້ອງ ຈາກ 8 ແຂວງ 1 ນະຄອນຫຼວງຄື: ແຂວງບໍລິຄຳໄຊ, ຫົວພັນ, ຊຽງຂວາງ, ນະຄອນຫຼວງວຽງຈັນ, ຄຳມ່ວນ, ສະຫວັນນະເຂດ, ໄຊສົມບູນ ແລະ ແຂວງວຽງຈັນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ແນະນຳ ຄຳສັ່ງເລກທີ 09/ນຍ, ລົງວັນທີ 29 ມິຖຸນາ 2022 ກ່ຽວກັບການສ້າງແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈຳປີ 2023, ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ປີ 2022 ແມ່ນ ພົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ຫຼາຍປະການໂດຍ ສະເພາະ ສະພາບການຂອງພາກພື້ນ ແລະ ໂລກ ຍັງສືບຕໍ່ຜັນແປຢ່າງສັບສົນ ລວມທັງການແຜ່ລະບາດ ພະຍາດໂຄວິດ-19. ອັດຕາເງິນເຟີ້ ແລະ ລາຄາ ພະລັງງານ ແລະ ລາຄານໍ້າມັນ ຂອງໂລກ ທີ່ເພີ່ມຂຶ້ນສູງ ຈາກສະພາບການດັ່ງກ່າວ ອົງການ ການເງິນສາກົນ (IMF) ໄດ້ຄາດຄະເນອັດຕາການເຕີບໂຕຂອງເສດຖະກິດໂລກ ໃນປີ 2022 ຢູ່ໃນລະດັບ 3,6%, ອັດຕາເງິນເຟີ້ຂອງກຸ່ມປະເທດພັດທະນາແລ້ວ ຄາດວ່າຈະເພີ່ມຂຶ້ນ 5,7% ແລະ ຂອງກຸ່ມປະເທດກຳລັງພັດທະນາ ຈະເພີ່ມ ຂຶ້ນ 8,7%.

ສໍາລັບສະພາບພາຍໃນປະເທດຂອງພວກເຮົາ ກໍ່ໄດ້ປະເຊີນກັບສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກຫຼາຍຢ່າງ ໂດຍສະເພາະການແຜ່ລະບາດໂຄວິດ-19, ສະພາບລາຄາສິນຄ້າ, ອັດຕາແລກປ່ຽນ ແລະ ລາຄານໍ້າ ມັນມີການເຫນັງຕີງ ເພີ່ມຂຶ້ນສູງ ສາເຫດ ຍ້ອນພື້ນຖານເສດຖະກິດພາຍໃນຍັງບອບບາງ ແລະ ຍັງຢູ່ໃນ ໄລຍະຟື້ນຕົວ. ຜ່ານການຕີລາຄາ ໃນ 6 ເດືອນຕົ້ນປີ 2022 GDP ສາມາດຂະຫຍາຍຕົວ 4,3% ແລະ ໝົດປີ ຈະສາມາດຂະຫຍາຍຕົວ 4.5%, ດ້ວຍການນຳພາ-ຊີ້ນຳຂອງຄະນະພັກຂັ້ນເທິງສົມທົບກັບອົງການປົກຄອງທ້ອງຖິ່ນ, ເພື່ອນມິດຍຸດທະສາດໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອດ້ວຍຫຼາຍວິທີການ ຈຶ່ງເຮັດໃຫ້ປະເທດເຮົາ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງຫນັກແຫນ້ນ, ສັງຄົມມີຄວາມສະຫງົບ ແລະ ຈະເປັນລະບຽບຮຽບຮ້ອຍ, ເສດຖະກິດຂອງປະເທດສືບຕໍ່ຂະຫຍາຍຕົວ.

ນອກນັ້ນ ຍັງຈະໄດ້ຮັບຟັງການປະກອບຄຳເຫັນຂອງການນໍາ ຈາກບັນດາແຂວງ ໂດຍສັງເຂບ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2022 ແລະ ການສ້າງແຜນການປະຈຳປີ 2023 ຂອງບັນດາແຂວງ ພ້ອມທັງພ້ອມກັນຄົ້ນຄ້ວາປະກອບຄຳຄິດຄຳເຫັນລົງເລີກ ທາງດ້ານວິຊາການຮ່ວມກັນ ເພື່ອສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 2022 ທິດທາງແຜນການ ປະຈຳປີ 2023 ໃຫ້ສອດຄ່ອງກັບທິດການພັດທະນາໃນປະຈຸບັນ, ຮັບປະກັນໃຫ້ມີລັກສະນະວິທະຍາສາດຮອບດ້ານ, ສອດຄ່ອງ ກັບຄວາມເປັນຈິງ ຂອງການພັດທະນາ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ທັງນີ້ ກໍ່ເພື່ອເຮັດໃຫ້ການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ການລົງທຶນລັດ ປະຈຳປີ 2023 ແລະ ການປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການແກ້ໄຂບັນຫາຢາເສບຕິດດຳເນີນຢ່າງຖືກທິດ, ຮັບປະກັນທິດທາງ, ຄາດຫມາຍ ແລະ ວຽກງານຈຸດສຸມຂອງລັດຖະບານໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຫມາກຜົນ ສາມາດຍູ້ເສດຖະກິດຂອງປະເທດ ໃຫ້ຜ່ານຜ່າຄວາມຫຍຸ້ງຍາກທາງດ້ານເສດຖະກິດ ເພື່ອຈະໄດ້ພ້ອມກັນຄົ້ນຄວ້າ ຜັນຂະຫຍາຍ ຄຳສັ່ງນາຍົກລັດຖະມົນຕີ ສະບັບເລກທີ 09/ນຍ, ລົງວັນທີ 29 ມິຖຸນາ 2022 ວ່າດ້ວຍການສ້າງແຜນ ພັດທະນາເສດຖະກິດ-ສັງຄົມ ແລະ ແຜນ ງົບປະມານແຫ່ງລັດ ປະຈຳປີ 2023 ແລະ ຮ່າງບົດແນະນຳຂອງກະຊວງ ແຜນການ ແລະ ການລົງທຶນ ໃຫ້ ເລິກເຊິ່ງ, ເອກະພາບ ແລະ ຜັນຂະຫຍາຍເປັນວຽກງານຕົວຈິງໄດ້.

About admins16