ກອງປະຊຸມເຜີຍແຜ່ນິຕິກໍາກ່ຽວກັບວຽກງານຊາວໜຸ່ມ ແລະ ຊຸກຍູ້ກະກຽມກອງປະຊຸມໃຫຍ່ແຕ່ລະຂັ້ນ ທີ່ເມືອງບໍລິຄັນ ພ້ອມທັງມອບຫລຽນກາລະນຶກ 65 ປີ ຄຊປປລ ໃຫ້ບຸກຄົນ ແລະ ກົມກອງດີເດັ່ນ

ໃນວັນທີ 30 ມິຖຸນາ 2023 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການ ເມືອງບໍລິຄັນ ຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ເປີດກອງປະຊຸມເຜີຍແຜ່ນິຕິກໍາກ່ຽວກັບວຽກງານຊາວໜຸ່ມ ແລະ ຊຸກຍູ້ການກະກຽມຄວາມພ້ອມ ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຊາວໜຸ່ມເມືອງບໍລິຄັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ວັນເລີນ ປຸ້ຍໄມນີ ກຳມະ ການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງບໍລິຄັນ ແລະ ສະຫາຍ ທອງມະນີ ໂຄດປັນຍາ ກຳມະການພັກແຂວງ, ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມ ປປລ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ມີເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ຮອງເລຂາ, ແຂກຖືກເຊີນ, ອາດີດການນໍາຊາວໜຸ່ມເມືອງ, ຄະນະຊຸກຍູ້ຂັ້ນແຂວງ, ຄະນະປະຈຳ, ຄະນະບໍລິຫານງານຊາວໜຸ່ມເມືອງ, ບັນດາເລຂາຊາວໜຸ່ມຮາກຖານ, ໜ່ວຍຮາກຖານ ຕະຫຼອດຮອດຄະນະຊາວໜຸ່ມຂັ້ນບ້ານ ແລະ ພະນັກງານຊາວໜຸ່ມເມືອງ ເຂົ້າຮ່ວມ.

ກອງປະຊຸມ ສະຫາຍ ວັນນະກອນ ໄຊຍະສິດ ກຳມະການພັກເມືອງ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ໄດ້ຂຶ້ນຜ່ານບົດລາຍງານຫຍໍ້ທີ່ພົ້ນເດັ່ນໃນໄລຍະ 1 ປີ ຜ່ານມາທົ່ວເມືອງມີສະມາຊິກຊາວໜຸ່ມທັງໜົດ 2 ພັນກວ່າສະຫາຍ, ຍິງ 1 ພັນກວ່າສະຫາຍ, ຜ່ານມາຄະນະບໍລິຫານງານຊາວໜຸ່ມເມືອງ ພ້ອມດ້ວຍສະມາຊິກຊາວໜຸ່ມອ້ອມຂ້າງເມືອງ ຮ່ວມກັບອົງການປົກຄອງເມືອງ ແລະ ອໍານາດການປົກຄອງບ້ານ ໄດ້ຈັດຕັ້ງລະດົມທົ່ວທຸກສັງຄົມ ສ້າງຂະບວນການຕ່າງໆຊ່ວຍເຫຼືອສັງຄົມຢ່າງເປັນຂະບວນຟົດຟື້ນ.

ກອງປະຊຸມໄດ້ມີການມອບ-ຮັບ ຫລຽນກາລະນຶກ 65 ປີ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ບຸກຄົນ ແລະ ກົມກອງ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວປະກອບສ່ວນຂະບວນການ ແລະ ກິດຈະກຳຕ່າງໆ ໂດຍສະເພາະວຽກງານຊາວໜຸ່ມ-ເຍົາວະຊົນ ແລະ ອື່ນໆ ເຊິ່ງມອບໃຫ້ບຸກຄົນ ຈໍານວນ 9 ສະຫາຍ ແລະ 1 ກົມກອງ ໃຫ້ກຽດມອບຫລຽນກາລະນຶກ 65 ປີ ໂດຍ ສະຫາຍ ທອງມະນີ ໂຄດປັນຍາ. ພ້ອມກັນນັ້ນ ໃນກອງປະຊຸມຄະນະຮັບຜິດຊອບຂັ້ນແຂວງຍັງໄດ້ພັດປ່ຽນກັນຂຶ້ນຜ່ານບັນດານິຕິກໍາຕ່າງໆ ເຊັ່ນ: ຜ່ານບົດແນະນໍາ ກ່ຽວກັບການກະກຽມດໍາເນີນກອງປະຊຸມໃຫຍ່ ສະບັບເລກທີ 384/ຄຊປປລ.ຂ, ລົງວັນທີ 09 ພຶດສະພາ 2023, ຜ່ານບົດແນະນໍາການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 4 ບຸກ ສະບັບເລກທີ 248/ຄຊໜຂ, ລົງວັນທີ 04 ເມສາ 2022, ຜ່ານບົດແນະນໍາການຈັດຕັ້ງປະຕິບັດກົດລະບຽບຂອງຄະນະບໍລິຫານງານຊາວໜຸ່ມລາວ ສະໄໝທີ VIII ສະບັບເລກທີ 324/ລຂ, ລົງວັນທີ 01 ກໍລະກົດ 2021, ຜ່ານກົດໝາຍວ່າດ້ວຍຊາວໜຸ່ມລາວ ແລະ ແຜນຍຸດທະສາດການພັດທະນາຊາວໜຸ່ມ-ເຍົາວະຊົນລາວ ປີ 2021-2030. ໃນກອງປະຊຸມກໍ່ໄດ້ມີການປະກອບຄໍາຄິດຄໍາເຫັນ ແລະ ບັນຫາຕ່າງໆ ຢ່າງກົງໄປກົງມາ ເພື່ອເປັນການແລກປ່ຽນຖອດຖອນບົດຮຽນ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ບັນລຸຕາມແຜນການທີ່ວາງໄວ້.
ໃນຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ທອງມະນີ ໂຄດປັນຍາ ກຳມະການພັກແຂວງ, ກຳມະການສູນກາງຊາວໜຸ່ມ ປປລ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ເຊິ່ງໄດ້ໃຫ້ທິດຊີ້ນໍາກ່ຽວກັບການກະກຽມຄວາມພ້ອມໃນການດໍາເນີນກອງປະຊຸມໃຫຍ່ຂອງເມືອງ ໃນປີ 2024, ຂັ້ນຕອນການຈັດຕັ້ງປະຕິບັດວຽກງານຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ, 3ດີ 4ຮູ້ ຂອງເຍົາວະຊົນ ແລະ ບັນດານິຕິກໍາຕ່າງໆເປັນຕົ້ນ: ກົດລະບຽບຊາວໜຸ່ມ, ກົດໝາຍຊາວໜຸ່ມ ພ້ອມທັງຍຸດທະສາດພັດທະນາຊາວໜຸ່ມເຍົາວະຊົນລາວ ປີ 2021–2030 ເພື່ອໃຫ້ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ, ເປັນບ່ອນອີງ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ວຽກງານຊາວໜຸ່ມ-ເຍົາວະຊົນ ຂອງແຕ່ລະພາກສ່ວນ ໃຫ້ໄດ້ຮັບຜົນດີ.

About admins14