ບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ປະຈໍາ 6 ເດືອນ ຕົ້ນປີ 2023

ໃນລະຫວ່າງວັນທີ 3-4 ກໍລະກົດ 2023 ໜ່ວຍພັກຮາກຖານ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາ 6 ເດືອນຕົ້ນປີ 2023 ຂອງຕົນຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມຄະນະບໍລິຫານງານຊາວໜຸ່ມແຂວງ ໂດຍການເປັນປະທານຂອງ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ເລຂາໜ່ວຍພັກຮາກຖານ ຄະນະບໍລິຫານງານຊາວໜຸ່ມແຂວງ, ມີຮອງເລຂາໜ່ວຍພັກ ແລະ ສະມາຊິກພັກ-ພະນັກງານ ພາຍໃນຄະນະບໍລິຫານງານຊາວໜຸ່ມແຂວງ ເຂົ້າຮ່ວມ.

ບັ້ນດໍາເນີນຊີວິດການເມືອງຄັ້ງນີ້ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ເລຂາໜ່ວຍພັກຮາກຖານ ຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມດ້ວຍຄະນະກໍໄດ້ພັດປ່ຽນກັນເຜີຍແຜ່ເຊື່ອມຊຶມບັນດາເອກະສານທີ່ສໍາຄັນເປັນຕົ້ນ: ຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງ ແລະ ກວດກາໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຄໍາແນະນໍາເພີ່ມເຕີມ ສະບັບເລກທີ 326/ຄປພ.ຂບຊ, ລົງວັນທີ 14 ມິຖຸນາ 2021 ກ່ຽວກັບການກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ໃນກອງປະຊຸມ ໄດ້ມີການແບ່ງຈຸ ແບ່ງໜ່ວຍສະມາຊິກພັກ ຜ່ານໃບສໍາຫຼວດຕີລາຄາຈັດແບ່ງປະເພດສະມາຊິກພັກ, ພະນັກງານມີຄໍາເຫັນກໍ່ສ້າງພັກ ເພື່ອເສີມຂະຫຍາຍດ້ານດີ, ແກ້ໄຂດ້ານອ່ອນ ແລະ ຂໍ້ຄົງຄ້າງໃຫ້ໝົດໄປເທື່ອລະກ້າວ.

About admins14