ກອງປະຊຸມເຜີຍແຜ່ນິຕິກໍາກ່ຽວກັບວຽກງານ ຈັນຍາບັນຂອງພະນັກງານ-ລັດຖະກອນ ທີ່ຫ້ອງການຄະນະບໍລິຫານງານຊາວໜຸ່ມແຂວງ

ໃນວັນທີ 3 ກໍລະກົດ 2023 ຢູ່ຫ້ອງປະຊຸມຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ເປີດກອງປະຊຸມເຜີຍແຜ່ນິຕິກໍາກ່ຽວກັບວຽກງານ ຈັນຍາບັນຂອງພະນັກງານລັດຖະກອນ ໂດຍການເປັນປະທານຮ່ວມຂອງ ສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ແລະ ສະຫາຍ ບຸນທະວີ ດວງປັນຍາ ຮອງປະທານຄະນະກວດກາແຂວງ, ມີຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ຄະນະຮັບຜິດຊອບກວດກາຂັ້ນແຂວງ, ບັນດາຫົວໜ້າຂະແໜງ, ຮອງຂະແໜງ ແລະ ພະນັກງານພາຍໃນຄະນະບໍລິຫານງານຊາວໜຸ່ມແຂວງ ເຂົ້າຮ່ວມ.

ໃນກອງປະຊຸມເຜີຍແຜ່ເຊື້ອມຊຶມຄັ້ງນີ້ ສະຫາຍ ທອງມະນີ ໂຄດປັນຍາ ໄດ້ຂຶ້ນເຜີຍແຜ່ເຊື່ອມຊຶມບັນດາເອກະສານທີ່ສໍາຄັນເປັນຕົ້ນ: ດໍາລັດຂອງລັດຖະບານ ສະບັບເລກທີ 184/ລບ, ລົງວັນທີ 26 ມິຖຸນາ 2019 ວ່າດ້ວຍຈັນຍາບັນຂອງພະນັກງານລັດຖະກອນ, ຄໍາສັ່ງ ຂອງເຈົ້າແຂວງບໍລິຄໍາໄຊ ສະບັບເລກທີ 12/ຂບຊ, ລົງວັນທີ 07 ສິງຫາ 2019 ວ່າດ້ວຍການເພີ່ມທະວີການຈັດຕັ້ງປະຕິບັດດໍາລັດຂອງລັດຖະບານ ກ່ຽວກັບຈັນຍາບັນຂອງພະນັກງານ-ລັດຖະກອນ ແລະ ໃຫ້ກຽດເຊື່ອມຊຶມຄໍາແນະນໍາ ໃນການຈັດຕັ້ງປະຕິບັດວຽກງານຈັນຍາບັນ ຂອງພະນັກງານ-ລັດຖະກອນ ສະບັບເລກທີ 04/ພນ, ລົງວັນທີ 02 ເມສາ 2021 ໂດຍສະຫາຍ ບຸນທະວີ ດວງປັນຍາ ຮອງປະທານຄະນະກວດກາແຂວງ.

ການເຜີຍແຜ່ນິຕິກໍາໃນຄັ້ງນີ້ ກໍເພື່ອເປັນການທົບທວນຄືນ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນ ພາຍໃນຫ້ອງການຄະນະບໍລະຫານງານຊາວໜຸ່ມແຂວງ ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າຢ່າງຖືກຕ້ອງ ສອດຄ່ອງກັບນິຕິກໍາດັ່ງກ່າວ ກ່ຽວກັບຈັນຍາບັນ ຂອງພະນັກງານ-ລັດຖະ ກອນ; ແນໃສ່ຄຸ້ມຄອງ ແລະ ສຶກສາອົບຮົມ ໃຫ້ພະນັກງານ-ລັດຖະກອນ ໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດໜັກແໜ້ນ, ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ວຽກງານຂອງຕົນ, ມີສະຕິຕື່ນຕົວ, ເຄົາລົບ, ປະຕິບັດກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ມີປະສິດທິພາບຕໍ່ປະກອບສ່ວນໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ພ້ອມກັນນັ້ນໃນກອງປະຊຸມ ຄະນະປະທານຍັງໄດ້ເນັ້ນໜັກໃຫ້ພະນັກງານ-ລັດຖະກອນ ທັງໝົດທີ່ເຂົ້າຮ່ວມເຊື່ອມຊຶມໃນຄັ້ງນີ້ ຈົ່ງເອົາໃຈໃສ່ຢ່າງເຂັ້ມງວດໃນການຈັດຕັ້ງປະຕິບັດຈັນຍາບັນ ທັງ 4 ປະເພດ ຂອງພະນັກງານ-ລັດຖະກອນ ເປັນຕົ້ນແມ່ນ: ຈັນຍາບັນຕໍ່ຕົນເອງ, ຈັນຍາບັນຕໍ່ອາຊີບ, ຈັນຍາບັນຕໍ່ການຈັດຕັ້ງ ແລະ ຈັນຍາບັນຕໍ່ປະຊາຊົນ ແລະ ສັງຄົມ ໃຫ້ໄດ້ຮັບຜົນດີ.

About admins14