ເປີດເທດສະການອາຫານ, ວາງສະແດງສີນຄ້າ ແລະ ປະກວດອາຫານເອກະລັກຂອງແຂວງບໍລິຄຳໄຊ

ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ ແລະ ທັງເປັນການຊຸກຍູ້ ສົ່ງເສີມທ່າແຮງຂອງເອື້ອຍນ້ອງແມ່ຍິງ ທີ່ມີຄວາມອາດສາມາດບົ່ມຊ້ອນ ຂອງນັກທຸລະກິດ, ເສີມຂະຫຍາຍຫົວຄິດປະດິດສ້າງ ເປັນເຈົ້າການໃນການສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ, ໃນຕອນເຊົ້າຂອງວັນທີ 12 ກໍລະກົດ 2022 ຢູ່ສວນສາທະລະນະ ທ່ານ ສີສົມພອນ ລໍວັນໄຊ ກຸ່ມນັກທຸລະກີດຍິງແຂວງບໍລິຄໍາໄຊ ຈຶ່ງໄດ້ຈັດງານເທດດງານເທດສະການອາຫານ, ວາງສະແດງສີນຄ້າ ແລະ ປະກວດອາຫານເອກະລັກຂອງແຂວງບໍລິຄຳໄຊຂຶ້ນ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີການນຳຂອງແຂວງ, ສະຫະພັນແມ່ຍິງສູນກາງ, ແມ່ຍິງແຂວງ, ພະແນກການ, ສະມາຄົມນັກທຸລະກິດໜຸ່ມແຂວງ ແລະ ເມືອງ ເຂົ້າຮ່ວມ.

ນາງ ວຽງນະສອນ ອຸນາລົມ ປະທານກຸ່ມນັກທຸລະກິດຍິງແຂວງ ໄດ້ລາຍງານສະພາບການກຽມຄວາມພ້ອມວ່າ: ເທດສະການອາຫານ, ວາງສະແດງສີນຄ້າ ແລະ ປະກວດອາຫານເອກະລັກຂອງແຂວງ ມີສິນຄ້າໂອດັອບ 1 ເມືອງ 1 ຜະລິດຕະພັນ ແລະ ຮ້ານຄ້າມາສະແດງຄົບງັນ, ວາງສະແດງຫົວໜ່ວຍບໍລິການຂອງລັດວິຊາຫະກິດ, ວາງສະແດງ ແລະ ຂາຍ ປະເພດອາຫານ, ຂາຍເຄື່ອງທົ່ວໄປ ແລະ ເຄື່ອງຫຼິ້ນເດັກ ໂດຍມີ 68 ຮ້ານ ເຂົ້າຮ່ວມ.

ພ້ອມນີ້ ໃນມື້ ວັນທີ 14 ກໍລະກົດ ຈະມີກິດຈະກຳບໍລິຈາກເລືອດຊ່ວຍເຫຼືອສັງຄົມ ແລະ ວັນທີ 15 ກໍລະກົດ 2022 ຈະເປັນມື້ປິດງານ ພ້ອມທັງມີການແຂ່ງຂັນອາຫານທີ່ເປັນເອກະລັກຂອງ 7 ເມືອງ, ຈັດປະຖະກະຖາເລົ່າມູນເຊື້ອແມ່ຍິງລາວ, ສະແດງສິນລະປະຄົບງັນກາງຄືນ.

About admins16